ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ບົດຂ່າວ

ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຊີ້ແຈງບັນຫາການປັບຂຶ້ນລາຄາໄຟຟ້າ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາ. ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ໂດຍສະເພາະ ການສະໜອງໄຟຟ້າ, ບັນຫາຕັ້ງຂຶ້ນ: ການປັບປຸງ ເເລະ ຂຶ້ນລາຄາໄຟຟ້າ ທີ່ນໍາໃຊ້ໃນປັດຈຸບັນ ມີຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ເມື່ອທຽບໃສ່ລາຍຮັບຕົວຈິງ, ທັງສົ່ງຜົນກະທົບ ຕໍ່ການຜະລິດກະສິກຳ ແລະ ການດໍາເນີນທຸລະກິດຂອງຈຸລະວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (ຈນກ);…

ລັດຖະມົນຕີກະຊວງການເງິນຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕອນບ່າຍວັນທີ 10 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈ້ງຕໍ່ຫຼາຍບັນຫາທີ່ສະມາຊິກສະພາແຫ່ງຊາດຊັກຖາມ ຫຼາຍຄໍາຖາມຕໍ່ກັບບັນຫາການຮັບປະກັນແຫຼ່ງທຶນ ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 6 ເດືອນທ້າຍປີ 2025 ນີ້ໃຫ້ບັນລຸຕາມເປົ້າໝາຍ ທ່ານໄດ້ຊີ້ແຈງວ່າ: ດັ່ງທີ່ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ຮັບຊາບຂໍ້ມູນເບື້ອງຕົ້ນແລ້ວວ່າ ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວປະມານ 4.5% ໃນໄຕມາດ 1, 2025 ນີ້ ສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຮອດວັນທີ…

ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ການຊັກຖາມຂອງ ສສຊ ກ່ຽວກັບການຄຸ້ມຄອງບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຢູ່ ສປປ ລາວ

ຕາມວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຂອງວັນທີ 10 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ. ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ການຊັກຖາມຂອງ ສສຊ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງ ທຫລ ສະບັບເລກທີ 288/ທຫລ, ລົງວັນທີ 3 ເມສາ 2025 ວ່າດ້ວຍການຄຸ້ມຄອງບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຢູ່ ສປປ ລາວ ເຫັນວ່າສັງຄົມໃຫ້ຄວາມສົນໃຈ,…

ສສຊ ສະເໜີ ໃຫ້ລັດຖະບານເລັ່ງແກ້ໄຂຫຼາຍບັນຫາເຄັ່ງຮ້ອນຂັບເຄື່ອນການພັດທະນາ ແລະ ມີການປັບປຸງໂດຍໄວ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕອນເຊົ້າຂອງວັນທີ 10 ມິຖຸນາ 2025 ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ສູນທອນ ໄຊຍະສັກ ຮອງປະທານສະພາເເຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານການປະກອບຄໍາຄິດຄໍາເຫັນ ຂອງ…

ປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ ແລະ ແຕ່ງຕັ້ງໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ.

ວັນທີ 9 ມິຖຸນາ 2025, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ ແລະ ແຕ່ງຕັ້ງໜ້າທີ່ໃໝ່ ຢູ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາອົງການ, ກົມ-ກອງອ້ອມຂ້າງກະຊວງ, ບັນດານາຍທະຫານຂັ້ນສູງຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ແຕ່ງຕັ້ງໜ້າທີ່ໃໝ່ ເຂົ້າຮ່ວມ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ ຈຳນວນ 16 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະກາດແຕ່ງຕັ້ງໜ້າທີ່ໃໝ່, ໃນນີ້, ກະຊວງປ້ອງກັນປະເທດ…

ຄະນະປະຈຳສະພາເເຫ່ງຊາດ ສະເໜີຫຼາຍບັນຫາ ໃຫ້ລັດຖະບານເອົາໃຈໃສ່ແກ້ໄຂ.

ຕາມວາລະການປະກອບຄຳເຫັນຂອງກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ວັນທີ 09 ມິຖຸນາ 2024, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພາຍຫຼັງທີ່ໄດ້ຮັບຟັງບົດລາຍງານຂອງລັດຖະບານ ທ່ານ ສົມມາດ ພົນເສນາ ຮອງປະທານສະພາເເຫ່ງຊາດ ຕາງໜ້າຄະນະປະຈໍາສະພາເເຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 5 ເດືອນຕົ້ນປີ, ຄາດຄະເນ 6 ເດືອນ ຕົ້ນປີ 2025 ຕິດພັນ ກັບການປະຕິບັດ 2…

ຫ້ອງວ່າການກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ.

ວັນທີ 9 ມິຖຸນາ 2025, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະກົມ, ຫ້ອງການ, ບໍລິສັດລັດວິສາຫະກິດ, ພະແນກການ ແລະ ຕະຫຼອດຮອດນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວໜ້າ ຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ,ຈຳນວນ 19 ສະຫາຍ, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ…

ໄຕມາດ 1 ປີ 2025 ຜ່ານມາ ເສດຖະກິດ ສປປ ລາວ ຂະຫຍາຍຕົວ ໃນລະດັບ 4,5 %.

ການຂະຫຍາຍຕົວທາງດ້ານເສດຖະກິດ ແມ່ນໄດ້ຮັບການປະເມີນເປັນໄຕມາດ, ໄຕມາດ 1 ປີ 2025 ເສດຖະກິດຂອງປະເທດເຮົາ ຂະຫຍາຍຕົວໃນລະດັບ 4.5%, ຄິດເປັນມູນຄ່າໃນປີ ເທົ່າກັບ 84,207 ຕື້ກີບ ເທົ່າກັບ 22.4% ຂອງແຜນການ (ມະຕິສະພາ: 375,968 ຕື້ກີບ), ໃນນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 3.1% ກວມເອົາ 20.2% (ມະຕິສະພາ: ຂະຫຍາຍຕົວ 4.3%, ກວມເອົາ 22.39%); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.7% ກວມເອົາ 30.9% (ມະຕິສະພາ: ຂະຫຍາຍຕົວ 4.3%, ກວມເອົາ 30.36%);…

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ.

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2025ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ແລະ ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ, ບັນດາທ່ານສະມາຊິກສະພາແຫ່ງຊາດ…

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງບັນດາກົມກອງເຂດພາກໃຕ້

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວພົບປະໂອ້ລົມຄະນະນຳ, ພະນັກງານຫຼັກແຫຼ່ງບັນດາກົມກອງເຂດພາກໃຕ້ ຈັດຂຶ້ນໃນວັນທີ 6 ມິຖຸນາ 2025, ທີ່ກອງພົນທີ 5, ໂດຍມີ ສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5, ມີຄະນະພັກ – ຄະນະບັນຊາ ກອງພົນທີ 5, ກອງບັນຊາການທະຫານແຂວງຈຳປາສັກ , ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ , ໂຮງໝໍ106 , ໂຮງງານປະສານເຫຼົ່າພາກໃຕ້, ກອງພັນໃຫຍ່ 645, ກອງພັນໃຫຍ່ 611,…

ພະແນກຊາວໜຸ່ມຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ລົງຊຸກຍູ້ວຽກງານ 4 ບຸກຢູ່ກອງວິທະຍຸກະຈາຍສຽງກອງທັບ.

ວັນທີ 5 ມິຖຸນາ 2025, ພະແນກຊາວໜຸ່ມຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ 4 ບຸກຢູ່ກອງວິທະຍຸກະຈາຍສຽງກອງທັບ, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ສີສະໝອນ ແສນມິດ ຄະນະພັກຮາກຖານ ຮອງຫົວໜ້າການເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ກອງວິທະຍຸກະຈາຍສຽງກອງທັບ, ມີຄະນະໜ່ວຍຊາວໜຸ່ມ ແລະ ຫົວໜ້າຈຸຊາວໜຸ່ມເຂົ້າຮ່ວມ. ສະຫາຍ ພັນຕີ ຄຳສຸກ ສຸກສະຫວັນ ເລຂາໜ່ວຍຊາວໜຸ່ມ ກອງວິທະຍຸກະຈາຍສຽງກອງທັບ ໄດ້ຜ່ານບົດລາຍງານທັງສອງພາກ ໂດຍຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງໜ່ວຍຊາວໜຸ່ມ ກອງວິທະຍຸກະຈາຍສຽງກອງທັບ ເຊິ່ງໃນໄລຍະຜ່ານມາ…

ກອງປະຊຸມຄົ້ນຄວ້າປຶກສາຫາລືກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ

ວັນທີ 05 ມິຖຸນາ 2025, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ ເພື່ອຂໍ່າຮັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນກອງທັບ, ມີທ່ານ ບົວເງິນ ຊາພູວົງ ສີລະປິນແຫ່ງຊາດ ປະທານສະມາຄົມສິລະປິນລາວ, ມີຄະນະຫ້ອງການສະຫະພັນແມ່ຍິງກອງທັບ ແລະ ບັນດາອະນຸກຳມະການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ໃນວາລະກອງປະຊຸມ, ບັນດາສະຫາຍອະນຸກຳມະການແຕ່ງບົດເພງໄດ້ນຳສະເໜີບົດເພງ ສະແດງໃຫ້ເຫັນຄວາມໝາຍ, ຄວາມສຳຄັນ ແລະ ຄວາມມ່ວນຊື່ນ ເພື່ອສ່ອງແສງເຖິງນໍ້າໃຈຟົດຟື້ນປະຕິວັດ ແລະ ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ,…

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານສະຫຼຸບຖອດຖອນບົດຮຽນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ວັນທີ 5 ມິຖຸນາ 2025 , ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ປະລິນຍາເອກ ສອນທະນູ ແກ້ວໝື່ນເຮືອງ ຄະນະປະຈຳພັກ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກວິທະຍາຄານ, ຄະນະພັກ-ຄະນະບັນຊາ 39 ໜ່ວຍ ແລະ ສະມາຊິກພັກທົ່ວວິທະຍາຄານເຂົ້າຮ່ວມ. ສະຫາຍ ພັນໂທ…

ກອງບັນຊາການທະຫານຊາຍແດນ ປາຖະກະຖາສອງວັນປະຫວັດສາດທີ່ສຳຄັນຂອງຊາດ

ວັນທີ 4 ມິຖຸນາ 2025 , ກອງບັນຊາການທະຫານຊາຍແດນ ໄດ້ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມຂອງ ກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງ ຄົບຮອບ 66 ປີ ( 18 ພຶດສະພາ 1959- 18 ພຶດສະພາ 2025 ) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ( 24 ພຶດສະພາ 1960- 24 ພຶດສະພາ 2025 ) ໂດຍການເປັນປະທານ ແລະ ປາຖະກະຖາ…

ຫ້ອງວ່າການກະຊວງປ້ອງກັນປະເທດ ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ I

ວັນທີ 3 ມິຖຸນາ 2025, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ l, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ, ລັດວິສາຫະກິດ ແລະ ສະມາຊິກພັກຫຼັກແຫຼ່ງທົ່ວຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ຢຶດໝັ້ນອຸດົມການສັງຄົມນິຍົມ, ກຳແໜ້ນທິດສະດີ ມາກ-ເລນິນ, ມີຄຸນສົມບັດ…