ໂຮງຮຽນກໍ່ສ້າງນາຍສິບເລກ 1 ປະກາດເລື່ອນຊັ້ນນາຍສິບ ແລະ ປະກາດຈົບທະຫານພັນທະສືບຕໍ່ເຂົ້າເປັນທະຫານອາຊີບ.

ສະຫາຍ ພັນໂທ ສີໄພ ພີມມະວົງ ຫົວໜ້າພະແນກກຳລັງພົນ ໂຮງຮຽນກໍ່ສ້າງນາຍສິບເລກ1 ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດວ້ຍການອະນຸມັດເລື່ອນຊັ້ນນາຍສິບຢູ່ໂຮງຮຽນກໍ່ສ້າງນາຍສິບເລກ1, ອີງຕາມຂໍ້ກຳນົດວ່າດ້ວຍລະບຽບການຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາຊົນລາວ ( ສະບັບປັບປຸງ ) ສະບັບເລກທີ 1681/ກປທ, ລົງວັນທີ 12 ພຶດສະພາ 2016. ກົມໃຫຍ່ເສນາທິການກອງທັບ ຕົກລົງ: ເລື່ອນຊັ້ນ ສິບເອກ ຂຶ້ນຊັ້ນ ວາທີ ຈຳນວນ 05 ສະຫາຍ, ພ້ອມນັ້ນຍັງໄດ້ຜ່ານເອກະສານແຈ້ງການຂອງກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ, ອີງຕາມກົດໝາຍວ່າດ້ວຍພັນທະປ້ອງກັນຊາດ ສະບັບເລກທີ 25/ສພຊ, ລົງວັນທີ 13/12/2012 ກ່ຽວກັບທະຫານພັນທະປະຈຳປີ 2022 ຕໍ່ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນສືບຕໍ່ເຂົ້າເປັນທະຫານອາຊີບ ເຊິ່ງໄດ້ຮັບອະນຸມັດຂອງກົມໃຫຍ່ເສນາທິການກອງທັບ…










