ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສຸມໃສ່ກໍ່ສ້າງນາຍທະຫານຕີພິເສດຮຸ້ນສືບທອດໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນະພາບ.

ໂຮງຮຽນ 303 ແມ່ນສະຖາບັນຝຶກແອບຮໍ່າຮຽນຕາມສອງເນື້ອໃນຫຼັກສູດຕົ້ນຕໍເຊັ່ນ: ຫຼັກສູດກໍ່ສ້າງນາຍສິບ ຕີພິເສດລະບົບ 10 ເດືອນ ແລະ ຫຼັກສູດບຳລຸງພະນັກງານນາຍທະຫານທີ່ຮຽນຈົບມາຈາກສາຍລັດໃນກົມກອງເຫຼົ່າຮົບຕີພິເສດ ລະບົບ 06 ເດືອນ, ມີໜ້າທີເປັນເສນາທິການໃຫ້ກົມ 49 ໃນການສຶກສາອົບຮົມຫັດແອບ, ດ້ານທິດສະດີການເມືອງ, ການທະຫານ ແລະ ພະລາທິການ – ເຕັກນິກໄປຕາມເນື້ອໃນຫຼັກສູດການຮຽນ – ການສອນ ໃຫ້ມີຄຸນະພາບ, ມີໜ້າທີ່ຊີ້ນຳ-ນຳພາບັນຊາໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ສຶກສາອົບຮົມໃຫ້ພະນັກງານ-ນັກຮົບໃນກົມກອງມີແນວຄິດການເມືອງໜັກແໜ້ນ, ມີແບບແຜນດຳລົງຊີວິດປອດໃສ, ມີລະບຽບວິໄນເຂັ້ມງວດ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງກົມກອງຕົນຕາມການມອບໝາຍຂອງຂັ້ນເທິງ.

ສະຫາຍ ພັນໂທ ສົມປອງ ຈັນທະລັງສີ ຫົວໜ້າພະແນກອົບຮົມ ໂຮງຮຽນ 303 ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາໂຮງຮຽນ ໄດ້ຊີ້ນຳພະແນກອົບຮົມ ແລະ ກອງພັນນັກຮຽນຢ່າງໃກ້ຊິດ ໃນການອົບຮົມນາຍສິບຕີພິເສດຕາມແຜນການຂອງກົມໃຫຍ່ເສນາທິການກອງທັບອະນຸມັດໃນແຕ່ລະປີ, ເຊິ່ງການຈັດຕັ້ງອົບຮົມຫັດແອບ ແມ່ນຖືເອົາພາກທິດສະດີຫຼັກການເປັນສຳຄັນ, ເອົາພາກປະຕິບັດຕົວຈິ່ງເປັນຈຸດໜັກ, ການອົບຮົມກໍ່ສ້າງນາຍສິບຕ້ອງໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ, ການອົບຮົມຫັດແອບຕ້ອງໃຫ້ແທດເໝາະກັບສະພາບຕົວຈິງຮຽນກາງຄືນເປັນຕົ້ນຕໍ, ຝຶກຝົນກໍາລັງແຮງໃຫ້ເຂັ້ມແຂງມີຈິດໃຈສູ້ຮົບອາດຫານອົດທົນເດັດດ່ຽວບໍ່ຫວັ່ນໄຫວຕໍ່ອຸປະສັກນາໆປະການ ການຈັດຕັ້ງອົບຮົມຫັດແອບ ກໍ່ສ້າງນາຍສິບໃຫ້ມີຄວາມຊຳນິຊຳນານແຕ່ງ່າຍ – ຫາຍາກ ເພື່ອເຮັດໃຫ້ນັກຮຽນແຕ່ລະສະຫາຍກຳແໜ້ນບົດຮຽນ ແລະ ນຳໄປຈັດຕັ້ງປະຕິບັດໝູນໃຊ້ໃນໜ້າທີ່ວຽກງານຕົວຈິງໃຫ້ໄດ້ຮັບຄຸນະພາບສູງ.

ສຳລັບໃນສົກຮຽນປີ 2024-2025 ມີນັກຮຽນກໍ່ສ້າງນາຍສິບຕີພິເສດ ຊຸດທີ 34 ລະບົບ 10 ເດືອນ ຈຳນວນ 206 ສະຫາຍ, ໃນນັ້ນເນື້ອໃນຫຼັກສູດໄດ້ຈັດແບ່ງເປັນ 3 ໝວດຄວາມຮູ້ພາກວິຊາຮຽນຄື: ໝວດຄວາມຮູ້ທົ່ວໄປຂຶ້ນຫ້ອງຮໍ່າຮຽນ ລວມມີ 12 ວັນ = 84 ຊົ່ວໂມງ ສະເລ່ຍ 05 %, ໝວດຄວາມຮູ້ພື້ນຖານການທະຫານລວມມີ 155 ວັນ = 1085 ຊົ່ວໂມງ ສະເລ່ຍ 50%, ໝວດຄວາມຮູ້ວິຊາສະເພາະຕິພິເສດ ຂຶ້ນຫ້ອງຫັດແອບລວມມີ 118 ວັນ = 826 ຊົ່ວໂມງ ສະເລ່ຍ 45%. ລວມຕີລາຄ່າຜົນການສອບເສັງທັງ 04 ພາກ ສາມາດປະເມີນຜົນໄດ້ຮັບໃນການຈັດຕັ້ງຝຶກແອບຮໍ່າຮຽນແມ່ນມີຄວາມເຂົ້າໃຈ ແລະ ຮັບປະກັນຄວາມປອດໄພ 100%.

ສະຫາຍ ສິບເອກ ອຸໄລ ທອງມະນີ ນັກຮຽນກໍ່ສ້າງນາຍສິບ ຕີພິເສດ ຊຸດທີ 34 ໄດ້ໃຫ້ສຳພາດວ່າ: ຜ່ານການອົບຮົມຫັດແອບໃນຕະຫຼອດໄລຍະ 10 ເດືອນຜ່ານມາ ເຮົາເອງໄດ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບເວົ້າລວມ-ເວົ້າສະເພາະ 7 ລະບອບ 18 ວຽກຂອງກອງທັບວາງອອກ, ຕໍ່ກັບບົດຮຽນທີ່ຄູອາຈານຖ່າຍທອດໃຫ້ເປັນຕົ້ນແມ່ນວິຊາລະບຽບການເມືອງ, ສິລະປະຍຸດ-ຍຸດທະວິທີ, ທິດສະດີຫຼັກການ ແລະ ການເຄື່ອນໄຫວຕ່າງໆ ເຊິ່ງສາມາດນຳມາໃນການຝຶກແອບຕົວຈິງ ເພື່ອຈະນຳເອົາບົດຮຽນຕ່າງໆທີ່ໄດ້ສຶກສາຮໍ່າຮຽນມາ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະຢູ່ໃນກົມກອງ ເພື່ອປະກອບສ່ວນສ້າງກອງທັບໃຫ້ມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.

ສັງລວມແລ້ວ, ຕະຫຼອດໄລຍະຜ່ານມາ ຜ່ານການອົບຮົມກໍ່ສ້າງນາຍສິບຕີພິເສດ ສາມາດຮັບປະກັນໄດ້ທາງດ້ານເນື້ອໃນທິດສະດີ ແລະ ພາກປະຕິບັດຕົວຈິງເຊິ່ງມັນສະແດງອອກໃນເວລາທີ່ນັກຮຽນ, ນັກຝຶກອົບຮົບແຕ່ລະລຸ້ນທີ່ຈົບອອກໄປ ແມ່ນສາມາດນຳເອົາບົດຮຽນດັ່ງກ່າວໄປໝູນໃຊ້ຢູ່ພາຍໃນກົມກອງຂອງຕົນມີປະສິດທິພາບສູງ ເພື່ອປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນະພາບ.

ໂດຍ: ຄຳອ້າຍ ທອງວັນ