ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະເໜີກົດໝາຍວ່າດ້ວຍສັງຄົມສົງເຄາະ (ສະບັບສ້າງໃໝ່).

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ.

ທ່ານ ນາງ ແກ້ວ ຈັນທະມີໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ ເຊິ່ງວຽກສັງຄົມສົງເຄາະ ເປັນໜຶ່ງໃນນະໂຍບາຍດ້ານມະນຸດສະທຳ ຂອງພັກ ແລະ ລັດ ແມ່ນໜຶ່ງໃນ 3 ເສົາຄໍ້າໃນລະບົບສະຫວັດດີການສັງຄົມ ເຊັ່ນ: ການປະກັນສຸຂະພາບ, ປະກັນສັງຄົມ ແລະ ສັງຄົມສົງເຄາະ ເຊິ່ງໄດ້ມີການຈັດຕັ້ງປະຕິບັດ ນັບແຕ່ໄລຍະການປະຕິວັດຊາດ ປະຊາທິປະໄຕ ເປັນຕົ້ນມາ ໂດຍເຮັດບົດບາດ ໃນການເບີກຈ່າຍວັດຖຸພັນ ໃຫ້ນັກຮົບ, ພະນັກງານ-ພາລະກອນ ແລະ ປະຊາຊົນບັນດາເຜົ່າ ທີ່ປະສົບຄວາມຫຍຸ້ງຍາກ ເປັນຕົ້ນຕໍ, ພາຍຫຼັງປະເທດຊາດ ໄດ້ຮັບການສະຖາປະນາ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ, ການພັດທະນາດ້ານເສດຖະກິດ-ສັງຄົມ ໄດ້ກ້າວເຂົ້າສູ່ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໄລຍະການປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການຂອງພັກ ໂດຍມີການໄລ່ລຽງ ໄປຕາມກົນໄກເສດຖະກິດ ຕະຫຼາດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ. ຢ່າງໃດກໍດີ, ບັນຫາສັງຄົມກໍມີທ່າອ່ຽງເພີ່ມຂຶ້ນ, ແບບແຜນວິຖີການດໍາລົງຊີວິດ ຂອງປະຊາຊົນມີການປ່ຽນແປງ ອັນໄດ້ເຮັດໃຫ້ປະຊາຊົນຈໍານວນບໍ່ໜ້ອຍ ບໍ່ສາມາດປັບຕົວຕໍ່ກັບ ການປ່ຽນແປງ ດັ່ງກ່າວ ໂດຍສະເພາະຜູ້ທຸກຍາກ, ຜູ້ດ້ອຍໂອກາດ ເຊິ່ງມີຄວາມຈໍາເປັນທີ່ລັດຖະບານຕ້ອງໄດ້ດັດສົມລາຍໄດ້ຈາກໝາກຜົນຂອງການພັດທະນາ ເພື່ອກະຈາຍໄປຊ່ວຍເຫຼືອກຸ່ມຄົນເຫຼົ່ານີ້ ໃຫ້ເຂົາເຈົ້າສາມາດປັບປຸງຊີວິດການເປັນຢູ່ຂອງຕົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນໄລຍະຜ່ານມາ, ການໃຫ້ການຊ່ວຍເຫຼືອ, ການບໍລິການ ທາງດ້ານວັດຖຸ, ຈິດໃຈ ແລະ ການພັດທະນາຕໍ່ປະຊາຊົນກຸ່ມເປົ້າໝາຍສັງຄົມສົງເຄາະ ຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການ ໃນການດຳລົງຊີວິດທີ່ຈໍາເປັນຂັ້ນພື້ນຖານ, ກົນໄກການປະສານງານ, ຄວາມຮັບຜິດຊອບ ຂອງຂະແໜງການ ແລະ ທ້ອງຖິ່ນ ລວມທັງການມີສ່ວນຮ່ວມຂອງສັງຄົມ ໃນວຽກສັງຄົມສົງເຄາະ ຍັງຈຳກັດ, ບໍ່ລວມສູນ ເຮັດໃຫ້ການຕິດຕາມ-ຄຸ້ມຄອງການຊ່ວຍເຫຼືອ ສັງຄົມສົງເຄາະ ຍັງບໍ່ເປັນລະບົບ. ພ້ອມກັນນັ້ນ, ການຊ່ວຍເຫຼືອ, ການບໍລິການຕ່າງໆ ຕໍ່ປະຊາຊົນກຸ່ມເປົ້າໝາຍ ຍັງແມ່ນລັກສະນະໃຫ້ການຊ່ວຍເຫຼືອບັນເທົາທຸກສຸກເສີນເທົ່ານັ້ນ, ສ່ວນດ້ານການບໍລິການ ແລະ ການພັດທະນາເປົ້າໝາຍດ້ວຍການໃຫ້ຄໍາປຶກສາ, ຄໍາແນະນໍາ ທັກສະການດໍາລົງຊີວິດ ໃນເວລາທີ່ມີການປະເຊີນກັບບັນຫາຕ່າງໆທີ່ເກີດຂຶ້ນ ແມ່ນຍັງເຮັດໄດ້ໜ້ອຍ ອັນເນື່ອງຈາກ ນັກວິຊາການ ລວມທັງຄວາມເຂົ້າໃຈ ຂອງສັງຄົມ ແລະ ການສະໜອງງົບປະມານ ເຂົ້າໃສ່ວຽກສັງຄົມສົງເຄາະນີ້ຍັງຈຳກັດ.

ໃນນີ້ ຮ່າງກົດໝາຍ ສະບັບນີ້ ປະກອບມີ 10 ພາກ, 8 ໝວດ ແລະ 62 ມາດຕາ, ກົດໝາຍວ່າດ້ວຍສັງຄົມສົງເຄາະສະບັບນີ້ ຫາກຖືກຮັບຮອງ ແລະ ປະກາດໃຊ້ ຄາດວ່າ ຈະໄດ້ຮັບຜົນ ເຮັດໃຫ້ມີເຄື່ອງມືການຄຸ້ມຄອງວຽກສັງຄົມສົງເຄາະ ທີ່ມີຜົນບັງຄັບໃຊ້ທົ່ວໄປ ຢ່າງໜັກແໜ້ນ ທັງເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກສັງຄົມສົງເຄາະ ຢູ່ພາຍໃນ ແລະ ສອດຄ່ອງ ກັບມາດຕະຖານ ຂອງພາກພື້ນ ແລະ ສາກົນ, ບັນດາອົງການຈັດຕັ້ງລັດ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ເຄື່ອນໄຫວວຽກງານ ສັງຄົມສົງເຄາະ, ກຸ່ມເປົ້າໝາຍສັງຄົມສົງເຄາະ ມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນວຽກນີ້ຫຼາຍຂຶ້ນ, ການຈັດສັນງົບປະມານ ທີ່ເປັນໝາກຜົນຂອງການພັດທະນາ ເຂົ້າໃນວຽກງານສັງຄົມສົງເຄາະ ເປັນລະບົບກວ່າເກົ່າ ເຊິ່ງຈະເຮັດໃຫ້ກຸ່ມເປົ້າໝາຍ ໄດ້ຮັບການພັດທະນາຢ່າງເປັນລະບົບ ແລະ ມີຄວາມຍືນຍົງ, ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນ ຕໍ່ລະບົບປົກປ້ອງສັງຄົມ ກໍຄືວຽກງານສັງຄົມສົງເຄາະ, ການຮຽນ-ການສອນ ໃນການສ້າງນັກສັງຄົມສົງເຄາະດີຂຶ້ນ.

ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດກໍໄດ້ສຸມໃສ່ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະເພື່ອປັບປຸງແກ້ໄຂບາງມາດຕາໃຫ້ມີເນື້ອໃນຄົບຖ້ວນ ແລະສົມບູນຂຶ້ນຕື່ມ.

ຂ່າວ: ສຸກສາຄອນ-ໄພນາລິນ