ເປັນເຈົ້າການເຄື່ອນໄຫວຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕາມຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ100%.







ກອງບັນຊາການທະຫານແຂວງຄໍາມ່ວນ ແມ່ນກົມກອງໜຶ່ງມີພາລະບົດບາດ ແລະ ໜ້າທີ່ ເປັນເສນາທິການ ດ້ານວຽກງານປ້ອງກັນຊາດ ໃຫ້ແກ່ຄະນະພັກ-ຄະນະປົກຄອງ ແຂວງຄໍາມ່ວນ ແລະ ກະຊວງປ້ອງກັນປະເທດ, ເປັນກຳລັງຫຼັກແຫຼ່ງແຖວໜ້າ ໃນການກຽມພ້ອມສູ້ຮົບ-ແກ້ໄຂ ຄວາມບໍ່ສະຫງົບ, ປົກປັກຮັກສາເຂດນໍ້າແດນດິນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ ຢູ່ພາຍໃນແຂວງຄໍາມ່ວນ ໂດຍຕິດພັນກັບການປັບປຸງກໍ່ສ້າງກໍາລັງ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີແບບແຜນ ແລະ ທັນສະໄໝ ຂຶ້ນເປັນກ້າວໆ.
ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ນໍາພາ ຊີ້ນໍາຈັດຕັ້ງປະຕິບັດວຽກງານຮອບດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ມີຜົນສໍາເລັດຫຼາຍດ້ານ ເຊິ່ງສະແດງອອກ: ດ້ານວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ສຸມໃສ່ເປັນກໍາລັງຫຼັກແຫຼ່ງ ໃນການເຄື່ອນໄຫວຕ້ານ, ສະກັດກັ້ນ ແລະ ແກ້ໄຂຄວາມບໍ່ສະຫງົບ ຕາມບໍລິເວນຊາຍແດນ, ເຂດເຊື່ອມຕໍ່ລະຫວ່າງແຂວງຢ່າງຕັ້ງໜ້າ ໃນນີ້ໄດ້ເອົາໃຈໃສ່ຈັດຕັ້ງກຳລັງປ້ອງກັນເວນຍາມບັນດາເປົ້າໝາຍຍຸດທະສາດທີ່ສຳຄັນຂອງແຂວງມີຄວາມສະຫງົບປອດໄພໂດຍພື້ນຖານ, ເຊິ່ງສາມາດທຳລາຍສວນຊາຢູ່ເຂດເຊື່ອມຕໍ່ຄຳມ່ວນ-ບໍລິຄຳໄຊ ໄດ້ 84 ສວນ,ໃນເນື້ອທີ 121 ເຮັກຕາ, ຢຶດຢາບ້າຕາມຊາຍແດນລາວ-ໄທ ໄດ້ 180.000 ເມັດ, ທາດລະເບີດ 240 ກິໂລ, ຢຶດເຮືອລັກລອບດູດແຮ່-ຊາຍ ໄດ້ 2 ລຳ, ພ້ອມທັງກັກ ແລະ ແກ້ໄຂ ຜູ້ລັກລອບເຂົ້າ-ອອກ ເມືອງຜິດກົດໝາຍຈຳນວນ 30 ຄົນ,
ວຽກງານປັບປຸງ-ກໍ່ສ້າງກຳລັງ ແມ່ນໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດເປັນກົກ ດ້ວຍການຈັດຕັ້ງເຊື່ອມຊຶມ ແນວທາງ-ນະໂຍບາຍ, ບັນດາມະຕິ, ຄໍາສັ່ງຕ່າງໆ ຕິດພັນກັບການຈັດຕັ້ງປາຖະກະຖາ ປະຫວັດມູນເຊື້ອຂອງພັກ, ຂອງຊາດ, ຂອງກອງທັບ ໂດຍສະເພາະ ແມ່ນ 3 ວັນປະຫວັດສາດ ແລະ ສ້າງຂະບວນການ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢ່າງຟົດຟື້ນ, ພ້ອມກັນນັ້ນ ໄດ້ເອົາໃຈໃສ່ປັບປຸງ – ກໍ່ສ້າງພັກ ພະນັກງານ ຕິດພັນກັບການປັບປຸງ ການຈັດຕັ້ງນໍາພາ – ບັນຊາ ຢູ່ແຕ່ລະຂັ້ນ ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ, ພ້ອມນັ້ນ ໄດ້ເອົາໃຈໃສ່ວຽກງານອົບຮົມຫັດແອບ ການເມືອງ-ການທະຫານ, ພະລາທິການ-ເຕັກນິກ ໃຫ້ກຳລັງປະຈຳການ ແລະ ພື້ນຖານປ້ອງກັນຊາດ ຢ່າງຕໍ່ເນື້ອງ, ໃນນັ້ນ ໄດ້ສຳເລັດຊຸດອົບຮົມ-ຫັດແອບ ກໍ່ສ້າງນາຍສິບ ຊຸດທີ 20 ຈໍາ ນວນພົນ 60 ສະຫາຍ ແລະ ກໍ່ສ້າງເລັ່ງລັດ ການເມືອງ-ການທະຫານ ຊຸດທີ 10 ຈຳນວນ 60 ສະຫາຍ,
ດ້ານວຽກງານພະລາທິການ-ເຕັກນິກ ແມ່ນສາມາດຮັບປະກັນ ດ້ານລະບອບອັດຕາ, ວັດຖຸພະລາທິການ ເປັນຕົ້ນ ເງິນເດືອນ, ເຂົ້າກິນ, ເຄື່ອງນຸ່ງຫົ່ມ ຢ່າງຄົບຖ້ວນ ແລະ ທັນເວລາ ຕາມນະໂຍບາຍທີ່ຂັ້ນເທິງກຳນົດ ແລະ ໃນເງື່ອນໄຂສະພາບເສດຖະກິດຂອງຊາດ ກໍຄື ຂອງແຂວງ ພົບຄວາມຫຍຸ້ງຍາກ, ໄດ້ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບ ໃນການຄຸ້ມຄອງ, ບົວລະບັດ ປົກປັກຮັກສາພາຫະນະ-ເຕັກນິກ, ອາວຸດ-ຍຸດໂທປະກອນ ທີ່ຂັ້ນເທິງປະກອບ ເຊິ່ງມີຄວາມຮັບປະກັນ ຢູ່ໃນສະພາບກຽມພ້ອມໃຊ້ງານໃນທຸກພາວະ, ພ້ອມນັ້ນ ໄດ້ເອົາໃຈໃສ່ວຽກງານ ປັບປຸງກໍ່ສ້າງຄ້າຍຄູ ແລະ ຊຸກຍູ້ການເພີ່ນພູນ ຜະລິດຜົນ, ປູກຝັງ-ລ້ຽງສັດ ສາມາດແກ້ໄຂຊີວິດການເປັນຢູ່ຂອງກົມກອງ ດີຂຶ້ນເປັນກ້າວໆ.
ວຽກງານພົວພັນຮ່ວມມືກັບເພື່ອນມິດ ໄດ້ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດ ຂອງພັກ, ຂອງກອງທັບ ໃນການພົວພັນຮ່ວມມື ກັບກົມກອງ ເພື່ອນມິດຍຸດທະສາດ ສສ ຫວຽດນາມ ແລະ ປະເທດໃກ້ຄຽງ ທີ່ມີຊາຍແດນຕິດຈອດ ດ້ານວຽກງານປ້ອງກັນຊາດ ອັນພົ້ນເດັ່ນ ໄດ້ຈັດຕັ້ງແຮກສ່ຽວ ລະຫວ່າງກອງຮ້ອຍທະຫານຊາຍແດນ 317 ກັບຄ້າຍທະຫານຊາຍແດນ ລ່າງໂມ-ລ່າງຮໍ ກອງບັນຊາການທະຫານຊາຍແດນ ແຂວງກວາງບິ່ງ ແລະ ຈັດຕັ້ງແຮກສ່ຽວ ລະຫວ່າງ ກອງຮ້ອຍທະຫານຊາຍແດນ 311 ກັບຄ້າຍທະຫານຊາຍແດນຟູຢາຫົວຫ້າຍ ແລະ ເຫືອງກວາງ ກອງບັນຊາການທະຫານຊາຍແດນ ແຂວງຮ່າຕິ່ງ ສສ ຫວຽດນາມ ໄດ້ຮ່ວມມືຂຸດຄົ້ນ ແລະ ຈັດສົ່ງອັດຖິ ທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ກັບຄືນປະເທດ ຈຳນວນ 17 ອັດຖິ, ພ້ອມນີ້ ຍັງໄດ້ຮັບການຊ່ວຍເຫຼືອ ໃນການຝຶກອົບຮົມວຽກງານຄຸ້ມຄອງປ້ອງກັນຊາຍແດນ ຈາກກອງບັນຊາການທະຫານຊາຍແດນ ແຂວງກວາງບິ່ງ ຈໍານວນ 20 ສະຫາຍ.
ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ໃຫ້ຮູ້ຕື່ມວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າ ຄະນະພັກ-ຄະນະບັນຊາກອງບັນຊາການຫານແຂວງຄຳມ່ວນ ຈະສືບຕໍ່ເອົາໃຈໃສ່ສົມທົບກັບ ກຳລັງ ປກສ ແຂວງ ຈັດຕັ້ງ-ຈັດວາງກໍາລັງ ປ້ອງກັນເປົ້າໝາຍ ສໍາຄັນຕ່າງໆ ຢູ່ພາຍໃນແຂວງຄໍາມ່ວນ ໂດຍສະເພາະ ຈັດຕັ້ງກຳລັງປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄືກອງ ປະຊຸມສໍາຄັນຕ່າງໆ ຕິດພັນກັບວັນສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ມີຄວາມ ສະຫງົບປອດໄຟ 100%, ສືບຕໍ່ກະກຽມຄວາມພ້ອມ ແລະ ຈັດຕັ້ງດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານ ແຂວງຄໍາມ່ວນ ໃຫ້ສຳເລັດຕາມແຜນການ ແລະ ເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ, ສືບຕໍ່ພົວພັນຮ່ວມມື ກັບບັນດາກົມກອງ ເພື່ອນມິດແຮກສ່ຽວ ສສ ຫວຽດນາມ ແລະ ປະເທດໃກ້ຄຽງທີ່ມີຊາຍແດນຕິດຈອດ ໃຫ້ເປັນປົກກະຕິ ໂດຍສະເພາະກະກຽມໄປຮ່ວມການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນຫວຽດນາມ ຄົບຮອບ 80 ປີ ປະສານສົມທົບກັບໜ່ວຍປະສານງານ ໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆ ຕາມບໍລິເວນຊາຍແດນ ລາວ-ໄທ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮ້ອຍໂດຍພື້ນຖານ. ສືບຕໍ່ຮັບປະກັນ ດ້ານງົບປະມານ, ສະບຽງອາຫານ ແລະ ເຄື່ອງນຸ່ງຫົ່ມ ໃຫ້ຄົບຖ້ວນ ແລະ ທັນເວລາ ຕາມລະບອບອັດຕາ ທີ່ຂັ້ນເທິງກຳນົດ, ນອກຈາກນັ້ນ ເອົາໃຈໃສ່ຊຸກຍູ້ບັນດາ ກົມກອງ ເອົາໃຈໃສ່ວຽກງານປູກຝັງ-ລ້ຽງສັດ ຕາມທ່າແຮງ ແລະ ເງື່ອນໄຂ ໃຫ້ເປັນຂະບວນການກວ້າງຂວາງ, ແຂງແຮງ ແລະ ເຮັດຢ່າງຕໍ່ເນື່ອງ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ແລະ ສ້າງລາຍຮັບເຂົ້າກົມກອງ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.
ໂດຍ: ນົກ ບຸນມາເລີດ