ອົງຄະນະພັກຫ້ອງວ່າການກະຊວງປ້ອງກັນປະເທດມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳປີ 2024.






ອົງຄະນະພັກ ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດຕັ້ງພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024, ໃນວັນທີ 17 ມິຖຸນາ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພະນັກງານສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025 ໂດຍຍົກໃຫ້ເຫັນ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ໃນການປັບປຸງບູລະນະການຈັດຕັ້ງ ໂດຍຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດນຳຂອງພັກ ໃນການກໍ່ສ້າງພັກ ແລະ ປັບປຸງພັກ, ຖືເອົາການດຳເນີນຊີວິດການເມືອງຂອງໜ່ວຍພັກ, ເສີມຂະຫຍາຍລັກສະນະນຳພາ, ການສຶກສາອົບຮົມເປັນປົກກະຕິ, ຕັ້ງໜ້າກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການກໍ່ສ້າງກອງ 3 ປອດ ເປັນຂະບວນການຢ່າງກວ້າງຂວາງ ໂດຍຖືສໍາຄັນທາງດ້ານປະລິມານ ແລະ ຄຸນະພາບເພີ່ມຂຶ້ນ, ທົ່ວອົງຄະນະພັກ ຫ້ອງວ່າການ ກະຊວງປ້ອງກັນປະເທດ ປະກອບມີ 4 ຄະນະພັກຮາກຖານ, 31 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, 11 ໜ່ວຍພັກເອກະລາດ, ມີສະມາຊິກພັກທັງໝົດ 954 ສະຫາຍ, ຍິງ 238 ສະຫາຍ, ການຂະຫຍາຍພັກ ຖືເອົາຄຸນະພາບເປັນກົກ ແລະ ປະຕິບັດຕາມຂັ້ນຕອນໃນການຮັບມະຫາຊົນຜູ້ດີເດັ່ນໃນການຝຶກຝົນຫຼໍ່ຫຼອມໃນຂະບວນການຕົວຈິງ, ເປັນແບບຢ່າງນຳໜ້າ, ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກ 22 ສະຫາຍ, ຍິງ 4 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ 19 ສະຫາຍ, ຍິງ 9 ສະຫາຍ. ຈາກນັ້ນ, ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີ່ຂຶ້ນກັບອົງຄະນະພັກ ຫ້ອງວ່າການ ກະຊວງປ້ອງກັນປະເທດ ປະຈຳປີ 2024 ໃນນີ້, ຄະນະພັກກະຊວງປ້ອງກັນປະເທດ ຕົກລົງຮັບຮອງເອົາບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ຫ້ອງວ່າການກະຊວງປ້ອງກັນປະເທດ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈຳນວນ 42 ໜ່ວຍພັກ, ໜ່ວຍພັກທີ່ຖືກຮັບຮອງເປັນຄັ້ງທີ VI ຕິດຕໍ່ກັນ ມີ 12 ໜ່ວຍພັກ, ຮັບຮອງເປັນຄັ້ງທີ V ມີ 4 ໜ່ວຍພັກ, ຮັບຮອງເປັນຄັ້ງທີ IV ມີ 4 ໜ່ວຍພັກ, ຮັບຮອງເປັນຄັ້ງທີ III ມີ 8 ໜ່ວຍພັກ, ຮັບຮອງເປັນຄັ້ງທີ II ມີ 8 ໜ່ວຍພັກ ແລະ ສະເໜີຮັບຮອງໃໝ່ ຈຳນວນ 6 ໜ່ວຍພັກ.
ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຈົ່ງເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ ນໍາພາ-ແນວຄິດ ໃຫ້ພະນັກງານ-ນັກຮົບ ເປັນປົກກະຕິ, ເປັນເຈົ້າການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ຢ່າງຖືກຕ້ອງ, ເດັດຂາດ, ມີແບບແຜນນໍາພາລັກສະນະນໍາໜ້າ, ແບບແຜນວິທີເຮັດວຽກທີ່ຮັດກຸມ, ທັນສະໄໝ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ສ້າງໄດ້ຄວາມສາມັກຄີພາຍໃນພັກໃຫ້ເປັນປຶກແຜ່ນ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຕັ້ງໜ້າ ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ເພື່ອພ້ອມກັນສ້າງພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນຢ່າງບໍ່ຢຸດຢັ້ງ.
ພາບ-ຂ່າວ ນົກ ບຸນມາເລີດ.