ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເປີດບັ້ນອົບຮົມການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025

ວັນທີ 23 ມິຖຸນາ 2025, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ເປີດບັ້ນອົບຮົມການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ – ຫຼັກແຫຼ່ງ, ຈາກກົມ, ຫ້ອງການ, ກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

ສະຫາຍ ພັນເອກ ບຸນຄຳ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດລາຍງານການກະກຽມເປີດບັ້ນອົບຮົມການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025, ການຈັດຕັ້ງອົບຮົມເອກະສານວຽກງານພັກ-ວຽກງານການເມືອງພະນັກງານນັກຮົບທົ່ວກົມໃຫຍ່ການເມືອງກອງທັບ ລວມມີ 4 ບົດຄື: ວຽກງານພັກ – ວຽກງານການເມືອງໃນກອງທັບປະຊາຊົນລາວ, ວຽກງານພັກ – ວຽກງານການເມືອງ ໃນການປັບປຸງລະບຽບວິໄນຢູ່ກົມກອງຮາກຖານ, ປັດຊະຍາມາກ – ເລນິນ, ແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ການຕອບຕ້ານຍຸດທະສາດຫັນປ່ຽນໂດຍສັນຕິ, ສໍາລັບເປົ້າໝາຍອົບຮົມຢູ່ອົງການກົມໃຫຍ່ການເມືອງກອງທັບ ຈັດຕັ້ງເປັນ 2 ຊຸດ, ຊຸດທີ I ແລະ ຊຸດທີ II ອົບຮົມພະນັກງານ-ນັກຮົບ ບັນດາກົມ, ຫ້ອງການ ແລະ ກອງຈຳນວນໜຶ່ງ ຂອບເຂດອ້ອມຂ້າງກົມໃຫຍ່ການເມືອງກອງທັບ 25 ພາກສ່ວນ, ຊຸດທີ III ແນະນໍາໃຫ້ຄະນະພັກ-ຄະນະບັນຊາ ອົບຮົມໃຫ້ພະນັກງານ-ນັກຮົບ ຢູ່ບັນດາກອງເຊັ່ນ: ກອງວິທະຍຸ, ກອງໂທລະພາບ, ກອງສິລະປະກອນກອງທັບ, ກອງພັນ 987, ກອງພັນ 988, ກອງພັນ160, 3 ສູນເສຍອົງຄະ, ອົງການໄອຍະການ, ສານທະຫານ ພາກເໜືອ, ພາກກາງ ແລະ ພາກໃຕ້. ການອົບຮົມຄັ້ງນີ້ຈະດຳເນີນເປັນເວລາ 4 ວັນຈຶ່ງຈະສຳເລັດ.

ທັງນີ້ກໍເພື່ອເຮັດໃຫ້ພະນັກງານ – ຫຼັກແຫຼ່ງໃນທົ່ວກົມໃຫຍ່ການເມືອງກອງທັບ ມີຄວາມຮັບຮູ້ເຂົ້າໃຈຕໍ່ເນື້ອໃນຈິດໃຈເອກະສານສໍາຄັນດັ່ງກ່າວ ເພື່ອພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງໃຫ້ເກີດດອກອອກຜົນສູງກວ່າເກົ່າ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ເນັ້ນໜັກໃຫ້ບັນດາຄູ-ອາຈານຕະຫຼອດຮອດນັກຝຶກອົບຮົມທົ່ວກົມໃຫຍ່ການເມືອງກອງທັບ ເອົາໃຈໃສ່ສືບຕໍ່ອົບຮົມວຽກງານພັກ-ວຽກງານການເມືອງ-ນໍາພາແນວຄິດ, ເພີ່ມທະວີຄວາມເຂັ້ມແຂງໃນການປະຕິບັດລະບຽບແບບແຜນຂອງກອງທັບ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດລະບຽບວິໄນ, ໂມງເວລາການອົບຮົມໃຫ້ເຂັ້ມງວດ ເພື່ອເຮັດໃຫ້ບັ້ນອົມຮົບການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025 ໃນຄັ້ງນີ້ມີຄຸນະພາບສູງ.

ຂ່າວ-ພາບ:ລິຕ່າ.