ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະເໜີກົດໝາຍວ່າດ້ວຍຊົນລະປະທານ ( ສະບັບປັບປຸງ)

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາເເຫ່ງຊາດ.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ເເລະ ສິ່ງເເວດລ້ອມ ໄດ້ກ່າວວ່າ: ກົດໝາຍວ່າດ້ວຍຊົນລະປະທານ ເປັນເຄື່ອງມືຄຸ້ມຄອງມະຫາພາກໃນການພັດທະນາຊົນລະປະທານຕາມທ່າແຮງ ແລະ ເງື່ອນໄຂຂອງແຂວງ ກໍຄືເຂດແຄວ້ນ ເຮັດໃຫ້ລະບົບຊົນລະປະທານມີການຂະຫຍາຍຕົວທັງທາງດ້ານປະລິມານ ແລະຄຸນະພາບ ສາມາດຕອບສະໜອງຕໍ່ແນວທາງ ແລະ ແຜນນະໂຍບາຍຂອງຊາດ ເວົ້າລວມ ເວົ້າສະເພາະ ການສະໜອງນໍ້າໃຫ້ແກ່ພື້ນທີ່ການຜະລິດກະສິກຳເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ. ປັດຈຸບັນ, ລະບົບຊົນລະປະທານສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໄດ້ 500,221 ເຮັກຕາ, ໃນນັ້ນ ສະໜອງນໍ້າໃນລະດູຝົນ 317,753 ເຮັກຕາ ແລະ ລະດູແລ້ງ 182,468 ເຮັກຕາ ໂດຍມີໂຄງການຊົນລະປະທານທັງໝົດ 19,470 ໂຄງການ ໃນນັ້ນ ມີລະບົບຊົນລະປະທານແບບນໍ້າໄຫຼເອງ 4,164 ໂຄງການ (ອ່າງເກັບນໍ້າ 335 ໂຄງການ, ຝາຍນໍ້າລົ້ນ 3.142 ໂຄງການ, ປະຕູນໍ້າ 687 ໂຄງການ), ລະບົບຊົນລະປະທານແບບນໍາໃຊ້ພະລັງງານ 521 ໂຄງການ (ຈັກສູບນໍ້າຂະໜາດກາງ-ໃຫຍ່ 500 ໂຄງການ, ປໍ້າສູບນໍ້ານໍາໃຊ້ແສງຕາເວັນ 21 ໂຄງການ) ແລະ ຊົນລະປະທານຊຸມຊົນ 14,785 ແຫ່ງ (ຈັກສູບນໍ້ານ້ອຍ 1,326 ແຫ່ງ, ຝາຍ ຊຸມຊົນ 13,459 ແຫ່ງ).

ເຊີ່ງເນື້ອໃນຕົ້ນຕໍຂອງຮ່າງກົດໝາຍວ່າດ້ວຍຊົນລະປະທານ (ສະບັບປັບປຸງ) ປະກອບດ້ວຍ 13 ພາກ, 8 ໝວດ, 86 ມາດຕາ (ປັບປຸງ 55 ມາດຕາ, ສ້າງໃໝ່ 29 ມາດຕາ ແລະ ຮັກສາເດີມ 2 ມາດຕາ) ຄື: ພາກທີ 1 ບົດບັນຍັດທົ່ວໄປ ມີ 7 ມາດຕາກໍານົດກ່ຽວກັບ ຈຸດປະສົງ, ຄວາມໝາຍຊົນລະປະທານ, ການອະທິບາຍຄໍາສັບ, ນະໂຍບາຍ, ຫຼັກການ, ຂອບເຂດການນໍາໃຊ້ ແລະ ການຮ່ວມມືສາກົນ; ພາກທີ II ປະເພດ ແລະ ຂະໜາດຊົນລະປະທານ ມີ 5 ມາດຕາ ກໍານົດກ່ຽວກັບປະເພດຊົນລະປະທານ ຊຶ່ງປະກອບດ້ວຍ ຊົນລະປະທານແບບນໍ້າໄຫຼເອງ ແລະ ຊົນລະປະທານ ແບບນໍາໃຊ້ພະລັງງານ, ສໍາລັບຂະໜາດຊົນລະປະທານ ປະກອບມີ 4 ຂະໜາດ (ໃຫຍ່, ກາງ, ນ້ອຍ ແລະ ຊຸມຊົນ). ນອກນັ້ນ ຍັງໄດ້ກຳນົດໝາຍເຕັກນິກ, ມາດຕະຖານເຕັກນິກ ແລະ ລາຄາຫົວໜ່ວຍ ຊົນລະປະທານ, ພາກທີ III ກິດຈະການຊົນລະປະທານ ປະກອບມີ 6 ໝວດ, 31 ມາດຕາ ຊຶ່ງຖືເປັນພາກທີ່ສໍາຄັນທາງດ້ານເຕັກນິກຊົນລະປະທານ ແລະ ຖືເປັນເນື້ອໃນຕົ້ນຕໍຂອງຮ່າງກົດໝາຍສະບັບນີ້ເລັ່ງໃສ່ປັບປຸງແກ້ໄຂບັນຫາຕ່າງໆ ກ່ຽວກັບກິດຈະການຊົນລະປະທານ ໂດຍໄດ້ເພີ່ມໃໝ່ 1 ໝວດ ກໍານົດກ່ຽວກັບການຄວບຄຸມກວດກາຄຸນະພາບການກໍ່ສ້າງໂຄງການຊົນລະປະທານ ພ້ອມທັງໄດ້ປັບປຸງ 24 ມາດຕາ ແລະ ສ້າງໃໝ່ 7 ມາດຕາ; ພາກທີ IV ຄວາມປອດໄພຂອງເຂື່ອນ ແລະ ອ່າງເກັບນໍ້າຊົນລະປະທານ ປະກອບມີ 4 ມາດຕາ ຊຶ່ງເປັນພາກທີ່ສ້າງໃໝ່ ໂດຍໄດ້ກໍານົດກ່ຽວກັບຄວາມປອດໄພຂອງເຂື່ອນຊົນລະປະທານ, ເຂດສະຫງວນຊົນລະປະທານ, ອ່າງເກັບນໍ້າຊົນລະປະທານ ລວມທັງ ຂັ້ນໄດປາ ຫຼື ທາງຜ່ານປາ; ພາກທີ V ລະບົບຂໍ້ມູນ ຂ່າວສານ ຊົນລະປະທານ ປະກອບມີ 3 ມາດຕາ ຊຶ່ງເປັນພາກທີ່ສ້າງໃໝ່ເພື່ອໃຫ້ມີລະບົບຂໍ້ມູນຂ່າວສານທີ່ທັນສະໄໝ, ສາມາດເຂົ້າເຖິງ ແລະ ນໍາໃຊ້ໄດ້ຢ່າງວ່ອງໄວ ແລະ ມີຄວາມສະດວກ; ເຊິ່ງພາກທີ VI ທຸລະກິດກ່ຽວກັບຊົນລະປະທານ ປະກອບມີ 9 ມາດຕາ ກໍານົດກ່ຽວກັບການດໍາເນີນ, ປະເພດທຸລະກິດ, ເງື່ອນໄຂ, ເອກະສານປະກອບ, ການພິຈາລະນາອອກ ໃບອະນຸຍາດ, ໃບອະນຸຍາດດໍາເນີນທຸລະກິດ, ສິດ ແລະ ພັນທະຂອງຜູ້ດຳເນີນທຸລະກິດ, ການໂຈະ ແລະ ການຖອນໃບອະນຸຍາດດໍາເນີນທຸລະກິດກ່ຽວກັບຊົນລະປະທານ; ພາກທີ VII ກຸ່ມ, ສະມາຄົມ ຜູ້ນໍາໃຊ້ນໍ້າ ແລະ ວິຊາຊີບຊົນລະປະທານ ປະກອບມີ 6 ມາດຕາ ກໍານົດກ່ຽວກັບກຸ່ມຜູ້ນໍາໃຊ້ນໍ້າ, ສະມາຄົມຜູ້ນໍາໃຊ້ນໍ້າ, ສະມາຄົມວິຊາຊີບຊົນລະປະທານ, ສິດ ແລະ ພັນທະຂອງກຸ່ມຜູ້ນໍາໃຊ້ນໍ້າ, ສິດ ແລະ ພັນທະຂອງສະມາຄົມຜູ້ນໍາໃຊ້ນໍ້າ, ສິດ ແລະ ພັນທະຂອງສະມາຄົມວິຊາຊີບ ຊົນລະປະທານ; ພາກທີ VIII ກອງທຶນຊົນລະປະທານ ປະກອບມີ 3 ມາດຕາ ຊຶ່ງເປັນພາກທີ່ສ້າງໃໝ່ໂດຍໄດ້ກໍານົດກ່ຽວກັບນິຍາມຂອງກອງທຶນ, ແຫຼ່ງທຶນ, ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຊົນລະປະທານ; ພາກທີ IX ຂໍ້ຫ້າມ ປະກອບມີ 3 ມາດຕາ ກ່ຽວກັບຂໍ້ຫ້າມທົ່ວໄປ, ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດກ່ຽວກັບຊົນລະປະທານ ແລະ ຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ, ພາກທີ X ການຄຸ້ມຄອງ ແລະ ການກວດກາວຽກງານຊົນລະປະທານ ປະກອບມີ 2 ໝວດ, 9 ມາດຕາໂດຍໄດ້ກໍານົດລະອຽດກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ການກວດກາວຽກງານຊົນລະປະທານໃນແຕ່ລະຂັ້ນ (ສູນກາງ, ແຂວງ, ເມືອງ ແລະ ຕາແສງ) ລວມທັງເນື້ອໃນການກວດກາ ແລະ ຮູບການ ການກວດກາ; ພາກທີ XI ວັນຊົນລະປະທານແຫ່ງຊາດ ແລະ ເຄື່ອງໝາຍຊົນລະປະທານ ປະກອບມີ 2 ມາດຕາ ກໍານົດກ່ຽວກັບວັນຊົນລະປະທານແຫ່ງຊາດ ແລະ ເຄື່ອງໝາຍ ຊົນລະປະທານ; ພາກທີ XII ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມີ 2 ມາດຕາ ກໍານົດກ່ຽວກັບນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ, ພາກທີ XIII ບົດບັນຍັດສຸດທ້າຍ ມີ 2 ມາດຕາ ກໍານົດກ່ຽວກັບການຈັດຕັ້ງປະຕິບັດ ແລະ ຜົນສັກສິດ.

ສຳລັບໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊົນລະປະທານ (ສະບັບປັບປຸງ)ເເມ່ນຈະໄດ້ເເບ່ງໜ້າທີ່ຮັບຜິດຊອບຄື: ຂັ້ນສູນກາງ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍແມ່ນກົມຊົນລະປະທານເປັນເສນາທິການເປັນຜູ້ຈັດຕັ້ງປະຕິບັດ; ຂັ້ນແຂວງ: ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ໂດຍແມ່ນ ຂະແໜງຊົນລະປະທານ ເປັນເສນາ ທິການເປັນຜູ້ຈັດຕັ້ງປະຕິບັດ; ຂັ້ນເມືອງ: ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນເມືອງ ໂດຍແມ່ນ ໜ່ວຍງານຊົນລະປະທານ ເປັນເສນາທິການເປັນຜູ້ຈັດຕັ້ງປະຕິບັດ; ຂັ້ນຕາແສງ: ຄະນະກຳມະການປົກຄອງຕາແສງ ໂດຍແມ່ນຈຸງານທີ່ກ່ຽວຂ້ອງ ຂອງຕາແສງ ເປັນເສນາທິການເປັນຜູ້ຈັດຕັ້ງປະຕິບັດ.

ໂດຍ: ສຸກສາຄອນ-ໄພນາລິນ