ບົດບາດຂອງສື່ມວນຊົນກອງທັບໃນການເປັນກະບອກສຽງອັນແຫຼມຄົມ ໃຫ້ແກ່ກະຊວງປ້ອງກັນປະເທດ

ສື່ມວນຊົນ ແມ່ນເວທີຖະແຫຼງຂ່າວ ທີ່ປະກອບດ້ວຍສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ, ສື່ມວນຊົນມີພາລະບົດບາດ ເປັນກະບອກສຽງຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ໃນການໂຄສະນາ, ສຶກສາອົບຮົມແນວທາງ ຂອງພັກ, ກົດໝາຍ ແລະ ລະບຽບຂອງລັດ, ປຸກລະດົມຈິດໃຈຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ໃນນີ້ ເວົ້າສະເພາະສື່ມວນຊົນກອງທັບປະຊາຊົນລາວ ມີພາລະບົດບາດເປັນເສນາທິການ ໃຫ້ກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ກໍຄືກົມໂຄສະນາອົບຮົມ ໃນການຄົ້ນຄວ້າ, ວາງແຜນການ, ກຳແໜ້ນສະພາບການ, ຄຸ້ມຄອງ, ຕິດຕາມ, ກວດກາການໂຄສະນາປຸກລະດົມຂະບວນການດ້ານຕ່າງໆ ດ້ວຍພາຫະນະສື່ມວນຊົນ ເປັນກະບອກສຽງໃຫ້ກະຊວງປ້ອງກັນປະເທດ,…