ຊາວໜຸ່ມ-ແມ່ຍິງ ກອງວິທະຍຸກະຈາຍສຽງກອງທັບ ກັບ ກອງໂທລະພາບກອງທັບ ຈັດກິດຈະກໍາແຂ່ງຂັນກິລາມິດຕະພາບ

ໂດຍປະຕິບັດຕາມເນື້ອໃນຈິດໃຈການແຮກສ່ຽວຂອງສອງອົງການຈັດຕັ້ງມະຫາຊົນໄດ້ເຊັນບົດບັນທຶກຮ່ວມກັນ ດັ່ງນັ້ນໜ່ວຍຊາວໜຸ່ມ-ແມ່ຍິງ ກອງວິທະຍຸກະຈາຍສຽງກອງທັບ ກັບ ກອງໂທລະພາບກອງທັບ ໄດ້ຈັດກິດຈະກໍາແຂ່ງຂັນກິລາບານສົ່ງ ແລະ ກິລາເປຕັງມິດຕະພາບ, ຂຶ້ນໃນວັນທີ 4 ກໍລະກົດ 2025, ໂດຍມີຄະນະພັກ-ຄະນະບັນຊາ, ຄະນະໜ່ວຍຊາວໜຸ່ມ-ແມ່ຍິງ ຕະຫຼອດຮອດສະມາຊິກຊາວໜຸ່ມ-ແມ່ຍິງທັງ 2 ກອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນຕີ ຄໍາສຸກ ສຸກສະຫວັນ ເລຂາໜ່ວຍຊາວໜຸ່ມ ກອງວິທະຍຸກະຈາຍສຽງກອງທັບ ໄດ້ໃຫ້ສຳພາດວ່າ: ຈຸດປະສົງຂອງການຈັດກິດຈະກໍາໃນຄັ້ງນີ້ ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງໜ່ວຍຊາວໜຸ່ມ-ແມ່ຍິງຂອງສອງກົມກອງໃຫ້ແໜ້ນແຟ້ນກວ່າເກົ່າ, ພ້ອມນີ້ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ ແລະ ປະດັບເອ້ໃຫ້ 3 ວັນປະຫວັດສາດຂອງພັກຂອງຊາດໃນປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70…