ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເນັ້ນຫຼາຍບັນຫາສໍາຄັນຕໍ່ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX.

ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໃນວັນທີ 19 ມິຖຸນາ 2025, ສະຫາຍ ມອນໄຊ ລາວມົວຊົງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ຈາກຜົນງານ ແລະ ໄຊຊະນະຂອງຊາວໜຸ່ມໃນຖັນແຖວກອງທັບ ແມ່ນສ້າງໄດ້ຫຼາຍຜົນງານທີ່ພົ້ນເດັ່ນ, ຄະນະພັກແຕ່ລະກົມກອງ ໄດ້ຖືກຳລັງຊາວໜຸ່ມສໍາຄັນ. ສິ່ງທີ່ພົ້ນເດັ່ນທີ່ສຸດແມ່ນຮັກສາໄດ້ບົດບາດການເປັນແກນນຳ ແລະ ລະບົບການຈັດຕັ້ງຂອງຊາວໜຸ່ມ, ເປັນແຂນຂວາຂອງພັກ. ສະນັ້ນ, ກຳລັງຊາວໜຸ່ມເປັນກຳລັງໜຶ່ງທີ່ພ້ອມຈະປະຈັນບານ; ຊາວໜຸ່ມກອງທັບກໍເຂົ້າຮ່ວມຢ່າງຂະຫຍັນຂັນແຂງ ບໍ່ວ່າຈະເປັນການກ້ອບກູໄພພິບັດທຳມະຊາດ, ການລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ, ການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ ແລະ ອື່ນໆ ສັງລວມແລ້ວຊາວໜຸ່ມໃນຖັນແຖວກອງທັບ ໄດ້ເຂົ້າຮ່ວມທຸກວຽກງານ, ທຸກຂະບວນການ, ບໍ່ວ່າວຽກໜ້ອຍຫຼືວຽກໃຫຍ່, ວຽກສຸກເສີນຮີບດ່ວນ, ວຽກສ່ຽງເປັນ ສ່ຽງຕາຍກໍແມ່ນຊາວໜຸ່ມກອງທັບປະຈັນບານນຳໜ້າທຸກຂະບວນການຄຽງບ່າຄຽງໄຫຼ່ກັບຊາວໜຸ່ມກະຊວງ- ອົງການຂອງລັດ. ສະນັ້ນ, ຈຶ່ງສົມແລ້ວວ່າ: ເປັນກໍາລັງຊາວໜຸ່ມຂອງກອງທັບປະຕິວັດຂອງຊາດລາວວິລະຊົນ, ຄົນລາວພິລະອາດຫານ.

ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍບົດບາດຂອງພັກ ກໍຄືບົດບາດຂອງຊາວໜຸ່ມທີ່ ເປັນແຂນຂວາຂອງພັກ ສະຫາຍ ມອນໄຊ ລາວມົວຊົງ ໄດ້ເນັ້ນຕື່ມໃຫ້ຄະນະຊາວໜຸ່ມກອງທັບ ຕ້ອງກຳແໜ້ນບັນຫາພື້ນຖານ-ບັນຫາພາກພື້ນ ແລະ ສາກົນ, ເບິ່ງກວ້າງເຫັນໄກກຳແໜ້ນສະພາບທີ່ເກີດຂຶ້ນໃນໂລກ ແລະ ບັນຫາຊາວໜຸ່ມໃນໂລກເພື່ອວາງແຜນຖອດຖອນບົດຮຽນ, ກຳແໜ້ນສະພາບການພາຍໃນ, ບັນຫາທີ່ພົ້ນເດັ່ນທັງດ້ານ ຕັ້ງໜ້າ ແລະ ດ້ານລົບ, ຄະນະນໍາຊາວໜຸ່ມຕ້ອງກຳແໜ້ນບັນຫານີ້, ອີກບັນຫາໜຶ່ງແມ່ນກຳແໜ້ນແນວຄິດຈິດຕະສາດຂອງຊາວໜຸ່ມ-ໄວໜຸ່ມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ມີແຕ່ພັກເທົ່ານັ້ນ ເປັນຜູ້ນໍາພາຊາວໜຸ່ມບໍ່ໄດ້ອະນຸຍາດໃຫ້ຜູ້ອື່ນນໍາພາ, ກຳແໜ້ນນະໂຍບາຍຂອງລັດຕໍ່ຊາວໜຸ່ມ ມີ 3 ນະໂຍບາຍລະອຽດກຳນົດໃນກົດໝາຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຕ້ອງກໍາແໜ້ນທີ່ຕັ້ງ ແລະ ພາລະບົດບາດຂອງຊາວໜຸ່ມທີ່ໄດ້ກຳນົດແຈ້ງ ໃນມາດຕາ 8 ແລະ ມາດຕາ 9 ຂອງກົດໝາຍວ່າດ້ວຍຄະນະຊາວໜຸ່ມ; ພວກເຮົາຕ້ອງເອົາໃຈໃສ່ຮັກສາຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນຄະນະຊາວໜຸ່ມແຕ່ລະຂັ້ນເປັນບັນຫາພື້ນຖານ, ຖ້າຂາດຄວາມສາມັກຄີແຕ່ລະຂັ້ນ ກໍບໍ່ສາມາດເປັນແບບຢ່າງນຳໜ້າໄດ້. ສະນັ້ນ, ການຮັກສາຄວາມສາມັກຄີພາຍໃນຕ້ອງຕິດພັນກັບການຮັກສາຜົນງານການປະຕິວັດ ຄືກັບຮັກສາ “ ແກ້ວຕາຂອງຕົນເອງ “ ເພາະຖ້າເສຍອັນອື່ນພໍເອົາຄືນໄດ້ ແຕ່ຖ້າເສຍໝາກຜົນຂອງການປະຕິວັດເອົາຄືນບໍ່ໄດ້ ເພາະມັນແມ່ນເລືອດແມ່ນເນື້ອຂອງຊາວໜຸ່ມຮຸ້ນກອ່ນ ພວກເຮົາຕ້ອງເດັດດ່ຽວກ້າປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງຄະນະຊາວໜຸ່ມແຕ່ລະຂັ້ນ. ແບບແຜນວິທີເຮັດວຽກ ຕ້ອງມີ: 1.ຖືເອົາເນື້ອໃນເປັນບັນຫາຕົ້ນຕໍ່, ບັນດາຮູບການທີ່ບໍ່ຈຳເປັນ ພະຍາຍາມຕັດອອກລວມເຖິງເນື້ອໃນລາຍງານການເມືອງທີ່ແລ່ນແຕ່ຜົນງານ. 2. ຕ້ອງແກ້ແບບແຜນວິທີເຮັດວຽກ ຂອງຊາວໜຸ່ມຕ້ອງກຳແໜ້ນ ແລະ ປະຕິບັດເຂັ້ມງວດຕໍ່ຫຼັການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ; ຕ້ອງອອກແຮງສ້າງຂະບວນການຊາວໜຸ່ມໃຫ້ກາຍເປັນຂະບວນການຟົດຟື້ນມີເນື້ອໃນຕ້ອງຖືເອົາຂະບວນການ 4 ບຸກ ເພາະແມ່ນໄມ້ຫຼາວັດແທກຂອງລະບົບການຈັດຕັ້ງ ແລະ ບຸກຄົນໃນການຈັດຕັ້ງ, ຕິດພັນກັບຂໍ້ແຂ່ງຂັນຮັກຊາດພັດທະນາ, ຕິດພັນວຽກງານ 3 ສ້າງຂອງພັກ. ໃນນີ້ 3 ສ້າງຕ້ອງເອົາ 4 ເນື້ອໃນ 4 ຄາດໝາຍຕິດພັນ 4 ບຸກ ບໍ່ສາມາດຕັດແຍກອອກຈາກກັນໄດ້; ຊາວໜຸ່ມໃນຖັນແຖວກອງທັບ ຕ້ອງໄດ້ເຂົ້າຮ່ວມປະຕິບັດ ແນວທາງວຽກງານການຕ່າງປະເທດຂອງພັກຢ່າງຕັ້ງໜ້າ ຊຶ່ງຍາມໃດ ພັກກໍຍຶດໝັ້ນແນວທາງການຕ່າງປະເທດ ຢ່າງສະເໝີຕົ້ນສະເໝີປາຍ ຄື: “ ສັນຕິພາບ, ເອກະລາດ, ເອກະພາບ ແລະ ການຮ່ວມມື ” . ນີ້ແມ່ນທັດສະນະຂອງພັກ ອີກທັດສະນະໜຶ່ງແມ່ນ: “ ເພີ່ມມິດຫຼຸດ ຜ່ອນສັດຕູ ” ທັດສະນະດຳເນີນການທູດປ້ອງກັນເຫດ, ໝາຍຄວາມວ່າຕ້ອງເອົາການຕ່າງປະເທດ ເປັນວຽກໜຶ່ງຄໍ້າປະກັນ ຄວາມໝັ້ນຄົງຂອງຊາດ ຕິດພັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ.

ໂດຍ: ປູນາ+ຄຳອ້າຍ