ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ບົດຂ່າວ

ສະເໜີຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສະບັບສ້າງໃໝ່).

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາເເຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສະບັບສ້າງໃໝ່) ເຊິ່ງປະກອບມີ 13 ພາກ, 10 ໝວດ, 68 ມາດຕາ, ກົດໝາຍສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການເຄື່ອນໄຫວ, ການແຕ່ງຕັ້ງ, ການເລື່ອນຂັ້ນ, ການປົດຂັ້ນ, ການຍົກຍ້າຍ ແລະ ການສັບປ່ຽນບ່ອນປະຈຳການ…

ໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມເເປງລົດ-ເຮືອກອງທັບ ສ້າງໄດ້ຜົນງານທີ່ພົ້ນເດັ່ນໃນການປະຕິບັດໜ້າທີ່ການເມືອງຂອງຕົນ.

ໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມເເປງລົດ-ເຮຶອກອງທັບ ເເມ່ນໜ່ວຍເອກະລາດໜຶ່ງ ມີໜ້າທີ່ເຕົ້າໂຮມຄວາມສາມັກຄີ ແລະ ຊ່ວຍຄະນະພັກ – ຄະນະອໍານວຍການຊຸກຍູ້ຂະບວນການຕ່າງໆ ໃນກົມກອງ, ເຮັດສຳເລັດໜ້າທີ່ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິ, ຄໍາສັ່ງຂອງຄະນະພັກ-ຄະນະອຳນວຍການ ແລະ ພະເເນກສະຫະພັນເເມ່ຍິງກົມໃຫຍ່ເຕັກນິກກອງທັບ ກໍຄື ຫ້ອງການສະຫະພັນແມ່ຍິງກອງທັບ, ແຜນພັດທະນາແມ່ຍິງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ, ສຶກສາອົບຮົມໃຫ້ສະມາຊິກສະຫະພັນແມ່ຍິງມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ເຊື່ອໝັ້ນຕໍ່ການນໍາຂອງພັກ-ລັດ ອອກແຮງປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ເຮັດສຳເລັດໜ້າທີ່ວຽກງານ ຕາມການມອບໝາຍຂອງຂັ້ນເທິງໄດ້ເປັນຢ່າງດີ. ສະຫາຍ ພັນຕີ ນາງ ຄຳຫຼ້າ ສາລິວົງ ຫົວຫນ້າໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມແປງລົດ-ເຮຶອກອງທັບ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ…

ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຫຼາຍບັນຫາເພຶ່ອເຮັດໃຫ້ວຽກງານການໂຄສະນາເຜີຍແຜ່ກົດໝາຍໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ໄດ້ມີຄຳເຫັນຕໍ່ບົດລາຍງານການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດວ່າ: ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບສູງຕໍ່ເນື້ອໃນບົດລາຍງານດັ່ງກ່າວ ແລະ ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ກໍຄື ບັນດາອົງການລັດ ທີ່ໄດ້ເອົາໃຈໃສ່ ຊີ້ນໍາຈັດຕັ້ງປະຕິບັດວຽກງານໂຄສະນາ ເຜີຍແຜ່ກົດໝາຍ ໃນໄລຍະຜ່ານມາ ແລະ ເພື່ອເຮັດໃຫ້ການໂຄສະນາເຜີຍແຜ່ກົດໝາຍໄດ້ຮັບການເຜີຍແຜ່ຢ່າງທົ່ວເຖິງ ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບສູງ ຄືຕ້ອງໄດ້ເອົາໃຈໃສ່ຍົກລະດັບ ດຳລັດຂອງລັດຖະບານວ່າດ້ວຍການໂຄສະນາເຜີຍແຜ່ນິຕິກຳ ຂຶ້ນເປັນກົດໝາຍ; ເພີ່ມທະວີບົດບາດຄຸ້ມຄອງມະຫາພາກວຽກງານໂຄສະນາເຜີຍແຜ່ກົດໝາຍ ໂດຍການສ້າງແຜນການພັດທະນາ ການໂຄສະນາເຜີຍແຜ່ກົດໝາຍ ແຕ່ປີ 2026-2030 ເພື່ອຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງໂຄສະນາ ເຜີຍແຜ່ກົດໝາຍຂອງຂະແໜງການຕ່າງໆ ໃຫ້ເປັນລະບົບ, ສ້າງພະນັກງານໂຄສະນາເຜີຍແຜ່ນິຕິກຳຂອງຂະແໜງການຕ່າງໆ ດ້ວຍການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ມີຄຸນະພາບສູງຂຶ້ນກວ່າເກົ່າ;…

ຮອງຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ ລົງເຄື່ອນໄຫວວຽກງານຂ່າວສານ ແລະ ເຮັດລາຍການອອກອາກາດສົດ ຢູ່ກອງບັນຊາການທະຫານແຂວງຄຳມ່ວນ.

ໃນລະຫວ່າງວັນທີ 12-13 ມິຖຸນາ 2025, ສະຫາຍພັນໂທ ສຸກຂີ ວົງພິມ ຮອງຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ ພ້ອມດ້ວຍພະນັກງານວິຊາການກອງວິທະຍຸກະຈາຍສຽງກອງທັບ ໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນຂ່າວ-ບົດ ແລະ ເຮັດລາຍການອອກອາກາດສົດ ຢູ່ກອງບັນຊາການທະຫານແຂວງຄຳມ່ວນ, ໂດຍມີສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ. ຈຸດປະສົງໃນການເຄື່ອນໄຫວຄັ້ງນີ້, ແມ່ນເພື່ອເກັບກຳຜົນງານຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ ແລະ ປະດັບເອ້ໃຫ້ 3 ວັນປະຫວັດສາດ ຂອງຊາດຂອງພັກ ໃນປີ 2025 ຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50…

ລັດຖະບານ ສຸມໃສ່ໂຄສະນາເຜີຍເເຜ່ກົດໝາຍ ໃນທົ່ວປະເທດ ໃຫ້ເປັນມາດຕະການອັນລະອຽດ ໃນທຸກຂົງເຂດວຽກງານ

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາເເຫ່ງຊາດ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ລາຍງານວ່າ: ພາຍຫຼັງທີ່ຄະນະປະຈຳສະພາແຫ່ງຊາດໄດ້ອອກ ຄໍາແນະນໍາ ວ່າດ້ວຍການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ ກົດໝາຍ ສະບັບເລກທີ 01/ຄປຈ, ລົງວັນທີ 03/01/2024; ຜ່ານການສັງລວມຕີລາຄາການ ໂຄສະນາເຜີຍແຜ່ກົດໝາຍຂອງແຕ່ລະຂະແໜງການ ພາຍຫຼັງປັບປຸງລັດຖະທຳມະນູນ ປີ 2015 ເປັນຕົ້ນມາ ເຫັນວ່າແຕ່ສູນກາງຮອດທ້ອງຖິ່ນ ໄດ້ຖືເອົາການໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ, ລະບຽບການ ແລະ ມາດຕະການອັນລະອຽດ ໃນທຸກຂົງເຂດວຽກງານ, ເຊິ່ງປັດຈຸບັນກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ…

ຄະນະປະຈໍາສະພາແຫ່ງຊາດສະເໜີ ຫຼາຍບັນຫາສຳຄັນໃນການພັດທະນາພະລັງງານໄຟຟ້າ ໃຫ້ມີປະສິດທິພາບ ແລະ ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານພັດທະນາພະລັງງານໄຟຟ້າ ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຕາງໜ້າຄະນະປະຈຳສະພາເເຫ່ງຊາດ, ໄດ້ມີຫຼາຍບັນຫາສະເໜີຕໍ່ລັດຖະບານວ່າ: ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ ທີ່ໄດ້ເຊັນສັນຍາສຳປະທານ ກັບລັດຖະບານ, ໂຄງການທີ່ຢູ່ໃນຂັ້ນຕອນການຂໍອະນຸມັດເຊັນສັນຍາສຳປະທານ ແລະ ເນື້ອໃນສັນຍາສໍາປະທານໂຄງການ ຕ້ອງກຳນົດໃຫ້ລະອຽດຈະແຈ້ງ ເຖິງການແບ່ງຄວາມຮັບຜິດຊອບ ຂອງສູນກາງ ແລະ ທ້ອງຖິ່ນ, ເອົາໃຈໃສ່ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນ ການມອບເງິນພັນທະຕ່າງໆ ຂອງ ຜູ້ພັດທະນາໂຄງການ ໂດຍໃຫ້ສອດຄ່ອງກັບກົດໝາຍ, ສັນຍາສຳປະທານ, ເອກະສານຊ້ອນທ້າຍ ຂອງໂຄງການ (ຜ່ານມາ…

ພາຍຫຼັງເປີດປີທ່ອງທ່ຽວຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຜົນລື່ນຄາດໝາຍ.

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາເເຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ເເລະ ທ່ອງທ່ຽວ ໄດ້ລາຍງານວ່າ: ພາຍຫຼັງທີ່ເປີດປີທ່ອງທ່ຽວລາວ, ປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ປະກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກເປັນ 2 ລະດັບ ຄື: ກິດຈະກໍາລະດັບຊາດມີ 14…

22 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ.

ກົມວິທະຍາສາດ-ປະຫວັດສາດ ການທະຫານ ມີຕົ້ນກຳເນີດ ມາຈາກ ການໂຮມເຂົ້າກັນຂອງ 2 ກົມນ້ອຍເອກະລາດຄື: ກົມວິທະຍາສາດ ການທະຫານ ຂຶ້ນກັບກົມ ໃຫຍ່ເສນາທິການກອງທັບ ແລະ ກົມປະຫວັດສາດ ການທະຫານ ຂຶ້ນກັບກົມໃຫຍ່ການເມືອງກອງທັບ, ໂດຍອີງຕາມການເຕີບໃຫຍ່ຂະຫຍາຍຕົວຂອງທຸກກໍາລັງໃນກອງທັບປະຊາຊົນລາວ ກໍຄືຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ 2 ກົມນ້ອຍດັ່ງກ່າວ ຈິ່ງໄດ້ໂຮມເຂົ້າກັນ, ຈັດຕັ້ງເປັນ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ໂດຍແມ່ນກະຊວງປ້ອງກັນປະເທດຕົກລົງ ອະນຸມັດ ຕາມຂໍ້ຕົກລົງສະບັບເລກທີ 813/ກປທ, ລົງວັນທີ 10 ມິຖຸນາ 2003. ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ເລຂາຄະນະພັກ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ…

ກະຊວງອຸດສາຫະກໍາ ແລະ ການຄ້າ ສຸມໃສ່ສ້າງການຫັນປ່ຽນໃຫ້ປະເທດເຮົາເປັນ“ເສດຖະກິດທີ່ມີອຸດສາຫະກຳເຂັ້ມແຂງດ້ວຍພະລັງງານຕົນເອງ”

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕອນບ່າຍວັນທີ 12 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຜ່ານບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້າ ໃນນີ້ການພັດທະນາແຫຼ່ງພະລັງງານໄຟຟ້າ ໄດ້ສ້າງລາຍຮັບທີ່ສໍາຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມໃນໄລຍະຜ່ານມາ, ສະເພາະປີ 2024, ລາຍຮັບຈາກການສົ່ງອອກໄຟຟ້າ ມີ ມູນຄ່າເຖິງ 2,655 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 12% ຈາກປີ 2023); ການລົງທຶນພັດທະນາແຫຼ່ງໄຟຟ້າຕ່າງໆ ໄດ້ນໍາເອົາຜົນປະໂຫຍດປິ່ນອ້ອມມາສູ່ປະເທດເຮົາ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ,…

ພາແຫ່ງຊາດ ປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ແກ່ສະມາຊິກພັກທີ່ເປັນການນໍາຂັ້ນສູງຂອງສະພາແຫ່ງຊາດ.

ໃນວັນທີ 12 ມິຖຸນາ 2025 ສະພາແຫ່ງຊາດ ຈັດພິທີປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ແກ່ສະມາຊິກພັກທີ່ເປັນການນໍາຂັ້ນສູງຂອງສະພາແຫ່ງຊາດ, ອະດີດການນໍາຂັ້ນສູງບຳນານຂອງສະພາແຫ່ງຊາດ, ສະມາຊິກພັກ, ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ທີ່ມີຜົນງານດີເດັ່ນ, ມີຄຸນງາມຄວາມດີ, ທຸ່ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານກັບຈັກກະພັດຜູ້ຮຸກຮານ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ. ໃນໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດຂອງການສ້າງຕັ້ງ ແລະ ການເຄື່ອນໄຫວນໍາພາຂອງພັກ ປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ຊື່ງການກຳເນີດຂອງ ພັກປະຊາຊົນລາວ ໃນເມື່ອກ່ອນ ກໍຄື…

ຄະນະປະຈໍາສະພາແຫ່ງຊາດສະເໜີໃຫ້ລັດຖະບານເອົາໃຈໃສ່ຊີ້ນໍາການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງ

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕອນເຊົ້າຂອງວັນທີ 12 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ມ ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ເຊິ່ງຜ່ານການລົງຕິດຕາມກວດກາຂອງກຳມາທິການ ກໍຄືຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ເຫັນວ່າ ສະພາບເສັ້ນທາງໃນປັດຈຸບັນ ມີສະພາບທີ່ຊຸດໂຊມ, ເປ່ເພຫຼາຍສົມຄວນ ທີ່ຈະຕ້ອງໄດ້ສຸມໃສ່ຟື້ນຟູ, ບູລະນະສ້ອມແປງໃຫ້ເຂົ້າສູ່ສະພາບປົກກະຕິ ແຕ່ງົບປະມານທີ່ນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ຍັງມີຈຳກັດ. ເພາະສະນັ້ນ, ລັດຖະບານ ຈຶ່ງໄດ້ຄົ້ນຄວ້າການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ…

ກະຊວງໂຍທາທິການ ເເລະ ຂົນສົ່ງ ສຸມໃສ່ການຈັດຕັ້ງປະຕິບັດ ບູລະນະຮັກສາ ເເລະ ສ້ອມເເປງເສັ້ນທາງທີ່ເປເພ່

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 12 ມິຖຸນາ 2025 , ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂນທາທິການ ເເລະ ຂົນສົ່ງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ບູລະນະຮັກສາ ເເລະ ສ້ອມເເປງເສັ້ນທາງວ່າ: ມາຮອດປີ 2024, ຕາໜ່າງເສັ້ນທາງໃນທົ່ວປະເທດມີຄວາມຍາວທັງໝົດ 59,963 ກມ ເທົ່າກັບ 100%, ເຊິ່ງໄລຍະຜ່ານມາລັດຖະບານ ໄດ້ພະຍາຍາມ ແລະ ສຸມໃສ່ຢ່າງ ຕັ້ງໜ້າໃນການພັດທະນາທາງຫຼວງ ແຕ່ເສັ້ນທາງ ເບຕົງ, ປູຢາງຂົ້ວ ແລະ…

ກະຊວງປ້ອງກັນປະເທດ ມອບການຍ້ອງຍໍ ໃຫ້ມູນນິທິ ແລະ ບໍລິສັດ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນຊອກຄົ້ນ-ກອບກູ້ ສົບນັກບິນ ແລະ ຊາກຍົນ YAK-130

ວັນທີ 11 ມິຖຸນາ 2025, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ມອບຫຼຽນໄຊພິລະອາດຫານ, ໃບຍ້ອງຍໍ ໃຫ້ມູນນິທິ ແລະ ບໍລິສັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊອກຄົ້ນ-ກອບກູ້ ສົບນັກບິນ ແລະ ຊາກຍົນ YAK-130 ທີ່ເກີດອຸບັດຕິເຫດຕົກ ຢູ່ແຂວງຊຽງຂວາງ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານອາກາດ, ບັນດາຜູ້ຕາງໜ້າ ບໍລິສັດ ແລະ ມູນິທິ ພ້ອມດ້ວຍກໍາລັງ ທີ່ເຂົ້າຊ່ວຍເຫຼືອການກອບກູ້ເຫດການຍົນ YAK-130 ຕົກຢູ່ແຂວງຊຽງຂວາງ ເຂົ້າຮ່ວມ.…

ຖືເອົາການແກ້ໄຂບັນຫາເຄັ່ງຮ້ອນ ເປັນວຽກບູລິມະສິດໃນວຽກຈຸດສຸມ ແຕ່ນີ້ຮອດໝົດປີ 2025.

ລັດຖະບານ ເຫັນວ່າ ບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ກະທົບຕໍ່ການດຳລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າ ຊຶ່ງແຕ່ນີ້ຮອດໝົດປີ 2025 ລັດຖະບານກໍໄດ້ຖືເອົາການແກ້ໄຂບັນຫາດັ່ງກ່າວ ເປັນວຽກບູລິມະສິດໃນວຽກຈຸດສຸມ ເພື່ອຈະແກ້ໄຂບັນຫາເຄັ່ງຮ້ອນນັ້ນ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຂຶ້ນມີຄໍາເຫັນເພີ່ມຕື່ມ ເພື່ອອະທິບາຍຊີ້ແຈງ ໃນຫຼາຍຄໍາຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ໃນໂອກາດນີ້,…

ກົມກວດກາກອງທັບ ເຜີຍແຜ່ຂໍ້ຕົກລົງສະບັບປັບປຸງໃໝ່

ວັນທີ 10 ມິຖຸນາ 2025 ກົມກວດກາກອງທັບໄດ້ຈັດພິທີເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາກອງທັບ, ໂດຍການເປັນປະທານຂອງສະຫາຍ ພັນເອກ ແພງສີ ເສັງວິໄຊ ຫົວໜ້າກົມກວດກາກອງທັບ, ມີຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ສະຫາຍ ພັນເອກ ແສງອາໄລ ວັນນະພອນ ຮອງຫົວໜ້າກົມກວດກາກອງທັບ ໄດ້ຜ່ານຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາກອງທັບ ອີງຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໝວດທີ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ, ອີງຕາມ ກົດໝາຍ ວ່າດ້ວຍການກວດກາລັດ ສະບັບເລກທີ 25/ສພຊ, ລົງວັນທີ 29…