ຕັ້ງໜ້າອົບຮົມ-ຫັດແອບ ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງກົມກອງໃນສະເພາະໜ້າ ແລະ ຍາວນານ




ໃນຕະຫຼອດໄລຍະຜ່ານມາ, ກໍຄືປັດຈຸບັນຫ້ອງເສນາທິການກອງບັນຊາການທະຫານແຂວງຄຳມ່ວນ ຍາມໃດກໍໄດ້ຖືເອົາວຽກງານອົບຮົມ-ຫັດແອບ ເປັນວຽກໜຶ່ງທີ່ສໍາຄັນ ແລະ ແມ່ນຄວາມຮັບຜິດຊອບ ຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ນາຍ ແລະ ພົນທະຫານທຸກສະຫາຍ ຕ້ອງໄດ້ປະຕິບັດເປັນປົກກະຕິຕໍ່ເນື່ອງ ແລະ ຕັ້ງໜ້າອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ເພື່ອຮັບປະກັນໜ້າທີ່ກຽມພ້ອມສູ້ຮົບ ແລະ ເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງໃນສະເພາະໜ້າ ແລະ ຍາວນານ.
ສະຫາຍ ພັນເອກ ສົມພານ ເມືອງຈັນ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງເສນາທິການ ທະຫານແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ສຸມໃສ່ຊີ້ນໍາບັນດາກົມກອງທົ່ວທະຫານແຂວງ ໃນ 37 ຫົວໜ່ວຍກົມກອງທີ່ຂຶ້ນກັບ, ເປັນເຈົ້າການຈັດຕັ້ງການອົບຮົມຫັດແອບການທະຫານ-ການເມືອງ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະ ຢ່າງເປັນຂະບວນການຢ່າງຕັ້ງໜ້າ, ໃນຍາມສັນຕິພາບພວກເຮົາໄດ້ແບ່ງການອົບຮົມຫັດແອບ ອອກເປັນສອງໄລຍະ ຄື: ໄລຍະທີ ໜຶ່ງ ແຕ່ເດືອນ 2 ຫາເດືອນ 7, ໄລຍະທີສອງ ແຕ່ເດືອນ 7 ຫາເດືອນ 10, ເຊິ່ງແຕ່ລະກົມກອງ ແມ່ນ ສາມາດປະຕິບັດແຜນການດັ່ງກ່າວສໍາເລັດ 100%, ມີເປົ້າໝາຍເຂົ້າຮ່ວມທັງໝົດ 3.773 ສະຫາຍ, ສ່ວນໃນຍາມສູ້ຮົບແມ່ນຕ້ອງໄດ້ມີແຜນການອົບຮົມຫັດແອບສະເພາະຕ່າງຫາກ, ໃນຍາມສັນຕິພາບ ການກຽມພ້ອມສູ້ຮົບພວກເຮົາໄດ້ ຈັດຕັ້ງລະບົບປະຈຳການໃນແຕ່ລະຂັ້ນ ຕາມຫຼັກການແຕ່ລະພາວະ ມີຄະນະປະຈຳການບັນຊາ ປະຈຳການສູ້ຮົບ, ປະຈຳການບໍລິຫານ – ກໍາລັງປະຈໍາການ – ປະຈຳການເຫຼົ່າຮົບ, ຮັບປະກັນຕະຫຼອດ 24 ຊົ່ວໂມງ ພ້ອມທັງຮັບການລາຍງານສະພາບຈາກແຕ່ລະກົມກອງລວບລວມ, ລາຍງານສະພາບໃນແຕ່ລະວັນ ໃຫ້ປະຈຳການຂັ້ນເທິງເປັນປົກກະຕິ ເພື່ອເປັນການກວດກາ ການຈັດຕັ້ງປະຕິບັດມະຕິຄໍາສັ່ງ, ໄດ້ຈັດຕັ້ງຄະນະລົງຊຸກຍູ້ກວດກາການກຽມພ້ອມສູ້ຮົບ ຂອງແຕ່ລະກົມກອງເປັນປົກກະຕິດ້ວຍການອາແລັກ, ກວດກາລະບົບປະຈຳການ ກວດກາພາຫະນະປະຈຳການ, ກວດກາຈໍານວນພົນຕາມລະບົບໂຄງຮ່າງການຈັດຕັ້ງ ກວດກາ ການອົບຮົມ – ຫັດແອບຂອງແຕ່ລະພາກສ່ວນ, ກົມກອງ ໃຫ້ສາມາດຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໄປພ້ອມກັນນັ້ນ ໄດ້ສຳເລັດຊຸດອົບຮົມຫັດແອບກໍ່ສ້າງນາຍສິບທະຫານຮາບ ຮຸ່ນທີ 20 ຈໍານວນ 55 ສະຫາຍ, ກໍ່ສ້າງເລັ່ງລັດການເມືອງ-ການທະຫານ ຮຸ່ນທີ 10 ຈໍານວນ 60 ສະຫາຍ, ສຳເລັດຊຸດອົບຮົມຫັດແອບທະຫານໃໝ່ ປະຈຳປີ 2025 ຈໍານວນ 56 ສະຫາຍ, ອົບຮົມໃຫ້ພະນັກງານຫຼັກແຫຼງເປົ້າໝາຍ 4 ສຳເລັດ 1 ຊຸດ ຈຳນວນ 59 ສະຫາຍ, ຍິງ 9 ສະຫາຍ ແລະ ອົບຮົມໃຫ້ກໍາລັງກອງຫຼອນສໍາເລັດ 3 ເມືອງ ຈໍານວນ 189 ສະຫາຍ, ຜ່ານການ ອົບຮົມຫັດແອບໃຫ້ແຕ່ລະເປົ້າໝາຍ ເຫັນວ່າສາມາດກຳໄດ້ບົດຮຽນພາກທິດສະດີ-ຫຼັກການ ແລະ ພາກປະຕິບັດຕົວຈິງໄດ້ດີພໍສົມຄວນ, ສະແດງອອກຄື: ພາກການທະຫານ ໄດ້ 97,55%, ພາກວິຊາການເມືອງ ໄດ້ 95,47%, ພາກພະລາທິການ-ເຕັກນິກ 84,41% ແລະ ວິຊາສະເພາະເຫຼົ່າຮົບຕ່າງໆ ໄດ້ 86,20%, ເຊິ່ງການອົບຮົມຫັດແອບດັ່ງກ່າວນັ້ນ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການປັບປຸງກໍ່ສ້າງກຳລັງຂອງກອງທັບ ໂດຍສະເພາະ ແມ່ນກໍ່ສ້າງກໍາລັງປ້ອງກັນຊາດທ້ອງຖິ່ນແຂວງຄໍາມ່ວນ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ການຊີ້ນໍາ-ບັນຊາ,ມີຄວາມຮູ້-ຄວາມສາມາດດ້ານສິນລະປະຍຸດ-ຍຸດທະວິທີ, ເປັນກຳລັງຫຼັກແຫຼ່ງ ຮັບປະກັນກຽມພ້ອມສູ້ຮົບໃນທຸກພາວະ ເພື່ອປົກປັກຮັກສາເຂດນໍາແດນດິນ, ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫາຍ ພັນເອກ ສົມພານ ເມືອງຈັນ ໃຫ້ຮູ້ຕື່ມວ່າ: ສໍາລັບທິດທາງແຜນການໃນຕໍ່ໜ້າໂດຍອີງໃສ່ສະພາບການຕ່າງໆ ເພື່ອເຮັດໃຫ້ປະເທດຊາດ ແລະ ລະບອບການເມືອງມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບປອດໄພ, ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໄໝ່, ຕ້ອງເອົາໃຈໃສ່ຍົກສູງຄຸນນະພາບ ວຽກງານອົບຮົມຫັດແອບ ເພື່ອເຮັດໃຫ້ພະນັກງານນາຍ ແລະ ພົນທະຫານ ທົ່ວກົມກອງທ້ອງຖິ່ນຂອງພວກເຮົາໃຫ້ຖືກຕ້ອງຕາມຄໍາສັ່ງແນະນໍາຂອງກົມອົບຮົມກົມໃຫຍ່ ເສນາທິການກອງທັບ ກໍຄືແຜນອົບຮົມປະຈຳປີ ຂອງກອງບັນຊາການທະຫານແຂວງຄໍາມ່ວນ ເພື່ອເຮັດໃຫ້ພະນັກງານນາຍ ແລະ ພົນທະຫານ ມີຄວາມຊຳນິຊຳນານທາງດ້ານສິນລະປະຍຸດ-ຍຸດທະວິທີ ພ້ອມທັງ ປັບປຸງກໍ່ສ້າງກຳລັງໃຫ້ມີລະບຽບແບບແຜນວິທີເຮັດວຽກທີ່ທັນສະໄໝ ແລະ ກ້າວໜ້າ ນອກນັ້ນຍັງເປັນການຝຶກຝົນກໍາລັງແຮງກາຍໃຫ້ມີຄວາມແຂງແຮງ ໃນການເຄື່ອນໄຫວເຮັດໜ້າທີ່ກຽມພ້ອມສູ້ຮົບ.
ໂດຍ ນົກ ບຸນມາເລີດ