ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ການເມືອງ

ກອງວິທະຍຸກະຈາຍສຽງກອງທັບ ສໍາເລັດການອົບຮົມວຽກງານການເມືອງ – ແນວຄິດ ປະຈຳປີ 2025.

ວັນ 16 ກໍລະກົດ 2025, ກອງວິທະຍຸກະຈາຍສຽງກອງທັບ ໄດ້ສໍາເລັດການອົບຮົມວຽກງານການເມືອງ – ແນວຄິດ ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ສຽງວຽງ ແນວຮັກພູມສະໄໝ ຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສີສະໝອນ ແສນມິດ ຮອງຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ ໄດ້ລາຍງານຜົນສໍາເລັດໃນການອົບຮົມວຽກງານການເມືອງ – ແນວຄິດ ຂອງກອງວິທະຍຸກະຈາຍສຽງກອງທັບ ປະຈໍາປີ 2025 ເຊິ່ງຄະນະພັກ-ຄະນະບັນຊາ, ຄະນະອະນຸກຳມະການທີ່ຮັບຜິດຊອບ ແຕ່ລະວຽກງານ ໄດ້ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການນໍາພາຂອງຕົນ…

ກອງວິທະຍຸກະຈາຍສຽງກອງທັບ ເປີດອົບຮົມວຽກງານການເມືອງ – ແນວຄິດ ປະຈຳປີ 2025

ວັນທີ 8 ກໍລະກົດ 2025 ກອງວິທະຍຸກະຈາຍສຽງກອງທັບ ໄດ້ເປີດຊຸດອົບຮົມວຽກງານການເມືອງ – ແນວຄິດ ປະຈຳປີ 2025 ຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັນໂທ ນາງ ແສງວຽງ ແນວຮັກພູມສະໄໝ ຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສີສະໝອນ ແສນມິດ ຮອງຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ ໄດ້ຜ່ານແຜນການອົບຮົມວຽກງານການເມືອງ – ແນວຄິດ ຂອງກອງວິທະຍຸກະຈາຍສຽງກອງທັບ ປະຈໍາປີ 2025 ເຊິ່ງຈຸດປະສົງ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານການເມືອງໃນແຕ່ລະຂັ້ນໃຫ້ຮັບຮູ້, ກຳແໜ້ນກ່ຽວກັບແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ໜ້າທີ່ການເມືອງ…

ການເປັນປະທານອາຊຽນຂອງກອງທັບປະຊາຊົນລາວ ໃນປີ 2024 ຜ່ານມາ ໄດ້ເນັ້ນໃສ່ 4 ບຸລິມະສິດ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ທີ່ ບາງກອກ, ປະເທດໄທ, ໂດຍການລົງນາມໃນຖະແຫຼງການອາຊຽນ (ຖະແຫຼງການບາງກອກ) ໂດຍ ຜູ້ກໍ່ຕັ້ງຂອງ ອາຊຽນຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ສປປ ລາວ ຂອງພວກເຮົາ ໄດ້ເຂົ້າເປັນສະມາຊິກອາຊຽນໃນວັນທີ 28 ກໍລະກົດ 1995, ສະມາຄົມປະຊາຊາດແຫ່ງອາຊີ ຕາເວັນອອກສຽງໃຕ້ (ASSOCIATION OF SOUTHEAST ASIAN NATIONS ຫຼື ASEAN) ເປັນອົງການຮ່ວມມື ລະຫວ່າງ ປະເທດ…

ສສຊ ສະເໜີໃນກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ໃນການກໍານົດໂຄງລ່າງພື້ນຖານຂໍ້ມູນສໍາຄັນຂອງຊາດໃຫ້ເປັນບູລິມະສິດ.

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາເເຫ່ງຊາດ, ທ່ານ ນາງ ບົວໄຂ ເພັງສະຈັນ ສສຊ ເຂດ 13 ສະຫວັນນະເຂດ ໄດ້ສະແດງຄວາມຊົມເຊີຍຄະນະຮັບຜິດຊອບສ້າງຮ່າງກົດໝາຍດັ່ງກ່າວ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ໃນນີ້ ທ່ານໄດ້ມີຄໍາເຫັນສະເໜີໃນບາງຈຸດຂອງກົດໝາຍວ່າ: ໃນມາດຕາທີ 3 ສະເໜີໃຫ້ອະທິບາຍຄໍາສັບໂລກໄຊເບີການເຈາະລະບົບ ການໂຈລະກໍາຂໍ້ມູນ ລະດັບຊັ້ນຄວາມລັບ ຜູ້ສະໜອງ ແລະ ຜູ້ໃຫ້ບໍລິການພາຍນອກ, ໜ່ວຍງານໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດເພີ່ມຕື່ມ ແລະ ໃນຂໍ້ທີ 14 ຂອງມາດຕາ 3…

ສະເໜີກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສະບັບສ້າງໃໝ່)

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາເເຫ່ງຊາດ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກວຊຖ ເຕັກໂນໂລຊີ ເເລະ ການສື່ສານໄດ້ສະເໜີກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສະບັບສ້າງໃໝ່) ວ່າ: ໃນປັດຈຸບັນ ສປປ ລາວ ກໍາລັງກ້າວເຂົ້າສູ່ໄລຍະສໍາຄັນຂອງການຫັນເປັນດີຈິຕອນຕາມ 3 ເສົ້າຄໍ້າຄື ລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ, ເຊິ່ງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໄດ້ເນັ້ນໃສ່ການຫັນເປັນດີຈິຕອນໂດຍສະເພາະການພັດທະນາເສດຖະກິດດີຈິຕອນເປັນໜຶ່ງໃນບັນຫາສໍາຄັນໃນຊຸມປີຕໍ່ໜ້າ ໃນການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ ແລະ…

ເປີດບັ້ນອົບຮົມການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025

ວັນທີ 23 ມິຖຸນາ 2025, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ເປີດບັ້ນອົບຮົມການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ – ຫຼັກແຫຼ່ງ, ຈາກກົມ, ຫ້ອງການ, ກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພັນເອກ ບຸນຄຳ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດລາຍງານການກະກຽມເປີດບັ້ນອົບຮົມການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025, ການຈັດຕັ້ງອົບຮົມເອກະສານວຽກງານພັກ-ວຽກງານການເມືອງພະນັກງານນັກຮົບທົ່ວກົມໃຫຍ່ການເມືອງກອງທັບ ລວມມີ 4 ບົດຄື: ວຽກງານພັກ – ວຽກງານການເມືອງໃນກອງທັບປະຊາຊົນລາວ,…

ປັບປຸງກົດໝາຍວ່າດ້ວຍຢາ ເເລະ ຜະລິດຕະພັນການຢາ

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາເເຫ່ງຊາດ. ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີກົດໝາຍວ່າດ້ວຍຢາ ເເລະ ຜະລິດຕະພັນການເເພດ ( ສະບັບປັບປຸງ) ວ່າ: ຢາ ແລະ ຜະລິດຕະພັນການແພດ ແມ່ນປັດໃຈໜຶ່ງທີ່ມີຄວາມສໍາຄັນທີ່ສຸດ ສໍາລັບວຽກງານສາທາລະນະສຸກ ໃນການປ້ອງກັນ, ຮັກສາສຸຂະພາບ ຂອງມະນຸດ ຊຶ່ງກວມເອົາທຸກບັນຫາ ທີ່ກ່ຽວຂ້ອງກັບຄຸນະພາບ, ປະສິດທິພາບ ແລະ ຄວາມປອດໄພ ຂອງຜະລິດຕະພັນ ເປັນຕົ້ນຈາກການພັດທະນາ, ການຜະລິດ, ການນໍາເຂົ້າ, ການຈໍາໜ່າຍ ແລະ ການນໍາໃຊ້ໃນທຸກຂົງເຂດວຽກງານສາທາລະນະສຸກ.…

ສະເໜີກົດໝາຍວ່າດ້ວຍຊົນລະປະທານ ( ສະບັບປັບປຸງ)

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາເເຫ່ງຊາດ. ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ເເລະ ສິ່ງເເວດລ້ອມ ໄດ້ກ່າວວ່າ: ກົດໝາຍວ່າດ້ວຍຊົນລະປະທານ ເປັນເຄື່ອງມືຄຸ້ມຄອງມະຫາພາກໃນການພັດທະນາຊົນລະປະທານຕາມທ່າແຮງ ແລະ ເງື່ອນໄຂຂອງແຂວງ ກໍຄືເຂດແຄວ້ນ ເຮັດໃຫ້ລະບົບຊົນລະປະທານມີການຂະຫຍາຍຕົວທັງທາງດ້ານປະລິມານ ແລະຄຸນະພາບ ສາມາດຕອບສະໜອງຕໍ່ແນວທາງ ແລະ ແຜນນະໂຍບາຍຂອງຊາດ ເວົ້າລວມ ເວົ້າສະເພາະ ການສະໜອງນໍ້າໃຫ້ແກ່ພື້ນທີ່ການຜະລິດກະສິກຳເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ. ປັດຈຸບັນ, ລະບົບຊົນລະປະທານສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໄດ້ 500,221 ເຮັກຕາ, ໃນນັ້ນ…

ສະເໜີກົດໝາຍວ່າດ້ວຍການປູກຝັງ ( ສະບັບສ້າງໃໝ່)

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາເເຫ່ງຊາດ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ເເລະ ສິ່ງເເວດລ້ອມ ໄດ້ກ່າວວ່າ: ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດໝາຍວ່າດ້ວຍການປູກຝັງ (ສະບັບໃໝ່) ເເມ່ນເພື່ອຜັນຂະຫຍາຍວຽກງານ ຂອງກົດໝາຍ ວ່າດ້ວຍກະສິກຳ ທີ່ໄດ້ປະກາດ ໃຊ້ ໃນປີ 1998 ສະບັບເລກທີ 01/98 ສພຊ ລົງວັນທີ 10 ຕຸລາ 1998 ອອກເປັນອັນສະເພາະ, ເພື່ອປະຕິບັດແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ…

ສະເໜີກົດໝາຍວ່າດ້ວຍສາມັນສຶກສາ ( ສະບັບສ້າງໃໝ່)

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາເເຫ່ງຊາດ, ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ເເລະ ກິລາ ໄດ້ສະເໜີີກົດໝາຍວ່າດ້ວຍສາມັນສຶກສາ ( ສະບັບສ້າງໃໝ່) ວ່າ: ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງ ກົດໝາຍວ່າດ້ວຍສາມັນສຶກສາ ສະບັບນີ້ ເເມ່ນເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ເພື່ອຫຼຸດຜ່ອນ ອັດຕາການປະລະຂອງຜູ້ຮຽນ, ເພື່ອເຮັດໃຫ້ການຄຸ້ມຄອງ,…

ສະເໜີກົດໝາຍວ່າດ້ວຍສັງຄົມສົງເຄາະ (ສະບັບສ້າງໃໝ່).

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ. ທ່ານ ນາງ ແກ້ວ ຈັນທະມີໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ ເຊິ່ງວຽກສັງຄົມສົງເຄາະ ເປັນໜຶ່ງໃນນະໂຍບາຍດ້ານມະນຸດສະທຳ ຂອງພັກ ແລະ ລັດ ແມ່ນໜຶ່ງໃນ 3 ເສົາຄໍ້າໃນລະບົບສະຫວັດດີການສັງຄົມ ເຊັ່ນ: ການປະກັນສຸຂະພາບ, ປະກັນສັງຄົມ ແລະ ສັງຄົມສົງເຄາະ ເຊິ່ງໄດ້ມີການຈັດຕັ້ງປະຕິບັດ ນັບແຕ່ໄລຍະການປະຕິວັດຊາດ ປະຊາທິປະໄຕ ເປັນຕົ້ນມາ…

ພິຈາລະນາກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ເພື່ອໃຫ້ສອດຄ່ອງກັບລັດຖະທໍາມະນູນ ສະບັບປັບປຸງ ປີ 2025.

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນ ຂອງການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ເພື່ອໃຫ້ສອດຄ່ອງກັບ ລັດຖະທຳມະນູນສະບັບປັບປຸງ ປີ 2025, ກົດໝາຍສະບັບນີ້ ໄດ້ກໍານົດເນື້ອໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ເພື່ອໃຫ້ຈະແຈ້ງ ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານຂອງສານປະຊາຊົນ ໃຫ້ມີຄວາມຄ່ອງຕົວ ສອດຄ່ອງກັບສະພາບຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໂດຍການປັບປຸງບາງມາດຕາຂອງກົດໝາຍສະບັບນີ້ ຈະໄດ້ປ່ຽນແທນເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ເຊັ່ນ: ມາດຕາ…

ສະພາແຫ່ງຊາດ ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ.

ໃນວັນທີ 16 ມິຖຸນາ 2025 ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄະນະປະທານກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຖະເເຫຼງຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານວ່າ: ການຂຶ້ນສະເໜີຄວາມເຫັນຂອງຄະນະປະຈຳຕໍ່ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງກວ້າງຂວາງ, ຈະແຈ້ງ ຕໍ່ຄໍາຊັກຖາມ ແລະ ບັນຫາຕ່າງໆ ຢ່າງກົງໄປກົງມາ. ພິເສດກອງປະຊຸມ ຍັງໄດ້ຮັບຟັງການອະທິບາຍຊີ້ແຈງ ຂອງທ່ານ ນາຍົກລັດຖະມົນຕີ ແລະ ທ່ານປະທານສະພາແຫ່ງຊາດ ກໍໄດ້ມີຄໍາເຫັນສະຫຼຸບສັງລວມ, ໃນນີ້ ກ່ຽວກັບສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ…

ສະເໜີຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສະບັບສ້າງໃໝ່).

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາເເຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສະບັບສ້າງໃໝ່) ເຊິ່ງປະກອບມີ 13 ພາກ, 10 ໝວດ, 68 ມາດຕາ, ກົດໝາຍສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການເຄື່ອນໄຫວ, ການແຕ່ງຕັ້ງ, ການເລື່ອນຂັ້ນ, ການປົດຂັ້ນ, ການຍົກຍ້າຍ ແລະ ການສັບປ່ຽນບ່ອນປະຈຳການ…

ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຫຼາຍບັນຫາເພຶ່ອເຮັດໃຫ້ວຽກງານການໂຄສະນາເຜີຍແຜ່ກົດໝາຍໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ໄດ້ມີຄຳເຫັນຕໍ່ບົດລາຍງານການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດວ່າ: ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບສູງຕໍ່ເນື້ອໃນບົດລາຍງານດັ່ງກ່າວ ແລະ ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ກໍຄື ບັນດາອົງການລັດ ທີ່ໄດ້ເອົາໃຈໃສ່ ຊີ້ນໍາຈັດຕັ້ງປະຕິບັດວຽກງານໂຄສະນາ ເຜີຍແຜ່ກົດໝາຍ ໃນໄລຍະຜ່ານມາ ແລະ ເພື່ອເຮັດໃຫ້ການໂຄສະນາເຜີຍແຜ່ກົດໝາຍໄດ້ຮັບການເຜີຍແຜ່ຢ່າງທົ່ວເຖິງ ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບສູງ ຄືຕ້ອງໄດ້ເອົາໃຈໃສ່ຍົກລະດັບ ດຳລັດຂອງລັດຖະບານວ່າດ້ວຍການໂຄສະນາເຜີຍແຜ່ນິຕິກຳ ຂຶ້ນເປັນກົດໝາຍ; ເພີ່ມທະວີບົດບາດຄຸ້ມຄອງມະຫາພາກວຽກງານໂຄສະນາເຜີຍແຜ່ກົດໝາຍ ໂດຍການສ້າງແຜນການພັດທະນາ ການໂຄສະນາເຜີຍແຜ່ກົດໝາຍ ແຕ່ປີ 2026-2030 ເພື່ອຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງໂຄສະນາ ເຜີຍແຜ່ກົດໝາຍຂອງຂະແໜງການຕ່າງໆ ໃຫ້ເປັນລະບົບ, ສ້າງພະນັກງານໂຄສະນາເຜີຍແຜ່ນິຕິກຳຂອງຂະແໜງການຕ່າງໆ ດ້ວຍການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ມີຄຸນະພາບສູງຂຶ້ນກວ່າເກົ່າ;…