ວປກ ສໍາເລັດການບໍາລຸງ-ກໍ່ສ້າງນາຍທະຫານນໍາພາ-ບັນຊາ ແລະ ພາສາຕ່າງປະເທດ 13 ເປົ້າໝາຍ ປະຈຳສົກຮຽນປີ 2024-2025.





ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ສໍາເລັດການບໍາລຸງ-ກໍ່ສ້າງນາຍທະຫານນໍາພາ – ບັນຊາ ແລະ ພາສາຕ່າງປະເທດ 13 ເປົ້າໝາຍ ປະຈຳສົກຮຽນປີ 2024-2025 ໃນວັນທີ 17 ມິຖຸນາ 2025, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະອຳນວຍການວິທະຍາຄານ, ພະນັກງານຄູອາຈານ, ຄະນະຊ່ຽວຊານຕ່າງປະເທດ ແລະ ນັກສຶກສາທຸກລະບົບເຂົ້າຮ່ວມ.
ສະຫາຍ ພັນເອກ ປະລິນຍາເອກ ສິງ ບຸນນີວົງ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດແຜນການບໍາລຸງ-ກໍ່ສ້າງ ສົກຮຽນ 2024-2025, ຜ່ານການສຶກສາອົບຮົມການເມືອງນໍາພາແນວຄິດຕະຫຼອດຊຸດຮຽນ, ສາມາດເຮັດໃຫ້ຫັນປ່ຽນດ້ານຈິນຕະນາການ, ທຸກຄົນຮັບຮູ້ ແລະ ເຂົ້າໃຈຕໍ່ໜ້າທີ່ການເມືອງ, ພ້ອມກັນຈັດຕັ້ງປະຕິບັດຕາມໜ້າທີ່ ພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບ, ການຄຸ້ມຄອງແຜນການອົບຮົມ, ແຜນການວຽກງານ, ເນື້ອໃນເອກະສານການຮຽນ-ການສອນ, ກຳນົດເວລາຕ່າງໆ ຖືກຕ້ອງຕາມຂໍ້ກຳນົດ ແລະ ລະບຽບການ, ຖືກຕາມພາລະບົດບາດ, ສາມາດບັນລຸໄດ້ຕາມຈຸດປະສົງຂອງໂຄງການຫຼັກສູດ ແຕ່ລະເປົ້າໝາຍທີ່ໄດ້ກຳນົດ, ການຊີ້ນໍາ-ຄຸ້ມຄອງ, ການກວດກາການຈັດຕັ້ງປະຕິບັດແຜນການ ແມ່ນໄດ້ຮັບການຈັດຕັ້ງ ປະຕິບັດຢ່າງຕັ້ງໜ້າຂອງທຸກພາກສ່ວນ ໂດຍສະເພາະແມ່ນການປະຕິບັດຂໍ້ກຳນົດ, ກົດລະບຽບ, ການຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ, ທັດສະນະການອອກແຮງງານ ແລະ ອື່ນໆ, ຄູອາຈານໄດ້ສຸມທຸກສະຕິປັນຍາເພື່ອຖ່າຍທອດຄວາມຮູ້, ບັນດາບົດຮຽນພຶດຕິກຳ, ເປັນ ແບບຢ່າງທີ່ດີ, ໃນການຄົ້ນຄວ້າ, ສິດສອນແນະນໍາ, ນໍາພາປະຕິບັດການຮຽນ-ການສອນ ດ້ວຍຄວາມຮັບຜິດຊອບ ແລະ ຮັບປະກັນບັນລຸໄດ້ຈຸດປະສົງ, ຄາດໝາຍຂອງໂຄງການຫຼັກສູດ, ນັກສຶກສາໄດ້ມີຄວາມຕື່ນຕົວ ເປັນເຈົ້າການປະຕິບັດຂໍ້ກຳນົດ, ກົດລະບຽບ, ຍົກສູງຄວາມ ຮັບຜິດຊອບໃນການຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼ່ໍຫຼອມ, ເປັນແບບຢ່າງທີ່ດີໃນການຄົ້ນຄວ້າຮໍ່າຮຽນ ກໍຄືການເຄື່ອນໄຫວດໍາລົງຊີວິດ ແລະ ການປະຕິບັດລະບຽບກົດໝາຍ, ການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກຂະບວນການ ທີ່ທາງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ວາງອອກ ດ້ວຍຄວາມຮັບຜິດຊອບສູງ. ນັກສຶກສາທີ່ມາບຳລຸງ-ກໍ່ສ້າງນາຍທະຫານນໍາພາ-ບັນຊາ ແລະ ພາສາຕ່າງປະເທດຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ມີຈໍານວນ 13 ເປົ້າໝາຍທີ່ຮຽນຈົບໃນສົກຮຽນ 2024-2025 ຊຶ່ງປະກອບມີ: ກໍ່ສ້າງເລັ່ງລັດ ຍຸດທະບັ້ນຮົບ – ຍຸດທະສາດ ລະບົບ 1 ປີ, ຊຸດທີ XXI, ກໍ່ສ້າງປະລິນຍາໂທ ການທະຫານ ລະບົບ 2 ປີ, ຊຸດທີ XVI, ກໍ່ສ້າງປະລິນຍາໂທ ການເມືອງ ລະບົບ 2 ປີ, ຊຸດທີ XVI, ກໍ່ສ້າງປະລິນຍາຕີການທະຫານ ລະບົບ 2 ປີ, ຊຸດທີ XIV, ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນໃຫຍ່ ລະບົບ 1 ປີ, ຊຸດທີ X, ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນ ລະບົບ 1 ປີ, ຊຸດທີ X, ກໍ່ສ້າງຄູເລັ່ງລັດ ການທະຫານ ຂັ້ນກອງພັນໃຫຍ່, ຂັ້ນກອງພົນລະບົບ 1 ປີ, ຊຸດທີ III, ກໍ່ສ້າງຊັ້ນສູງ ພາສາອັງກິດ ລະບົບ 4 ປີ, ຊຸດທີ XVII, ກໍ່ສ້າງຊັ້ນສູງ ພາສາຫວຽດນາມ ລະບົບ 3 ປີ, ຊຸດທີ XII, ກໍ່ສ້າງຊັ້ນສູງ ພາສາລັດເຊຍ ລະບົບ 3 ປີ, ຊຸດທີ VI, ກໍ່ສ້າງຊັ້ນສູງ ພາສາຈີນ ລະບົບ 4 ປີ, ຊຸດທີ XX, ກໍ່ສ້າງເລັ່ງລັດ ພາສາອັງກິດ ລະບົບ 1 ປີ ຊຸດທີ XVIII, ບຳລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ X, ເຊິ່ງລວມມີນັກສຶກສາທັງໝົດ 279 ສະຫາຍ,
ຈາກນັ້ນກໍໄດ້ມອບໃບປະກາສະນິຍະບັດໃຫ້ສຶກສາທຸກລະບົບຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນໂອ້ລົມຮຽກຮ້ອງໃຫ້ນັກສຶກສາທຸກລະບົບ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ພາຍຫຼັງກັບຄືນກົມກອງ ຈົ່ງນໍາເອົາບົດຮຽນທີ່ໄດ້ຮໍ່າຮຽນ ທີ່ຄູ-ອາຈານ ຖ່າຍທອດໃຫ້ໃນຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງໃຫ້ແທດເໝາະ, ມີຫົວຄິດປະດິດສ້າງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວ-ພາບ: ລິຕ່າ.