ດຖະມົນຕີ ກະຊວງ ປກສ ຊີ້ແຈ້ງ 3 ປະເດັນດ້ານຢາເສບຕິດ ຕໍ່ກອງປະຊຸມສະພາແຫ່ງຊາດ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ສະຫາຍ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກັບບົດສະເໜີຂອງກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ເພື່ອໃຫ້ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ ດັ່ງນີ້: ສຳລັບການຍົກລະດັບບັນຊີຢາເສບຕິດ ຈາກຂໍ້ຕົກລົງຂອງລັດຖະບານ ມາເປັນມະຕິຂອງສະພາແຫ່ງຊາດ ແມ່ນເພື່ອເພີ່ມຄວາມສັກສິດທາງດ້ານກົດໝາຍ ໃຫ້ເປັນບ່ອນອີງທີ່ເອກະພາບກັນ ລະຫວ່າງ ເຈົ້າໜ້າທີ່ສືບສວນ-ສອບສວນ, ໄອຍະການ ແລະ ສານ ໃນການດຳເນີນຄະດີ ແລະ ກຳນົດໂທດ. ພາກສ່ວນກ່ຽວຂ້ອງຈະໄດ້ສົມທົບກັບ ກະຊວງສາທາລະນະສຸກ, ອຸດສາຫະກຳ-ການຄ້າ, ກະສິກຳ-ສິ່ງແວດລ້ອມ ແລະ ອົງການຕຸລາການ…













