ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ບົດຂ່າວ

ເສີມຂະຫຍາຍມູນເຊື້ອອັນດີງາມຂອງນັກຮົບເກົ່າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່

ໃນພາລະກິດຂອງການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ການຕໍ່ສູ້ອັນຍຶດເຍື້ອຍາວນານມີຫຼາຍສະຫາຍໃນກຳລັງປະກອບອາວຸດໄດ້ເສຍສະຫຼະຊີວິດ, ຫຼາຍສະຫາຍຖືກບາດເຈັບເສຍອົງຄະ ເພື່ອແລກເອົາຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນລາວບັນດາເຜົ່າ. ພ້ອມກັນນັ້ນກໍມີຫຼາຍສະຫາຍໄດ້ກາຍເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ກາຍເປັນພະນັກງານການນຳຢູ່ຕາມກະຊວງ, ອົງການ, ກົມກອງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະເທດ, ສ່ວນຫຼວງຫຼາຍມີອາຍຸສູງ, ໄດ້ອອກພັກຜ່ອນຮັບບຳນານ, ບຳເນັດ ຢູ່ຕາມທ້ອງຖິ່ນຕ່າງໆ, ແຕ່ບັນດາສະຫາຍເຫຼົ່ານັ້ນຍາມໃດກໍຍົກສູງທາດແທ້ມູນເຊື້ອນັກຮົບປະຕິວັດ ແລະ ພ້ອມແລ້ວທີ່ຈະສືບຕໍ່ທຸ່ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ບັນດາສະຫາຍເຫຼົ່ານັ້ນມີຄວາມມຸ້ງມາດປາຖະໜາຢາກໃຫ້ມີການຈັດຕັ້ງເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ເຕົ້າໂຮມຄວາມຄິດເຫັນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ດີຂຶ້ນເລື້ອຍໆ. ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ (9 ກັນຍາ 2002-9 ກັນຍາ 2025) ສະຫາຍ ພົນໂທ…

ລະນຶກເຖິງ ຄົບຮອບ 80 ປີ ແຫ່ງໄຊຊະນະມະຫາສົງຄາມປ້ອງກັນປິຕຸພູມຂອງ ສະຫະພາບໂຊວຽດ, ໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນຂອງປະຊາຊົນຈີນ ແລະ ໄຊຊະນະສົງຄາມຕ້ານຟາດຊິດ

ປີ 2025, ສປ ຈີນ ໄດ້ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງໄຊຊະນະມະຫາສົງຄາມປ້ອງກັນປິຕຸພູມຂອງ ສະຫະພາບໂຊວຽດ, ໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນຂອງປະຊາຊົນຈີນ ແລະ ໄຊຊະນະສົງຄາມຕ້ານຟາດຊິດ. ໃນ 8 ທົດສະວັດກ່ອນ, ກອງກຳລັງລັດທິຟາດຊິດ ແລະ ລັດທິທະຫານ ໄດ້ເປີດສາກສົງຄາມຮຸກຮານຢ່າງໂຈ້ງແຈ້ງ. ເຊິ່ງໄດ້ທໍາລາຍ ແລະ ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນມາສູ່ໂລກ. ໃນທ່າມກາງຄວາມຊົ່ວຮ້າຍ ແລະ ມືດມົນ, ປະຊາຊົນຈີນ, ລັດເຊຍ, ພ້ອມດ້ວຍປະເທດອື່ນໆຫຼາຍກວ່າ 50 ປະເທດ ລວມທັງປະເທດລາວ ໄດ້ສະແດງຄວາມມຸ້ງໝັ້ນ ເພື່ອຮ່ວມແຮງຮ່ວມໃຈກັນຕໍ່ສູ້ຕ້ານການຮຸກຮານດັ່ງກ່າວ, ສຸດທ້າຍ, ຄວາມເປັນທໍາໄດ້ເອົາຊະນະຄວາມໂຫດຫ້ຽມຂອງຟາດຊິດ ແລະ ຄວາມກ້າວໜ້າໄດ້ເອົາຊະນະກະແສປະຕິການ. ຈີນແມ່ນສະໜາມຮົບຕົ້ນຕໍຂອງອາຊີໃນສະໄໝສົງຄາມໂລກ ຄັ້ງທີ…

ສົກຮຽນ 2025-2026 ວປກ ໄດ້ປັບປຸງໂຄງການຫຼັກສູດການຮຽນ-ການສອນ ໃຫ້ມີຄຸນະພາບກວ່າເກົ່າ

ນັບແຕ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ທັນວາ 1996 ຜ່ານມາ ຄະນະພັກ-ຄະນະອໍານວຍການແຕ່ລະຮຸ້ນ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ໃນການປັບປຸງກໍ່ສ້າງຖັນແຖວພະນັກງານ-ຄູອາຈານ ຢູ່ ວປກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໜັກແໜ້ນ ທາງດ້ານປະລິມານ ແລະ ຄຸນະພາບ, ເວົ້າລວມ ເວົ້າສະເພາະ ກໍແມ່ນການກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ທາງດ້ານທິດສະດີຫຼັກການ, ບົດຮຽນ ແລະ ປະສົບການ ໃນນໍາພາ-ບັນຊາແຕ່ລະຂັ້ນ ເພື່ອປະກອບໃຫ້ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນ ມາຮອດປັດຈຸບັນ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ກໍ່ສ້າງ ແລະ ບໍາລຸງນັກຮຽນ-ນັກສຶກສາ ແຕ່ລະ ລະບົບໄດ້ 6000 ກວ່າສະຫາຍ, ເຊິ່ງບັນດາສະຫາຍດັ່ງກ່າວ ທີ່ຈົບໄປແລ້ວນັ້ນ ລ້ວນແລ້ວແຕ່ໄດ້ເປັນການນໍາພັກ-ລັດ,…

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ປະທານປະເທດ ແຫ່ງ ສ ກູບາ

ໃນວັນທີ 7 ກັນຍາ 2025, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025. ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະເຮັດວຽກກັບ ສະຫາຍ ມີເກນ…

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ຢ່າງເປັນທາງການ

ໃນວັນທີ 7 ກັນຍາ 2025, ທີ່ ທໍານຽບປະທານປະເທດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ຕ້ອນຮັບ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ (Miguel Diaz-Canel Bermudez), ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 6-7 ກັນຍາ 2025 ຢ່າງອົບອຸ່ນ ແລະ ສົມກຽດ.…

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2025 -2026 -ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, -ພີ່ນ້ອງປວງຊົນລາວ ທັງຊາດ ທີ່ນັບຖື ແລະ ຮັກແພງ. ມື້ນີ້ ເປັນວັນໜຶ່ງທີ່ສໍາຄັນ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຊຶ່ງນັກຮຽນ-ນັກສຶກສາ, ຄູອາຈານ ແລະ ພໍ່ແມ່ຜູ້ປົກຄອງ ໃນຂອບເຂດທົ່ວປະເທດ ກຳລັງກຽມຈິດໃຈ ເພື່ອເຂົ້າຮຽນ ໃນສົກຮຽນໃໝ່ 2025- 2026. ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ປະຈໍາສົກຮຽນ 2025-2026, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ…

80 ປີ ຫວຽດນາມ ເຮັດສຳເລັດພາລະກິດປ່ຽນແປງໃໝ່ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກອງທັບ ວ່າ: ກະຊວງປ້ອງກັນປະເທດ ແລະ ພະນັກງານ-ນັກຮົບ ທົ່ວກອງທັບ ມີຄວາມຮູ້ສຶກເບີກບານມ່ວນຊື່ນເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຮ່ວມໃຈສະເຫຼີມສະຫຼອງວັນນຊາດ ສສ ຫວຽດນາມ ຄົບຮອບ 80 ປິ, ເຊິ່ງນອນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນຂອງສອງຊາດ ພວມຍາດໄດ້ຜົນງານ ແລະ…

ໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ.

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2025, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ຫງວຽນ ມິງ ເຕີ່ມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາການນໍາພັກ-ລັດຂັ້ນສູງ, ສະພາແຫ່ງຊາດ,…

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ ສຳເລັດລົງຢ່າງຈົບງາມ ພາຍຫຼັງທີ່ດຳເນີນມາເປັນເວລາ 2 ວັນ ໃນວັນທີ 28-29 ສິງຫາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຈັດຕັ້ງສູນກາງພັກ, ມີບັນດາສະຫາຍຮອງເລຂາພັກແຂວງ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດເລຂາພັກແຂວງ, ບັນດາສະຫາຍການນໍາ…

ກະຊວງປ້ອງກັນປະເທດ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ກະຊວງປ້ອງກັນປະເທດ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945 – 2 ກັນຍາ 2025), ໃນວັນທີ 28 ສິງຫາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽກນາມ ປະຈໍາ ສປປ ລາວ, ມີສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກກະຊວງ,…

ກະຊວງປ້ອງກັນປະເທດປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 50 ປີ

ວັນທີ 21 ສິງຫາ 2025, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 50 ປີ (23 ສິງຫາ 1975-23 ສິງຫາ 2025) ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ.ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ພ້ອມດ້ວຍສະຫາຍຕາງໜ້າຄະນະພັກ-ຄະນະບັນຊາ ບັນດາອົງການ, ກອງບັນຊາການ, ວິທະຍາຄານ, ກົມກອງ, ໂຮງຮຽນ, ໂຮງໝໍ ຕະຫຼອດຮອດນາຍ ແລະ ພົນທະຫານ ອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ. ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ…

ວັນຍຶດອຳນາດ 23 ສິງຫາ ເປັນເຫດການສໍາຄັນປະຫວັດສາດ ແຫ່ງການຕໍ່ສູ້ມີໄຊຂອງປວງຊົນລາວທັງຊາດ

ໃນປະຫວັດສາດຍຸກໃໝ່ແຫ່ງການຕໍ່ສູ້ຂອງປະຊາຊົນລາວພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ມີການຍຶດອຳນາດຈາກສັດຕູ ແລະ ລູກແຫຼ່ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນເຖິງ 2 ຄັ້ງ ຄື: ຄັ້ງທີໜຶ່ງວັນທີ 23 ສິງຫາ 1945 ແລະ ຄັ້ງທີສອງວັນທີ 23 ສິງຫາ 1975. ສະຫາຍ ພົນໂທ ສາດສະດາຈານ ປະລິນຍາເອກ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ໄດ້ກ່າວວ່າ: ວັນທີ 23 ສິງຫາ ປີ 1945 ແລະ ປີ 1975 ແມ່ນເຫດການສໍາຄັນທາງປະຫວັດສາດຂອງຊາດລາວເຮົາ ທີ່ໄດ້ສະແດງໃຫ້ເຫັນມານະຈິດ ແລະ ມູນເຊື້ອແຫ່ງການຕໍ່ສູ້ພິລະອາດຫານຂອງຄົນລາວທຸກເຜົ່າ, ທຸກຊັ້ນຄົນທີ່ຮັກຊາດ ຮັກບ້ານເກີດເມືອງນອນ…

ປະກາດຮັບຮອງເອົາຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ – ເສັ້ນທາງ ໂຮ່ຈີມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດ ແຫ່ງ ສປປ ລາວ

ພິທີຮັບຮອງເອົາຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ – ເສັ້ນທາງ ໂຮ່ຈີມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດ ແຫ່ງ ສປປ ລາວ, ຈັດຂຶ້ນໃນວັນທີ 22 ສິງຫາ 2025 ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ນາງ ຫວໍ ທິ ແອັງ ຊວນ ກຳມະການສູນກາງພັກຄອມມຸນິດ ຫວຽດນາມ, ຮອງປະທານປະເທດ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ມີສະຫາຍ ພົນໂທ…

6 ເດືອນຕົ້ນປີ 2025 ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຍາດໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ

ອີງຕາມບົດສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງກົມໂຄສະນາອົບຮົມ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2025 ກົມໂຄສະນາອົບຮົມ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບ ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແຕ່ລະໄລຍະ, ກຳແໜ້ນ ຂໍ້ກຳນົດກົດລະບຽບຂອງກອງທັບ, ເອກະສານຕ່າງໆ ທີ່ສະແດງເຖິງທາດແທ້ມູນເຊື້ອຂອງຊາດ, ຂອງກອງທັບ, ມູນເຊື້ອຂອງກົມກອງໂດຍຢຶດໝັ້ນໃນການຊີ້ນໍາ-ນໍາພາຂອງພັກ-ລັດກໍຄືກະຊວງປ້ອງກັນປະເທດວາງອອກ, ອັນພົ້ນເດັ່ນກວ່າໝູ່ ແມ່ນສ້າງໄດ້ຄວາມສາມັກຄີເປັນເອກະພາບ ທັງພາຍໃນ ແລະ ພາຍນອກ ດ້ວຍຄວາມຮັບຜິດຊອບສູງ, ມີຄວາມຫ້າວຫັນ…

ລັດຖະທຳມະນູນ ເປັນກົດໝາຍພື້ນຖານແຫ່ງລັດ, ທີ່ຫັນແນວທາງຂອງພັກ ເປັນອັນລະອຽດ.

ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນໝາກຜົນລວມຍອດຂອງການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ; ແມ່ນຜົນງານອັນໃຫຍ່ຫຼວງ ຂອງປະຊາຊົນລາວບັນດາເຜົ່າ ໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ; ເປັນການຢືນຢັນ ເຖິງຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດເຮົາຕໍ່ກັບສາ ກົນ, ທັງສ່ອງແສງຢ່າງຈະແຈ້ງ ແລະ ຄົບຖ້ວນເຖິງຄວາມມຸ່ງມາດປາຖະໜາອັນສູງສົ່ງ ແລະ ຄວາມເດັດ ດ່ຽວຕັດສິນໃຈຢ່າງແຮງກ້າ ຂອງວົງຄະນະຍາດແຫ່ງຊາດລາວ ເພື່ອພ້ອມກັນສູ້ຊົນບຸກບືນສ້າງລັດເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ແນໃສ່ບັນລຸຈຸດໝາຍສ້າງປະເທດຊາດ ມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ,…