ໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມເເປງລົດ-ເຮືອກອງທັບ ສ້າງໄດ້ຜົນງານທີ່ພົ້ນເດັ່ນໃນການປະຕິບັດໜ້າທີ່ການເມືອງຂອງຕົນ.

ໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມເເປງລົດ-ເຮຶອກອງທັບ ເເມ່ນໜ່ວຍເອກະລາດໜຶ່ງ ມີໜ້າທີ່ເຕົ້າໂຮມຄວາມສາມັກຄີ ແລະ ຊ່ວຍຄະນະພັກ – ຄະນະອໍານວຍການຊຸກຍູ້ຂະບວນການຕ່າງໆ ໃນກົມກອງ, ເຮັດສຳເລັດໜ້າທີ່ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິ, ຄໍາສັ່ງຂອງຄະນະພັກ-ຄະນະອຳນວຍການ ແລະ ພະເເນກສະຫະພັນເເມ່ຍິງກົມໃຫຍ່ເຕັກນິກກອງທັບ ກໍຄື ຫ້ອງການສະຫະພັນແມ່ຍິງກອງທັບ, ແຜນພັດທະນາແມ່ຍິງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ, ສຶກສາອົບຮົມໃຫ້ສະມາຊິກສະຫະພັນແມ່ຍິງມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ເຊື່ອໝັ້ນຕໍ່ການນໍາຂອງພັກ-ລັດ ອອກແຮງປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ເຮັດສຳເລັດໜ້າທີ່ວຽກງານ ຕາມການມອບໝາຍຂອງຂັ້ນເທິງໄດ້ເປັນຢ່າງດີ. ສະຫາຍ ພັນຕີ ນາງ ຄຳຫຼ້າ ສາລິວົງ ຫົວຫນ້າໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມແປງລົດ-ເຮຶອກອງທັບ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ…













