ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ຂ່າວພາບ

ກອງປະຊຸມພົບປະ 3 ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກໍາປູເຈຍ

ກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫວຽດນາມ, ກໍາປູເຈຍ, ຈັດຂຶ້ນໃນວັນທີ 14 ຕຸລາ 2026 ຢູ່ກົມພົວພັນຕ່າງປະເທດ ກອງທັບປະຊາຊົນຫວຽດນາມ, ຝ່າຍລາວໂດຍແມ່ນ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຝ່າຍຫວຽດນາມ ໂດຍແມ່ນ ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ຝ່າຍກໍາປູເຈຍ ໂດຍແມ່ນ ສະຫາຍ ພົນເອກ ເຕຍ…

ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ເຂົ້າຮ່ວມການຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ປະຈຳປີ 2026

ໃນວັນທີ 14 ຕຸລາ 2026, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຂົ້າຮ່ວມຕິດຕາມການຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ທີ່ ສສ ຫວຽດນາມ. ໂດຍໃຫ້ກຽດເຂົ້າຮ່ວມຄັ້ງນີ້ ມີ ສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ພົນເອກ ເຕ້ຍໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ…

“ຢາເສບຕິດຄືສັດຕູໂຕຮ້າຍກາດ, ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນ ແກ້ໄຂ.

ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ( 12 ຕຸລາ 2001-12 ຕຸລາ 2026) ຄົບຮອບ 25 ປີນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າບັນຫາຢາເສບຕິດຖືເປັນອາຊະຍາກໍາທີ່ຮ້າຍແຮງທີສຸດຕໍ່ການດໍາລົງຊີວິດຂອງ ມວນມະນຸດ, ມັນທໍາລາຍຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ,ເສດຖະກິດ, ວັດທະນາທໍາ ເຊິ່ງຜູ້ທີ່ເຄື່ອນໄຫວພົວພັນກ່ຽວຂ້ອງກັບຢາເສບຕິດໃນທຸກໆກໍລະນີ, ນັບທັງຜູ້ຖືກເຄາະຮ້າຍຈາກຢາເສບຕິດ ລ້ວນແຕ່ເປັນພິດໄພ, ມີຜົນຮ້າຍຕໍ່ຊີວິດ, ສຸຂະ ພາບ, ຊັບສິນຂອງສັງຄົມ, ຫຼື ສ້າງບາດແຜຄວາມເຈັບຊໍ້າດ້ານຈິດໃຈຕໍ່ບຸກຄົນ, ຄອບຄົວ ແລະ ຍາດພີ່ນ້ອງ; ພ້ອມນັ້ນ, ມັນຍັງທໍາລາຍຄວາມສະຫງົບປອດໄພໃນຄອບຄົວ, ກີດຂວາງການພັດທະນາເສດຖະກິດ-ສັງຄົມ…

ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມທາງການ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນລະຫວ່າງວັນທີ 12 ຫາ ວັນທີ 15 ຕຸລາ 2026 ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ. ພາຍຫຼັງສໍາເລັດພິທີຕ້ອນຮັບ ກໍໄດ້ເຂົ້າພົບປະສອງຝ່າຍ ເຊິ່ງໄດ້ທົບທວນ ແລະ ຕີລາຄາໝາກຜົນການຮ່ວມມືຊ່ວຍເຫຼືອເຊີ່ງກັນ…

ພີທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ.

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ (12 ຕຸລາ 1981-12 ຕຸລາ 2026 ) ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2026, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະນໍາ 4 ກົມໃຫຍ່ຈາກກະຊວງປ້ອງກັນປະເທດ, ຄະນະພັກ ຄະນະບັນຊາກອງພົນທີ 2 , ພະນັກງານປະຕິວັດອາວຸໂສບໍານານ, ອະດີດການນໍາກອງພົນທີ 2 , ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ…

ສະເຫຼີມສະຫຼອງ ວັນສ້າງຕັ້ງ ໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ.

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ (12 ສິງຫາ 1976 – 12 ສິງຫາ 2026) ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2026 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະນໍາຂັ້ນສູງ, ຕາງໜ້າທູດ, ກະຊວງ-ອົງການ ແລະ ເເຂກຖືກເຊີນເຂົ້າຮ່ວມ. ພາຍຫຼັງທີ່ໄດ້ຮັບຊົມການສະແດງສິນລະປະ-ວັນນະຄະດີ ເເລະ ຟີມມູນເຊື້ອຕະຫຼອດ 50ປີ ຂອງໂຮງໝໍສູນກາງ 103 ກອງທັບ…

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ແທງ ເໝີ້ນ, ປະທານສະພາແຫ່ງຊາດ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 9 ສິງຫາ 2026, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ແທງ ເໝີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄຫວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສປປ…

ວິທະຍຸກອງທັບ, ເປັນກະບອກສຽງອັນແຫຼມຄົມ ແລະ ເປັນຂົວຕໍ່ອັນໜັກແໜ້ນກັບປະຊາຊົນ ທີ່ສາມາດສົ່ງສັນຍານເຂົ້າເຖິງທຸກເຂດຫ່າງໄກສອກຫຼີກ

ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ: ພັກ – ລັດຖະບານເຮົາ, ໄດ້ກຳນົດເອົາການອອກໜັງສືພິມ “ລາວອິດສະຫຼະ” ສະບັບທຳອິດ ໃນວັນທີ 13 ສິງຫາ 1950 ເປັນ ” ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍແຫ່ງຊາດ ” ດ້ວຍເຫດນັ້ນ ວັນທີ 13 ສິງຫາ ຂອງທຸກໆປີ ຈຶ່ງເປັນວັນເກີດຂອງສື່ມວນຊົນ ແລະ ການພິມຈຳໜ່າຍຂອງປະເທດລາວ, ເຊິ່ງບຸກຄົນສຳຄັນ ແລະ ຜູ້ນຳທີ່ໃຫ້ກຳເນີດ ພ້ອມທັງຊີ້ນຳວຽກງານສື່ມວນຊົນລາວໃນໄລຍະທຳອິດ ແມ່ນທ່ານ ປະທານ ສຸພານຸວົງ ແລະ ທ່ານ ປະທານ ໄກສອນ ພົມວິຫານ. ສະຫາຍ ພັນເອກ ໜູມາດ…

ສານອວຍພອນ

ຂອງ ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເນື່ອງໃນວັນວິທະຍາສາດແຫ່ງຊາດ 12 ຕຸລາ 2025 ຄົບຮອບ 38 ປີ (ປັບປຸງວັນທີ 06/10/2025) ຮຽນ: – ບັນດາທ່ານ ການນໍາພັກ-ລັດ ທີ່ ເຄົາລົບ ແລະ ນັບຖືຢ່າງສູງ, – ບັນດາທ່ານ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, – ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ສະມາຄົມ ແລະ ຜູ້ປະກອບການ, ນັກຄົ້ນຄວ້າວິທະຍາສາດ, ພະນັກງານ ແລະ ຄູ-ອາຈານ ນັກຮຽນຮູ້,…

ເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ

ວັນທີ 6 ຕຸລາ 2025, ຢູ່ ສະໜາມເຝິກຊ້ອມກອບກູ້ໄພພິບັດອ່າງນໍ້າຫຸມ ໄດ້ຈັດພິທີ ເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ທີ່ ສປປ ລາວ ເປັນເຈົ້າພາບ ໂດຍມີ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈໍາປີ 2025, ທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການ ທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍຫວຽດນາມ, ທ່ານ…

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ I ສະໄໝ VI

ໃນວັນທີ 30 ກັນຍາ 2025, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ I ສະໄໝ VI ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງເລຂາ, ບັນດາຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຄັ້ງທີI ສະໄໝ VI ປະຈຳໄຕມາດ 3 ແລະ ວາງທິດທາງແຜນການນຳພາປະຈຳໄຕມາດ 4 ປີ 2025 ຜ່ານມາໄດ້ມີສິ່ງທ້າທາຍຫຼາຍດ້ານທີ່ສົ່ງຜົນກະທົບຕໍ່ການຊີ້ນໍາ-ນໍາພາ…

ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ໃນວັນທີ 15 ກັນຍາ 2025, ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີພິທີ ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຂຶ້ນຢ່າງເປັນທາງການ, ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ-2025”, ມີຄະນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ…

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ປະທານປະເທດ ແຫ່ງ ສ ກູບາ

ໃນວັນທີ 7 ກັນຍາ 2025, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025. ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະເຮັດວຽກກັບ ສະຫາຍ ມີເກນ…

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ຢ່າງເປັນທາງການ

ໃນວັນທີ 7 ກັນຍາ 2025, ທີ່ ທໍານຽບປະທານປະເທດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ຕ້ອນຮັບ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ (Miguel Diaz-Canel Bermudez), ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 6-7 ກັນຍາ 2025 ຢ່າງອົບອຸ່ນ ແລະ ສົມກຽດ.…