ສະເໜີກົດໝາຍວ່າດ້ວຍການປູກຝັງ ( ສະບັບສ້າງໃໝ່)



ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາເເຫ່ງຊາດ,
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ເເລະ ສິ່ງເເວດລ້ອມ ໄດ້ກ່າວວ່າ: ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດໝາຍວ່າດ້ວຍການປູກຝັງ (ສະບັບໃໝ່) ເເມ່ນເພື່ອຜັນຂະຫຍາຍວຽກງານ ຂອງກົດໝາຍ ວ່າດ້ວຍກະສິກຳ ທີ່ໄດ້ປະກາດ ໃຊ້ ໃນປີ 1998 ສະບັບເລກທີ 01/98 ສພຊ ລົງວັນທີ 10 ຕຸລາ 1998 ອອກເປັນອັນສະເພາະ, ເພື່ອປະຕິບັດແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ ໂດຍສະເພາະທິດນໍາໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ກໍຄືການເສີມຂະຫຍາຍຄວາມເປັນເຈົ້າໃນການຜະລິດສະບຽງອາຫານ ແລະ ຜະລິດເປັນ ສິນຄ້າ; ເພື່ອຮັບປະກັນການຜະລິດກະສິກໍາ ໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ, ເຊີ່ງໃນນີ້ ກົດໝາຍວ່າດ້ວຍການປູກຝັງ ປະກອບມີ IX ພາກ, 10 ໝວດ, 100 ມາດຕາ ຊຶ່ງມີເນື້ອໃນຕົ້ນຕໍ ດັ່ງນີ້: ພາກທີ I ບົດບັນຍັດທົ່ວໄປ: ປະກອບມີ 7 ມາດຕາ ເປັນການກໍານົດລວມ ກ່ຽວກັບ ຈຸດປະສົງ, ນິຍາມ “ການປູກຝັງ”, ການອະທິບາຍຄຳສັບ, ນະໂຍບາຍ, ຫຼັກການ, ຂອບເຂດການນໍາໃຊ້ ແລະ ການຮ່ວມມືສາກົນ ກ່ຽວກັບວຽກງານປູກຝັງ; ພາກທີ II ກິດຈະການ ການປູກຝັງ: ປະກອບມີ 8 ໝວດ 48 ມາດຕາ ຊຶ່ງຖືເປັນ ຫຼັກການ ແລະ ເນື້ອໃນສຳຄັນຕົ້ນຕໍຂອງຮ່າງກົດໝາຍສະບັບນີ້ ໂດຍໄດ້ກຳນົດ ກ່ຽວກັບ ທີ່ດິນປູກຝັງ, ປັດ ໄຈການຜະລິດ, ມາດຕະຖານການຜະລິດ, ການກຳນົດເຂດຈຸດສຸມການຜະລິດ, ການເກັບກ່ຽວ, ການປຸງ ແຕ່ງພືດ, ຕະຫຼາດພືດ, ການນໍາເຂົ້າ ແລະ ສົ່ງອອກ ລວມທັງການຄົ້ນຄວ້າດ້ານການປູກຝັງ ທັງນີ້ກໍເພື່ອເປັນບ່ອນອີງໃຫ້ແກ່ການຄຸ້ມຄອງກິດຈະການ ການປູກຝັງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ;ພາກທີ III ການສົ່ງເສີມວຽກງານປູກຝັງ: ປະກອບມີ 16 ມາດຕາ ໂດຍໄດ້ກຳນົດ 15 ນະໂຍບາຍສົ່ງເສີມວຽກງານປູກຝັງ ເປັນຕົ້ນ ນະໂຍບາຍດ້ານການສົ່ງເສີມທີ່ດິນປູກຝັງ, ການນໍາ ໃຊ້ປັດໄຈການຜະລິດ, ການນໍາໃຊ້ວິທະຍາສາດ, ເຕັກນິກ ເຕັກໂນໂລຊີທັນສະໄໝ ແລະ ພະລັງງານ, ສິນ ເຊື່ອ ແລະ ການເຂົ້າເຖິງແຫຼ່ງທຶນ ແລະ ຂະຫຍາຍຕະຫຼາດ, ການສົ່ງເສີມຄອບຄົວ, ກຸ່ມ, ສະຫະກອນ ແລະ ສະມາຄົມຜະລິດກະສິກຳ, ການສະໜອງຂໍ້ມູນ ຂ່າວສານ, ການຜະລິດແບບມີສັນຍາ, ການຂຶ້ນທະບຽນສວນປູກ; ພາກທີ IV ທຸລະກິດ ກ່ຽວກັບການປູກຝັງ: ປະກອບມີ 9 ມາດຕາ ກໍານົດ ກ່ຽວກັບ ປະເພດທຸລະກິດກ່ຽວກັບການປູກຝັງ, ເງື່ອນໄຂການດໍາເນີນທຸລະກິດ, ເອກະສານປະກອບການ ຂໍອະນຸຍາດດໍາເນີນທຸລະກິດ, ການພິຈາລະນາ ການຂໍອະນຸຍາດດໍາເນີນທຸລະກິດ, ໃບອະນຸຍາດດໍາເນີນ ທຸລະກິດ, ສິດ ແລະ ພັນທະ ຂອງຜູ້ດຳເນີນທຸລະກິດ, ການໂຈະ ການດໍາເນີນທຸລະກິດ, ການຖອນໃບ ອະນຸຍາດດໍາເນີນທຸລະກິດກ່ຽວກັບການປູກຝັງ, ພາກທີ V ຂໍ້ຫ້າມ: ປະກອບມີ 3 ມາດຕາ ກຳນົດ ກ່ຽວກັບ ຂໍ້ຫ້າມທົ່ວໄປ, ຂໍ້ຫ້າມສໍາລັບຜູ້ດຳເນີນທຸລະກິດ ແລະ ຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ; ພາກທີ VI ການຄຸ້ມຄອງ ແລະ ການກວດກາ ວຽກງານປູກຝັງ: ປະກອບມີ 2 ໝວດ, 10 ໂດຍກຳນົດກ່ຽວກັບ ອົງການຄຸ້ມຄອງວຽກງານປູກຝັງ ຊຶ່ງມີ 4 ຂັ້ນ (ສູນກາງ, ແຂວງ, ເມືອງ ແລະ ຕາແສງ) ພ້ອມທັງກຳນົດ ສິດ ແລະ ໜ້າທີ່ຂອງ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ,ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນ ເມືອງ, ຄະນະກຳມະການປົກຄອງຕາແສງ, ນອກນັ້ນ, ຍັງໄດ້ກຳນົດ ກ່ຽວກັບ ອົງການກວດກາ, ເນື້ອໃນ ການກວດກາ, ຮູບການກວດກາ ແລະ ເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກງານປູກຝັງ; ພາກທີ VII ວັນປູກຝັງແຫ່ງຊາດ, ກາໝາຍ ແລະ ຕາປະທັບ: ປະກອບມີ 2 ມາດຕາ ທີ່ກຳນົດ ກ່ຽວກັບ ວັນປູກຝັງແຫ່ງຊາດ (ວັນທີ 15 ພຶດສະພາ), ກາໝາຍ ແລະ ຕາປະທັບ; ພາກທີ VIII ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ: ປະກອບມີ 2 ມາດຕາ ທີ່ກໍານົດ ກ່ຽວກັບ ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ; ພາກທີ IX ບົດບັນຍັດສຸດທ້າຍ: ປະກອບມີ 2 ມາດຕາ ທີ່ກໍານົດ ກ່ຽວກັບ ງົບປະມານ, ການຈັດຕັ້ງປະຕິບັດ ແລະ ຜົນສັກສິດ.
ເມື່ອກົດໝາຍສະບັບນີ້ ຖືກຮອງຮັບ ແລະ ປະກາດໃຊ້ ຈະໄດ້ຮັບຜົນປະໂຫຍດຫຼາຍບັນຫາເປັນຕົ້ນເເມ່ນສາມາດຄຸ້ມຄອງວຽກງານປູກຝັງ ເຂົ້າສູ່ລະບົບ ແລະ ແທດເໝາະກັບສະພາບ ຄວາມຮຽກຮ້ອງຕົວຈິງ ຂອງ ສປປ ລາວ ສອດຄ່ອງກັບ ກົດໝາຍທີ່ຖືກຮັບຮອງ, ທັງເພີ່ມປະສິດທິພາບ ແລະ ຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ນໍາໃຊ້ດິນກະສິກຳ ຊຶ່ງກຳລັງເປັນບັນຫາຂອງສັງຄົມທີ່ຕິດພັນກັບວຽກງານກະສິກຳໃນປັດຈຸບັນ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ດຳເນີນທຸລະກິດ ແລະ ຍາດແຍ່ງການຊ່ວຍເຫຼືອລ້າ, ກູ້ຢື້ມເງິນຕ່າງປະເທດ, ອົງການການຈັດຕັ້ງສາກົນຕ່າງໆ ເຂົ້າໃນວຽກງານດັ່ງກ່າວ; ການແບ່ງຂັ້ນຄຸ້ມຄອງ ແລະ ກວດກາ ກິດຈະການ ການປູກຝັງ ແຕ່ສູນກາງ ຮອດທ້ອງຖິ່ນ ແມ່ນລະອຽດ ແລະ ຈະແຈ້ງຂຶ້ນກວ່າເກົ່າ ຊຶ່ງຈະເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານປູກຝັງ ມີປະສິດທິພາບກວ່າເກົ່າ.
ສຳລັບໃນການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍການປູກຝັງ, ລັດຖະບານ ເປັນຜູ້ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຜູ້ຮັບຜິດຊອບ ໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບພາກສ່ວນອື່ນໆ ຊຶ່ງມີການແບ່ງຂັ້ນຄຸ້ມຄອງ ຢ່າງລະອຽດຄື: ຂັ້ນສູນກາງ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍແມ່ນ ກົມປູກຝັງ ເປັນຜູ້ຈັດຕັ້ງ ປະຕິບັດ; ຂັ້ນແຂວງ: ພະແນກກະສິກໍາ ແລະ ສິ່ງແວດລ້ອມ ຂັ້ນແຂວງ ໂດຍແມ່ນຂະແໜງປູກຝັງ ເປັນເສນາທິການ ເປັນຜູ້ຈັດຕັ້ງປະຕິບັດ; ຂັ້ນເມືອງ: ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ຂັ້ນເມືອງ ໂດຍແມ່ນໜ່ວຍງານປູກຝັງ ເປັນເສນາທີການ ເປັນຜູ້ຈັດຕັ້ງປະຕິບັດ; ຂັ້ນຕາແສງ: ຄະນະກໍາມະການປົກຄອງຕາແສງ ໂດຍແມ່ນຈຸງານທີ່ກ່ຽວຂ້ອງຂອງຕາແສງເປັນເສນາທິການ ເປັນຜູ້ຈັດຕັ້ງປະຕິບັດ.
ໂດຍ: ສຸກສາຄອນ-ໄພນາລີນ