ປະຫວັດ
ຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວິທະຍຸ ກະຈາຍສຽງກອງທັບປະຊາຊົນລາວ.
ປີ 2021 ກອງທັບປະຊາຊົນລາວ ກໍພໍດີມີອາຍຸຄົບຮອບ 72 ປີ ແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ (20/01/1949-20/01/2021 ), ເພື່ອເປັນກາລະນືກ ແລະ ສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ຜູ້ຂຽນຈະພາທ່ານຜູ້ອ່ານໄປຮູ້ຈັກກັບຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ( ວິທະຍຸກະຈາຍສຽງກອງທັບປະຊາຊົນລາວໃນປັດຈຸບັນ); ພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ຖືວ່າເປັນອາວຸດອັນແຫຼມຄົມຊະນິດໜື່ງຂອງພັກ ກໍຄືກອງທັບປະຊາຊົນລາວ ໃນສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ການປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ວິທະຍຸກະຈາຍສຽງກອງທັບ ປະຊາຊົນລາວ ຫຼືເອີນວ່າ ( ພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ໃນເມື່ອກອນ) ໄດ້ກໍາເນີດເກີດຂື້ນ ຢູ່ເຂດທີ່ໝັ້ນຂອງການປະຕິວັດ ເມືອງວຽງໄຊ ແຂວງຫົວພັນ ໃນວັນທີ 20 ມັງກອນ 1962, ໃນທ່າມກາງແປວໄຟສົງຄາມຕ້ານການຮຸກຮານທີ່ດຸເດືອດຂ້ຽວຂາດ,ຮຸນແຮງ ແລະ ໜັກໜ່ວງຂອງ ພວກຈັກກະພັດອາເມລິກາ; ໜ້າທີ່ຕົ້ນຕໍຂອງພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວໃນຕອນນັ້ນ ແມ່ນໂຄສະນາປຸກລະດົມນ້ໍາໃຈຮັກຊາດ, ນ້ໍາໃຈຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນຂອງປະຊາຊົນລາວ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ໜ້າທີ່ການເມືອງຂອງການປະຕິວັດ ແລະ ຂອງກອງທັບໃຫ້ທັນເວລາ, ປຸກລະດົມຂະບວນການຈັດຕັ້ງປະຕິບັດຄໍາຂັວນ: ທຸກສິ່ງທຸກຢ່າງເພື່ອ ແນວໜ້າ,ທຸກສີ່ງທຸກຢ່າງເພື່ອຕີເອົາຊະນະຈັກກະພັດ ແລະ ລູກແລ້ງຕີນມື ເຊິ່ງໃນເບື້ອງຕົ້ນອອກກາກາດ 1 ລາຍການຕໍ່ມື້ ແລະ ການຮັບ-ສົ່ງຂ່າວສານແມ່ນນໍາໃຊ້ລະບົບ “ໂຕລະຕິບ”, ຍ້ອນໄດ້ຮັບການຊີ້ນໍາ-ນໍາພາຢ່າງໃກ້ຊິດຈາກຄະນະພັກການທະຫານກໍຄືກອງບັນຊາການສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວ
ຈື່ງເຮັດໃຫ້ພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວໄດ້ມີການເຕີບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຈາກການຮັບ-ສົ່ງຂ່າວດ້ວຍລະບົບ “ໂຕລະຕິບ”, ກ້າວຂື້ນເປັນສະຖານີວິທະຍຸກະຈາຍສຽງກອງທັບດ້ວຍຄະນາດຄື້ນຄວາມຖີ່ 99,7 ເມກາເຮີດ, ໄລຍະເວລາໃນການອອກອາກາດ ແລະ ບົດຂ່າວ-ບົດຄວາມກໍ່ເພີ່ມຂື້ນ ເຮັດໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ ຫັນມາສົນໃຈລາຍການຂອງວິທະຍຸກະຈາຍສຽງກອງທັບຫຼາຍຂື້ນ ພິເສດແມ່ນສາມາດໂຄສະນາຊວນເຊື່ອ, ດືງດູດໃຫ້ຝ່າຍກົງກັນຂ້າມຫັນມາຮ່ວມມືກັບຝ່າຍປະຕິວັດໄດ້ເປັນຈໍານວນຫຼາຍ ແລະ ໃນທີ່ສຸດກໍສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນ 1975. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ກໍໄດ້ສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ເຮັດໃຫ້ພາກກະຈາຍສຽງກອງທັບໄດ້ເຕີບໃຫຍ່ຂະຫຍາຍຕົວຂື້ນຢ່າງບໍ່ຢຸດຢັ້ງ. ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ນັ້ນ, ມາເຖິງປີ 1996 ກົມໃຫຍ່ການເມືອງກອງທັບໄດ້ຄົ້ນຄວ້າຕົກລົງສ້າງຕັ້ງສື່ເອເລັກໂຕນິກຂື້ນໂດຍລວມເອົາພາກກະຈາຍສຽງກອງທັບ ແລະ ພາກສ່ວນໄກວຟີມຖ່າຍທໍາວີດີໂອ ມາລວມເປັນກອງ ໜື່ງເອີ້ນວ່າ: “ກອງວິທະຍຸ-ໂທລະພາບກອງທັບ” ແລະ ຕໍ່ມາອີງໃສ່ທິດຊີ້ນໍາຂອງຂັ້ນເທິງ ໂດຍສະເພາະແມ່ນ ທິດຊີ້ນໍາຂອງກົມໃຫຍ່ການເມືອງກອງທັບ, ສະຖານີວິທະຍຸກະຈາຍສຽງກອງທັປະຊາຊົນລາວ ຈິ່ງໄດ້ຮັບການສ້າງຕັ້ງຂື້ນ ຢ່າງເປັນທາງການໃນວັນທີ 28 ພະຈິກ 2008, ໃຊ້ເວລາກໍ່ສ້າງແມ່ນໜື່ງປີ ແລະ ໃນປີ 2009, ຈິ່ງໄດ້ເລີ່ມຕົ້ນອອກອາກາດທົດລອງຢ່າງເປັນທາງການໂດຍມື້ໜື່ງ 16 ຊົ່ວໂມງເຄິ່ງ ເລີ່ມແຕ່ 6 ໂມງເຊົ້າ-22 ໂມງ 30 ຂອງທຸກໆມື, ລະບົບ FM ຄື້ນຄວາມຖີ່ 99,7 MHz. ນັບແຕ່ນັ້ນມາສະຖານີວິທະຍຸກະຈາຍສຽງກອງທັບ ກໍໄດ້ຮັບການປັບປຸງກໍ່ສ້າງ ແລະ ພັດທະນາຕົນມາເລື້ອຍ ແລະ ພ້ອມກັນນີ້ ກໍໄດ້ຂະຫຍາຍສູນເຄືອຂ່າຍສົ່ງຕໍ່ທາງພາກພື້ນດີນດ້ວຍລະບົບສາຍໄຍແກ້ວຂອງໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ ໃນທົ່ວປະເທດມີທັງໝົດ 73 ສູນ ເຊິ່ງໄດ້ເຮັດໃຫ້ພະນັກງານນັກຮົບພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບັນດາແຂວງ,ເມືອງ,ບ້ານຢູ່ຫ່າງໄກສອກຫຼີກລວມເຖີງຈຸດສຸມຂອບເຂດໃນທົ່ວປະເທດໄດ້ຮັບຟັງສະຖານີວິທະຍຸກອງທັບຢ່າງທົ່ວເຖີງ ແລະ ຈະແຈ້ງພ້ອມທັງໄດ້ຮັບຮູ້ເຖີງຂໍ້ມູນຂ່າວສານສາລະໜ້າຮູ້ຕ່າງໆ ແລະ ແນວທາງການປ່ຽນແປງໃໝ່ຂອງພັກ-ລັດ,ຂອງກະຊວງປ້ອງກັນປະເທດກໍ່ຄືແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບລົງສູ່ກົມກອງຮາກຖານທ້ອງຖີ່ນຢ່າງທັນການ. ມາຮອດກາງປີ 2020 ພັກ-ລັດ ແລະ ກະຊວງປ້ອງກັນປະເທດ ຈື່ງໄດ້ຕົກລົງຍົກລະດັບການ ກະຈາຍສຽງສົ່ງສັນຍານລາຍການວິທະຍຸ ຜ່ານດາວທຽມລາວແຊັດ ລະບົບຊີແບນ ຄື້ນຄວາມຖີ່ 3646, ຊີມໂບເລດ 3200, ເປັນຄວາມຖີ່ດຽວກັນກັບ ໂທລະພາບກອງທັບປະຊາຊົນລາວ, ເຊິ່ງເປັນບາດກ້າວໃຫມ່ ສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ຟັງ ສາມາດຮັບຟັງວິທະຍຸກອງທັບໄດ້ຜ່ານເຄື່ອງຮັບສັນຍານດາວ ທຽມລາວແຊັດ ເປັນດາວທຽມຂອງຄົນລາວເຮົາ ສາມາດຮັບຟັງໄດ້ຢ່າງແຈ້ງໃສ,ຊັດເຈນ; ສ່ວນດ້ານເນື້ອໃນລາຍການ ທີ່ອອກອາກາດໃນແຕ່ລະໄລຍະ ກໍໄດ້ມີການປັບປຸງໃຫ້ມີຫຼາກຫຼາຍລາຍການ, ມີເນື້ຫາສາລະ, ສາມາດໃຫ້ຂໍ້ມູນຂ່າວສານ, ໃຫ້ຄວາມຮູ້ແກ່ສັງຄົມໄດ້ດີພໍສົມຄວນ, ມາຮອດປັດຈຸບັນມີທັງໝົດ 50 ກ່ວາລາຍການ, ກະຈາຍອອກອາກາດ 20 ຊົ່ວໂມງຕໍ່ວັນ,ເລີ່ມແຕ່ ເວລາ 4:00 ໂມງເຊົ້າ ຈົນເຖີງ ເວລາ 24:00 ໂມງຈິ່ງປີດສະຖານີ, ໃນນັ້ນ ມີລາຍການພາກຂ່າວທົ່ວໄປ, ຂ່າວເດັ່ນຕົ້ນຊົ່ວໂມງ ແລະ ຖ່າຍທອດພາກຂ່າວຈາກສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ທັງສາມພາກ ຄື: ພາກເຊົ້າ, ພາກທ່ຽງ ແລະ ພາກຄໍ່າ, ເຊິ່ງລາຍການທີ່ເດັ່ນ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມມີ: ລາຍການຫວນຄືນມູນເຊື້ອ, ລາຍການຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະ ພັກກະຊວງປ້ອງກັນປະເທດ, ລາຍການເຂົ້າໃຈມະຕິ X ຂອງພັກ, ລາຍການອາລຸນວັນໃຫມ່, ລາຍການເລື່ອງເລົ່າກະວີບົດ, ລາຍການ 4 ປູກ 4 ລ້ຽງ,ລາຍການມ່ວນຊື່ນກັບເພື່ອນນັກຮົບ, ນອກຈາກນີ້ຍັງມີລາຍການເປົ້າຫມາຍ ແລະ ລາຍການການບັນເທິງ ອີກຫຼາຍລາຍການ ທີ່ບັນດາກະຊວງ, ບຸກຄົນ, ນິຕິບຸກຄົນ ມາຮ່ວມຈັດລາຍການໃຫ້ສາລະຫນ້າຮູ້ ແລະ ຄວາມບັນເທີງແກ່ຜູ້ຟັງ, ສ່ວນລາຍການສົດ ບາງລາຍການກໍ່ໄລ້ສົດຜ່ານເຟສບຸກສ່ວນຕົວ ເຊິ່ງເປັນສື່ໃໝ່ເຮັດໃຫ້ຜູ້ຊົມຜູ້ຟັງ ເຂົ້າໄປກົດ ຕິດຕາມມີຈໍານວນເພີ່ມຂື້ນ.