ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ
Admin

Admin

Unitel Logistics ຄົບຮອບ 1 ປີ: ເຊື່ອມໂຍງການຄ້າ ກ້າວໄກທົ່ວທຸກພາກສ່ວນ

ນັບຕັ້ງແຕ່ກ້າວທຳອິດ ໃນທ້າຍປີ 2025, Unitel Logistics ໄດ້ຄ່ອຍໆສ້າງ ແລະ ພັດທະນາເຄືອຂ່າຍຂົນສົ່ງໃຫ້ກວ້າງຂວາງຂຶ້ນ, ປະກອບສ່ວນເຊື່ອມໂຍງປະຊາຊົນ, ທຸລະກິດ ແລະ ຊຸກຍູ້ການຄ້າ ລວມເຖິງເສດຖະກິດດິຈິຕອນໃນ ສປປ ລາວ.ພາຍຫຼັງດຳເນີນງານຄົບ 1 ປີ, Unitel Logistics ຊຶ່ງເປັນບໍລິການຂົນສົ່ງ ແລະ ຈັດສົ່ງພັດສະດຸພາຍໃຕ້ລະບົບນິເວດ Unitel ໄດ້ບັນລຸຜົນງານໃນທາງບວກ ທັງດ້ານການພັດທະນາເຄືອຂ່າຍ, ການເຕີບໂຕຂອງລາຍຮັບ ແລະ ການຂະຫຍາຍບໍລິການ.ພາຍຫຼັງໄລຍະເວລາດຳເນີນງານບໍ່ດົນ, Unitel Logistics ໄດ້ຂະຫຍາຍເຄືອຂ່າຍໃຫ້ຄອບຄຸມທັງ 18 ແຂວງ ແລະ ນະຄອນ ດ້ວຍຈຸດບໍລິການເກືອບ 1.000 ແຫ່ງ, ລວມທັງຮ້ານບໍລິການ Unitel…

ກອງປະຊຸມພົບປະ 3 ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກໍາປູເຈຍ

ກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫວຽດນາມ, ກໍາປູເຈຍ, ຈັດຂຶ້ນໃນວັນທີ 14 ຕຸລາ 2026 ຢູ່ກົມພົວພັນຕ່າງປະເທດ ກອງທັບປະຊາຊົນຫວຽດນາມ, ຝ່າຍລາວໂດຍແມ່ນ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຝ່າຍຫວຽດນາມ ໂດຍແມ່ນ ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ຝ່າຍກໍາປູເຈຍ ໂດຍແມ່ນ ສະຫາຍ ພົນເອກ ເຕຍ…

ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ເຂົ້າຮ່ວມການຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ປະຈຳປີ 2026

ໃນວັນທີ 14 ຕຸລາ 2026, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຂົ້າຮ່ວມຕິດຕາມການຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ທີ່ ສສ ຫວຽດນາມ. ໂດຍໃຫ້ກຽດເຂົ້າຮ່ວມຄັ້ງນີ້ ມີ ສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ພົນເອກ ເຕ້ຍໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ…

“ຢາເສບຕິດຄືສັດຕູໂຕຮ້າຍກາດ, ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນ ແກ້ໄຂ.

ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ( 12 ຕຸລາ 2001-12 ຕຸລາ 2026) ຄົບຮອບ 25 ປີນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າບັນຫາຢາເສບຕິດຖືເປັນອາຊະຍາກໍາທີ່ຮ້າຍແຮງທີສຸດຕໍ່ການດໍາລົງຊີວິດຂອງ ມວນມະນຸດ, ມັນທໍາລາຍຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ,ເສດຖະກິດ, ວັດທະນາທໍາ ເຊິ່ງຜູ້ທີ່ເຄື່ອນໄຫວພົວພັນກ່ຽວຂ້ອງກັບຢາເສບຕິດໃນທຸກໆກໍລະນີ, ນັບທັງຜູ້ຖືກເຄາະຮ້າຍຈາກຢາເສບຕິດ ລ້ວນແຕ່ເປັນພິດໄພ, ມີຜົນຮ້າຍຕໍ່ຊີວິດ, ສຸຂະ ພາບ, ຊັບສິນຂອງສັງຄົມ, ຫຼື ສ້າງບາດແຜຄວາມເຈັບຊໍ້າດ້ານຈິດໃຈຕໍ່ບຸກຄົນ, ຄອບຄົວ ແລະ ຍາດພີ່ນ້ອງ; ພ້ອມນັ້ນ, ມັນຍັງທໍາລາຍຄວາມສະຫງົບປອດໄພໃນຄອບຄົວ, ກີດຂວາງການພັດທະນາເສດຖະກິດ-ສັງຄົມ…

ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມທາງການ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນລະຫວ່າງວັນທີ 12 ຫາ ວັນທີ 15 ຕຸລາ 2026 ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ. ພາຍຫຼັງສໍາເລັດພິທີຕ້ອນຮັບ ກໍໄດ້ເຂົ້າພົບປະສອງຝ່າຍ ເຊິ່ງໄດ້ທົບທວນ ແລະ ຕີລາຄາໝາກຜົນການຮ່ວມມືຊ່ວຍເຫຼືອເຊີ່ງກັນ…

ສັບພະຄຸນທາງຢາຂອງຜັກຄາດ

ໃບດອກ ແລະ ຫມົດທັງຕົ້ນ ບັນຈຸນ້ໍາມັນຫອມລະເຫີຍທີ່ປະກອບດ້ວຍ Terpene ຊະນິດຫນຶ່ງທີ່ມີຊື່ວ່າ Spilanthen ນອກຈາກນັ້ນຍັງມີ Spilanthol, ທາດນີ້ມີ ອັດຕາສ່ວນ 1% ໃນດອກ. ເຫຼົ້າແຊດອກຜັກຄາດ 1/5 ເປັນຢາແກ້ປວດແຂ້ວ ແມງ, ບາງຄົນໃຊ້ເປັນຢາມຶນກັບທີ່ເພື່ອຫຼົກແລ້ວ, ນໍ້າຕົ້ມໃບຜັກຄາດໃຊ້ສະຫົວ ເປັນຢາແກ້ເຈັບຫົວດິບ, ປົວຕຸ່ມເປືອຍ, ຄັນ.ຮາກເປັນຢາຖ່າຍທ້ອງ (Laxative) ເອົາ 4-8 ກຼາມ ມາຕົ້ມກັບນ້ໍາ 1 ຈອກ, ດື່ມ, ນ້ໍາຕົ້ມໃບ, ຖ້າດື່ມຈະເປັນຢາກັດຫນິ້ວໄຂ່ຫຼັງ ແລະ ຖ່າຍເບົາສະດວກ. ຜັກ ຫຼື ຄາດຍັງເປັນຢາແກ້ກ້າງຄາ: ເອົາດອກຜັກຄາດ ຫຼື ໃບ…

ປະໂຫຍດຂອງ ຫມາກໂມອ່ອນນັ້ນມາຫລາຍກວ່າທີ່ເຮົາຄິດ

ປະໂຫຍດຂອງ ຫມາກໂມອ່ອນນັ້ນມາຫລາຍກວ່າທີ່ເຮົາຄິດມື້ນີ້ ພວກເຮົາຂໍນໍາສະເຫນີ ສັບພະຄຸນ ແລະປະໂຫຍດອັນສໍາຄັນຂອງຫມາກໂມອ່ອນໃຫ້ທ່ານໄດ້ຮັບຮູ້ໄປພ້ອມກັນ ເພື່ອຄົນທີ່ຕ້ອງການຮູ້ແລະຍັງບໍ່ ແລະ ເພື່ອຄົນທີ່ຍັງບໍ່ຮູ້ວ່າມັນມີດີແນວໃດແດ່ ເຮົາມາອ່ານພ້ອມກັນເລີຍຫມາກໂມອ່ອນ ສັບພະຄຸນຂອງມັນມີດັ່ງນີ້:ຫມາກໂມອ່ອນນັ້ນສາມາດ ໃຊ້ເປັນຢາສະຫມຸນໄພເພາະມີສານ Citrulline ແກ້ຖອນພິດເຫຼົ້າ ແລະ ແກ້ອາການຢາກນ້ໍາ ລວມທັງແກ້ຮ້ອນໃນ ສ່ວນເມັດເປັນຢາເຢັນ ແລະ ແກ້ປັດສະວະ, ນອກຈາກນີ້ ຍັງ ເຊື່ອວ່າການກິນຫມາກໂມແມ່ນຊ່ວຍບໍາລຸງກໍາລັງ, ເປືອກນໍາໄປຕົ້ມກັບນ້ໍາຕານດື່ມແກ້ອາການເຈັບຄໍ ຫຼື ຈະ ນໍາໄປປີ້ງໄຟແລ້ວບົດເປັນຜົງທາບາດແຜໃນປາກ, ເມັດເປັນຢາເຢັນແກ້ຂັບປັດສະວະ ບໍາລຸງຮ່າງກາຍ ແລະ ເປັນຢາລະບາຍອ່ອນໆ ສ່ວນຄຸນຄ່າທາງອາຫານນັ້ນຫມາກໂມອ່ອນ 100 ກຣາມໃຫ້ພະລັງງານ 11 ກິໂລແຄລໍຣີ ປະກອບດ້ວຍໂປຣຕີນ 0,4 ກຣາມ, ໄຂມັນ 0,1…

ຖົ່ວແດງຊ່ວຍປິ່ນປົວມົດລູກ-ບໍາລຸງຊອງຄອດ

ຖົ່ວແດງຊ່ວຍປິ່ນປົວມົດລູກ-ບໍາລຸງຊອງຄອດມື້ນີ້ພວກເຮົາມີວິທີຫລຸດຜ່ອນອາການປວດທ້ອງນ້ອຍຂອງແມ່ຍິງເຊິ່ງອາດເກີດຈາກການມີເລືອດຄ້າງ, ຄວາມເຢັນສະສົມຢູ່ອ້ອມໆສາຍປື, ຮັງໄຂ່ ແລະ ມົດລູກ ເຊິ່ງວິທີຫລຸດຜ່ອນອາການດັງກ່າວກໍ່ສາມາດເຮັດໄດ້ງ່າຍໆພຽງແຕ່ທ່ານເອົາຖົ່ວແດງ 500ກຣາມ ບັນຈຸໃສ່ຖົງຜ້າແລ້ວມັດປາກຖົງດ້ວຍເຊືອກ ກ່ອນເອົາໄປອົບໃນເຕົາອົບ ເຊິ່ງໃຊ້ລະດັບ ຄວາມຮອນປານກາງ ດົນ 3 – 4 ນາທີ ກ່ອນຈະເອົາຖົງຖົ່ວແດງມາ ປະຄົບບໍລິເວນທ້ອງນ້ອຍ ໂດຍໃຫ້ ທ່ານໃຊ້ມືລູບຄ່ອຍໆເທິງຜິວຫນັງ ຫນ້າທ້ອງບໍລິເວນທີ່ກົງກັບຮັງໄຂ່ກໍຈະສາມາດຫລຸດຜອນອາການເລືອງຄ້າງ, ຫລຸດອາການບວມແລະຫລຸດອາການອັກເສບໄດ້.ສໍາລັບອາຫານທີ່ມີປະໂຫຍດຊ່ວຍປິ່ນປົວອາການຊ່ອງຄອດອັກເສບນັ້ນ ມີທັງຜັກທຽມແລະຜັກກະລ່ໍາ ເພາະມີສັບພະຄຸນເປັນຢາຂ້າເຊື້ອພະຍາດ. ສວນຫົວຜັກບົ່ວໃຫຍ່ ແລະ ຜັກກາດຈະຊ່ວຍຫລຸດອາການອັກເສບ. ໃນຂະນະທີ່ຜັກກາດຊອມຈະຊ່ວຍຟື້ນຟູເນື້ອເຍື່ອມົດລູກ.ສ່ວນຫມາກກຽງ ແລະ ຫມາກ ເລັ່ນ ເປັນໂຕເສີມວິຕາມິນ ທັງຍັງ ກະຕຸ້ນການເຮັດວຽກຂອງແຊນ ຈຶ່ງເຮັດໃຫ້ນານເຖົ້າ. ຜັກດອງ ແລະ ແປ້ງນົວ ຈະຊ່ວຍກຈັດເຊື້ອຊະນິດຫນຶ່ງທີ່ເຮັດໃຫ້ເກີດໂທດ ຕໍ່ຮ່າງກາຍໄດ້,…

ພີທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ.

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ (12 ຕຸລາ 1981-12 ຕຸລາ 2026 ) ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2026, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະນໍາ 4 ກົມໃຫຍ່ຈາກກະຊວງປ້ອງກັນປະເທດ, ຄະນະພັກ ຄະນະບັນຊາກອງພົນທີ 2 , ພະນັກງານປະຕິວັດອາວຸໂສບໍານານ, ອະດີດການນໍາກອງພົນທີ 2 , ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ…

ດຖະມົນຕີ ກະຊວງ ປກສ ຊີ້ແຈ້ງ 3 ປະເດັນດ້ານຢາເສບຕິດ ຕໍ່ກອງປະຊຸມສະພາແຫ່ງຊາດ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ສະຫາຍ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກັບບົດສະເໜີຂອງກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ເພື່ອໃຫ້ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ ດັ່ງນີ້: ສຳລັບການຍົກລະດັບບັນຊີຢາເສບຕິດ ຈາກຂໍ້ຕົກລົງຂອງລັດຖະບານ ມາເປັນມະຕິຂອງສະພາແຫ່ງຊາດ ແມ່ນເພື່ອເພີ່ມຄວາມສັກສິດທາງດ້ານກົດໝາຍ ໃຫ້ເປັນບ່ອນອີງທີ່ເອກະພາບກັນ ລະຫວ່າງ ເຈົ້າໜ້າທີ່ສືບສວນ-ສອບສວນ, ໄອຍະການ ແລະ ສານ ໃນການດຳເນີນຄະດີ ແລະ ກຳນົດໂທດ. ພາກສ່ວນກ່ຽວຂ້ອງຈະໄດ້ສົມທົບກັບ ກະຊວງສາທາລະນະສຸກ, ອຸດສາຫະກຳ-ການຄ້າ, ກະສິກຳ-ສິ່ງແວດລ້ອມ ແລະ ອົງການຕຸລາການ…

ທຸກຄົນຮູ້ຫຼືບໍ່? ຄວນເປີດຕາໄຟສູງໃນຍາມໃດ ຈຶ່ງຖືກຕ້ອງເໝາະສົມ, ມື້ນີ້ແອັດຈະມາແບ່ງປັນຂໍ້ມູນໃຫ້ຮູ້ໄປນຳກັນ.

ຄວນເປີດໄຟຕາສູງເມື່ອຢູ່ໃນບ່ອນມືດ ໃນຕອນກາງຄືນເມື່ອເດີນທາງໄກ ຫຼື ຈຳເປັນຕ້ອງຂັບໄປບ່ອນທີ່ມີແສງສະຫວ່າງໜ້ອຍ ໃນກໍລະນີນີ້ ຫາກໃຊ້ໄຟສູງຖືວ່າບໍ່ເປັນການເສຍມາລະຍາດ ເນື່ອງຈາກເສັ້ນທາງມືດ ການເປີດໄຟສູງຈະຊ່ວຍໃຫ້ເບິ່ງເຫັນເສັ້ນທາງໄດ້ກວ້າງ ແລະ ໄກ, ແຕ່ຖ້າຫາກມີລົດຂັບສວນມາກໍຄວນຈະປິດໄຟສູງກ່ອນ ເພື່ອບໍ່ໃຫ້ຄົນອື່ນເຫຼື້ອມຕາ ເມື່ອລົດເຂົາເຈົ້າຂັບຜ່ານໄປແລ້ວຈຶ່ງເປິດຄືນ.

ໄອຊຳເຮື້ອຊ່ວງຝົນຕົກ ຢ່າຟ້າວຄິດວ່າເປັນພຽງໄຂ້ຫວັດທໍາມະດາ! 🌧️🤧

#Health | ຫຼາຍຄົນອາດຈະພົບປັບບັນຫາໄອບໍ່ເຊົາ ໄອຕິດຕໍ່ກັນຫຼາຍອາທິດໃນຊ່ວງອາກາດຊຸ່ມຊື່ນ ແຕ່ຮູ້ຫຼືບໍ່ວ່າ… ນັ້ນອາດແມ່ນສັນຍານເຕືອນຂອງ “ໂລກພູມແພ້ອາກາດ” (Allergic Rhinitis) ທີ່ກໍາລັງຫຼິ້ນງານທ່ານຢູ່ ⚠️ 3 ຂໍ້ແຕກຕ່າງທີ່ຕ້ອງສັງເກດ:🔹 ໄຂ້ຫວັດ: ມີໄຂ້, ເຈັບຄໍ, ໄອມີເສດເຫຼດ ແລະ ມັກຈະເຊົາເອງພາຍໃນ 1-2 ອາທິດ.🔹 ພູມແພ້ອາກາດ: ໄອແຫ້ງ ຫຼື ໄອຄັນຄໍ, ຈາມ, ດັງອຸດ, ຄັນຕາ/ຄັນດັງ, ບໍ່ມີໄຂ້ ແລະ ເປັນ ມານານກວ່າ 2 ອາທິດ (ໂດຍສະເພາະເວລາອາກາດປ່ຽນ ຫຼື ກາງຄືນ).🔹 ຕົວກະຕຸ້ນຊ່ວງໜ້າຝົນ: ຄວາມຊຸ່ມເຮັດໃຫ້ ລະອອງເກສອນພືດ,…

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

#Health | ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ, ເມື່ອຕື່ນຂຶ້ນມາກໍບໍ່ໄດ້ອອກກຳລັງກາຍ, ຮ່າງກາຍບໍ່ໄດ້ໃຊ້ພະລັງງານຫຼາຍເທົ່າກັບທີ່ເຮົາກິນອາຫານເຂົ້າໄປ ຊຶ່ງການກິນແບບນີ້ ແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນໄດ້ແນ່ນອນ. ສຳລັບບາງຄົນທີ່ກິນໂຢເກິດ, ກິນອາຫານເພື່ອສຸຂະພາບ, ອາຫານທີ່ມີແຄລໍຣີ່ຕຳ່ ເຊັ່ນ ຍຳສະຫຼັດ, ໝາກໄມ້, ນົມໄຂມັນຕຳ່ ແລ້ວເຂົ້ານອນ ແລະມັກອອກກຳລັງກາຍຢູ່ສະເໝີ ຄົນແບບນີ້…

ສະພາແຫ່ງຊາດ ຖະແຫຼງຂ່າວກຽມໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຊຸດທີ X.

ໃນຕອນບ່າຍວັນທີ 01 ຕຸລາ 2026, ທ່ານ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ທັງເປັນຫົວໜ້າກອງເລຂາກອງປະຊຸມ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກຽມຄວາມພ້ອມດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຕາມກົດໝາຍ ວ່າດ້ວຍສະພາແຫ່ງຊາດ ແລະ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 110 ກອງປະຊຸມໃນຄັ້ງນີ້ຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຂອງຊາດ ໃນ 5 ວາລະຕົ້ນຕໍ ດັ່ງນີ້: 1. ວຽກງານບຸກຄະລາກອນ: ພິຈາລະນາ, ຮັບຮອງເອົາການເລືອກຕັ້ງບຸກຄະລາກອນຈໍານວນໜຶ່ງ. 2. ວຽກງານເສດຖະກິດ-ງົບປະມານ: ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ…