ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ປັບປຸງກົດໝາຍວ່າດ້ວຍຢາ ເເລະ ຜະລິດຕະພັນການຢາ

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາເເຫ່ງຊາດ.

ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີກົດໝາຍວ່າດ້ວຍຢາ ເເລະ ຜະລິດຕະພັນການເເພດ ( ສະບັບປັບປຸງ) ວ່າ: ຢາ ແລະ ຜະລິດຕະພັນການແພດ ແມ່ນປັດໃຈໜຶ່ງທີ່ມີຄວາມສໍາຄັນທີ່ສຸດ ສໍາລັບວຽກງານສາທາລະນະສຸກ ໃນການປ້ອງກັນ, ຮັກສາສຸຂະພາບ ຂອງມະນຸດ ຊຶ່ງກວມເອົາທຸກບັນຫາ ທີ່ກ່ຽວຂ້ອງກັບຄຸນະພາບ, ປະສິດທິພາບ ແລະ ຄວາມປອດໄພ ຂອງຜະລິດຕະພັນ ເປັນຕົ້ນຈາກການພັດທະນາ, ການຜະລິດ, ການນໍາເຂົ້າ, ການຈໍາໜ່າຍ ແລະ ການນໍາໃຊ້ໃນທຸກຂົງເຂດວຽກງານສາທາລະນະສຸກ. ດັ່ງນັ້ນ, ການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ແມ່ນການກວມເອົາຫຼາຍທຸລະກິດ, ຫຼາຍຜະລິດຕະພັນ ເປັນຕົ້ນ ຜະລິດຕະພັນ ຢາຫຼວງ, ລວມທັງຢາພື້ນເມືອງ, ວັກແຊງ, ສະແກຼມເຊວ, ອຸປະກອນການແພດ, ຜະລິດຕະພັນເສີມສຸຂະພາບ, ເຄື່ອງສໍາອາງ, ເຄມີຄວບຄຸມ, ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ຊຶ່ງຜະລິດຕະພັນເຫຼົ່ານີ້ ຈະຕ້ອງມີກົດໝາຍ, ລະບຽບການ, ເຄື່ອງມື ແລະ ໜ່ວຍງານ ຄຸ້ມຄອງສະເພາະ, ເຂັ້ມແຂງ ນັບທັງສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດງານ ເພື່ອຮັບປະກັນຄຸນະພາບ ແລະ ຄວາມປອດໄພ ແກ່ຜູ້ຊົມໃຊ້.

ໃນນີ້ ກົດໝາຍວ່າດ້ວຍຢາ ແລະ ຜະລິຕະພັນການແພດ (ສະບັບປັບປຸງ) ປະກອບມີ: XII ພາກ, 21 ໝວດ, 114 ມາດຕາ, ເຊິ່ງເນື້ອໃນສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງມີຄື: ພາກທີ II ບັນຊີ, ປະເພດ ຢາ ແລະ ຜະລິດຕະພັນການແພດ ໃນພາກນີ້ໄດ້ກຳນົດເປັນໝວດ ແລະ ເພີ່ມມາດຕາ ເຂົ້າໃໝ່ ໂດຍສະເພາະປະເພດຢາ ແລະ ຜະລິດຕະພັນການແພດ ໃຫ້ມີຄວາມຊັດເຈນ, ລະອຽດ ໂດຍສະເພາະ ຜະລິດຕະພັນ ທີ່ຄຸ້ມຄອງ; ພາກທີ III ກິດຈະການກ່ຽວກັບຢາ ແລະ ຜະລິດຕະພັນການແພດ ຊຶ່ງໄດ້ກຳນົດກິດຈະການທີ່ກ່ຽວຂ້ອງ ໃນວຽກງານການຄຸ້ມຄອງ ລວມທັງການກຳນົດທຸລະກິດທີ່ກ່ຽວຂ້ອງກັບຢາ ແລະ ຜະລິດຕະພັນການແພດ ເປັນອັນລະອຽດຂຶ້ນຕື່ມ; ພາກທີ VI ການດໍາເນີນທຸລະກິດກ່ຽວກັບຢາ ແລະ ຜະລິດຕະພັນການແພດ ການກຳນົດເຂົ້າໃໝ່ ລະອຽດກ່ຽວກັບປະເພດທຸລະກິດ, ການພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດ, ການໂຈະ ແລະ ການຖອນ ໂດຍສະເພາະເງື່ອນໄຂຂອງການພິຈາລະນາ ຫຼື ກໍລະນີໂຈະ ຫຼື ຖອນໃບອະນຸຍາດດໍາເນີນທຸລະກິດ ທີ່ດໍາເນີນບໍ່ສອດຄ່ອງກັບລະບຽບກົດໝາຍທີ່ໄດ້ກຳນົດຢ່າງຈະແຈ້ງ ຕາມແຕ່ລະກໍລະນີ, ເຊິ່ງ ພາກທີ V ການປະກອບວິຊາຊີບເພສັດຊະກຳ ແລະ ຄະນະກຳມະການວິຊາຊີບເພສັດຊະກຳ ໄດ້ກຳນົດການຄຸ້ມ ຄອງວິຊາຊີບເພສັດຊະກອນ ທີ່ຕິດພັນກັບວິຊາຊີບ ແລະ ທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ເພື່ອຮັບປະກັນເພສັດຊະກອນທີ່ຮຽນຈົບມາໃໝ່ ຈະໄດ້ຮັບການປະເມີນຄວາມສາມາດກ່ອນປະຕິບັດວຽກຕົວຈິງ ແລະ ທັງເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດຂອງຄະນະກຳມະການຄຸ້ມຄອງວິຊາຊີບດັ່ງກ່າວ; ພາກທີ X ການຄຸ້ມຄອງ ແລະ ການກວດກາວຽກງານຢາ ແລະ ຜະລິດຕະພັນການແພດ ໄດ້ກຳນົດສິດ, ໜ້າທີ ຂອງອົງການຄຸ້ມຄອງວຽກງານຢາ ແລະ ຜະລິດຕະພັນການແພດ ແຕ່ລະຂັ້ນ ໂດຍສະເພາະແກ່ເຈົ້າໜ້າທີ່ກວດກາ ໃນ ການກວດກາຢາ ແລະ ຜະລິດຕະພັນການແພດ ຊຶ່ງມີສິດໃນ ການເກັບກຳຕົວຢ່າງຢາ ແລະ ຜະລິດຕະພັນການແພດ ເພື່ອທົດສອບ ແລະ ນໍາສົ່ງຕົວຢ່າງທີ່ສົງໃສໄປວິເຄາະວິໄຈ ເພື່ອຢັ້ງຢືນຄຸນະພາບ, ນອກນີ້ ກໍຍັງມີພາກ, ໝວດ ແລະ ມາດຕາຕ່າງໆ ທີ່ໄດ້ເພີ່ມເນື້ອໃນເຂົ້າໃໝ່ ແລະ ປັບປຸງ ເພື່ອໃຫ້ມີຄວາມຄົບຖ້ວນ ແລະ ລະອຽດຂຶ້ນຕື່ມ ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດໄດ້.

ພາຍຫຼັງທີ່ກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດນຳໃຊ້ແລ້ວ ຄາດວ່າຈະຊ່ວຍເຮັດໃຫ້ວຽກງານການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ສາມາດດໍາເນີນໄປຢ່າງເປັນລະບົບ, ຄົບຊຸດ ແລະ ມີປະສິດທິພາບເພີ່ມຂຶ້ນ; ທັງເປັນເຄື່ອງມືໃຫ້ແກ່ທຸກພາກສ່ວນທັງພາກລັດນັບແຕ່ສູນກາງຮອດທ້ອງຖິ່ນ ທີ່ເຮັດໜ້າທີ່ໃນການຄຸ້ມຄອງ ຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນການແພດ ໄດ້ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນຢາ ແລະ ຜະລິດຕະພັນການແພດ ມີຄຸນະພາບ, ປະສິດທິພາບ ແລະ ປອດໄພຍິ່ງຂຶ້ນ, ເຮັດໃຫ້ວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ໄດ້ຮັບການພັດທະນາຢ່າງເປັນລະບົບຄົບຊຸດ ໂດຍສະເພາະ ການຮັບປະກັນຄຸນະພາບ, ເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສະເພາະໃຫ້ແກ່ຜູ້ປະກອບການດ້ານການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍຢາ ແລະ ຜະລິດຕະພັນການແພດ.

ໂດຍ: ສຸກສາຄອນ-ໄພນາລິນ