ພະແນກຂ່າວ-ບົດ ກອງວິທະຍຸກະຈາຍສຽງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2025

ວັນທີ 18 ມິຖຸນາ 2025, ພະແນກຂ່າວ-ບົດ ກອງວິທະຍຸກະຈາຍສຽງກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໜູມາດ ອຸ່ນໃຈດີ ຫົວໜ້າການທະຫານກອງວິທະຍຸກະຈາຍສຽງກອງທັບ, ມີບັນດາພະແນກການ, ພະນັກງານ-ນັກຮົບ ພາຍໃນພະແນກເຂົ້າຮ່ວມ. ສະຫາຍ ພັນໂທ ຕ່າຍທອງ ທອງວັນ ຫົວໜ້າພະແນກຂ່າວ-ບົດ ກອງວິທະຍຸກະຈາຍສຽງກອງທັບ ໄດ້ສະຫຼຸບຕີລາຄາການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ເຊິ່ງໄລຍະ 6 ເດືອນ ຜ່ານມາ ຄະນະພະແນກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-…













