ພາລະບົດບາດ
ຂໍ້ກໍານົດ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ
ຂອງວິທະຍຸກະຈາຍສຽງ ກອງທັບປະຊາຊົນລາວ
- ອີງຕາມ ກົດໝາຍວ່າດ້ວຍສື່ມວນຊົນ ສະບັບເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2016.
- ອີງຕາມ ດຳລັດຂອງນາຍຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ການ ເມືອງກອງທັບປະຊາຊົນລາວ ສະບັບເລກທີ 115/ນຍ, ລົງວັນທີ 04 ກໍລະກົດ 2008.
- ອີງຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານສຶກສາອົບຮົມການເມືອງ-ແນວຄິດ ຂອງກອງທັບໃນໄລຍະໃໝ່.
ກົມໃຫຍ່ການເມືອງກອງທັບ ອອກຂໍ້ກຳນົດ:
ໝວດທີ I
ວ່າດ້ວຍທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 01: ວ່າດ້ວຍທີ່ຕັ້ງ:
ກອງວິທະຍຸກະຈາຍສຽງ ກອງທັບປະຊາຊົນລາວ ເປັນກອງວິຊາສະເພາະສື່ມວນຊົນໜຶ່ງ ສັງກັດໃນໂຄງປະກອບ ການຈັດຕັ້ງຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ທຽບເທົ່າຂຶ້ນກອງພັນໃຫຍ່, ມີຊື່ຂຽນເປັນຕົວອັກສອນ ຫຍໍ້ “ວສກທ” ຢູ່ພາຍໃຕ້ການຊີ້ນໍາ-ນໍາພາ ໂດຍກົງຂອງກົມໃຫຍ່ການເມືອງກອງທັບ.
ມາດຕາ 02: ວ່າດ້ວຍພາລະບົດບາດ:
ເປັນກະບອກສຽງຂອງຄະນະພັກກະຊວງ ແລະ ກະຊວງປ້ອງກັນປະເທດ ໃນການໂຄສະນາ, ສຶກສາອົບຮົມ, ແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ລະບຽບວິໄນ ແລະ ໜ້າທີ່ການເມືອງຂອງກອງທັບ, ປຸກລະດົມນໍ້າໃຈ ຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ຄວາມບັນເທິງໃຫ້ແກ່ກອງທັບ, ສັງຄົມ, ເປັນເວທີສະແດງຄວາມຄິດ ຄວາມເຫັນຂອງພະນັກງານ-ນັກຮົບ ແລະ ມວນຊົນ, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນກອງທັບ, ສັງຄົມ ແລະ ຕ້ານທຸກ ຖ້ອຍທໍານອງໂຄສະນາບິດເບືອນຄວາມຈິງຂອງອິດທິກຳລັງປໍລະປັກ.
ໝວດທີ II
ໜ້າທີ່, ຂອບເຂດສິດ ແລະ ການພົວພັນ
ມາດຕາ 03: ໜ້າທີ່:
3.1. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຫັນເອົາແນວທາງນະໂຍບາຍຂອງພັກ, ທິດທາງແຜນການຂອງລັດຖະບານ, ຂອງກະຊວງປ້ອງກັນປະເທດ ກ່ຽວກັບວຽກງານໂຄສະນາຜ່ານສື່ວິທະຍຸກະຈາຍສຽງກອງທັບ ລົງສູ່ບັນດາກົມກອງໃນທົ່ວກອງທັບ ແລະ ສູ່ສັງຄົມ; ເພື່ອຫັນມາເປັນແຜນການ, ແຜນງານ ແລະ ໂຄງການອັນລະອຽດ ໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
3.2. ສຶກສາອົບຮົມການເມືອງ, ນໍາພາແນວຄິດ, ຄຸ້ມຄອງບຳລຸງ-ກໍ່ສ້າງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ພາຍໃນກອງວິທະຍຸກະຈາຍສຽງ ກອງທັບປະຊາຊົນລາວ.
3.3. ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍຂອງລັດ, ການປັບປຸງກໍ່ສ້າງກອງທັບ, ສະໜອງຂໍ້ມູນຂ່າວສານ, ເຫດການທີ່ເກີດຂຶ້ນ, ສາລະໜ້າຮູ້ຕ່າງໆ ອອກສູ່ສັງຄົມໃຫ້ວ່ອງໄວທັນສະພາບການ.
3.4. ຄົ້ນຄວ້າ, ສ້າງແຜນພັດທະນາ ວຽກງານວິທະຍຸກະຈາຍສຽງກອງທັບແຕ່ລະໄລຍະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງກອງທັບ ໃຫ້ຂັ້ນເທິງພິຈາລະນາ.
3.5. ຂຽນຂ່າວ, ບົດ ແລະ ຜະລິດລາຍການໃນຮູບແບບຕ່າງໆ ໃຫ້ສອດຄ່ອງກັບທິດທາງ, ແຜນນະໂຍບາຍຂອງພັກ,ກົດໝາຍຂອງລັດ ແລະ ໜ້າທີ່ການເມືອງຂອງກອງທັບ.
3.6. ຄົ້ນຄວ້າ, ປັບປຸງຜັງລາຍການອອກອາກາດ, ປັບປຸງດ້ານເນື້ອໃນ-ຮູບແບບຂອງລາຍການກະຈາຍສຽງໃຫ້ມີລັກສະນະວ່ອງໄວ, ທັນເຫດການ-ແຫຼມຄົມ, ເລິກເຊິ່ງ ແລະ ກວ້າງຂວາງ, ຮັບໃຊ້ໜ້າທີ່ການເມືອງຂອງພັກ, ລັດ ແລະ ກອງທັບໃນແຕ່ລະໄລຍະ.
3.7. ຄຸ້ມຄອງ, ບຳລຸງຮັກສາອຸປະກອນເຕັກນິກຕ່າງໆ ເພື່ອຮັບປະກັນການອອກອາກາດໃຫ້ເປັນປົກກະຕິ ແລະ ຜະລິດລາຍການກະຈາຍອອກຫຼາຍຊ່ອງທາງຢ່າງມີປະສິດທິພາບ.
3.8. ຄົ້ນຄວ້າ, ສ້າງແຜນຍຸດທະສາດເພື່ອປັບປຸງ, ຂະຫຍາຍ, ສ້າງຕັ້ງເຄືອຂ່າຍວິທະຍຸກະຈາຍສຽງ, ລະບົບເຕັກໂນໂລຍີທີ່ກ້າວໜ້າທັນສະໄໝຕາມພາລະບົດບາດຂອງຕົນ.
3.9. ຄົ້ນຄວ້າ, ສ້າງແຜນ ແລະ ຈັດຕັ້ງຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ ພະນັກງານ-ນັກຮົບ ຕາມໜ້າທີ່ວິຊາສະເພາະຂອງກອງວິທະຍຸກະຈາຍສຽງ ແລະ ກົມກອງທ້ອງຖິ່ນ.
3.10. ຄຸ້ມຄອງສໍາເນົາ, ສະຫຼຸບ-ສັງລວມສະຖິຕິ ແລະ ເກັບມ້ຽນຂໍ້ມູນຂ່າວສານດ້ານສຽງ ເພື່ອນໍາໃຊ້ໃນໄລຍະຍາວ.
3.11. ຄົ້ນຄວ້າສ້າງແຜນປັບປຸງ, ຍົກລະດັບຕານ່າງຂ່າວ ແລະ ລະບົບໂທລະໂຄ່ງຂອງກົມກອງ-ທ້ອງຖິ່ນ, ດ້ານວິຊາການໃຫ້ດີຂຶ້ນ.
3.12. ຄົ້ນຄວ້າ ແລະ ນໍາສະເໜີການບັນຈຸ, ຊັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ, ບຳລຸງ, ການເລື່ອນຊັ້ນ, ເລື່ອນທຽບຊັ້ນ-ຂັ້ນເງິນເດືອນ, ເງິນອຸດໜູນຕ່າງໆ ພ້ອມທັງຄຸ້ມຄອງພະນັກງານ-ນັກຮົບ ຢູ່ພາຍໃນກອງວິທະຍຸກະຈາຍສຽງກອງທັບ.
3.13. ຄົ້ນຄວ້າ, ນໍາສະເໜີປະຕິບັດນະໂຍບາຍຍ້ອງຍໍຕໍ່ຜູ້ມີຜົນງານ ແລະ ປະຕິບັດມາດຕະການຕໍ່ຜູ້ກະທໍາຜິດລະບຽບວິໄນກອງທັບ ໃຫ້ຂັ້ນເທິງພິຈາລະນາ.
3.14. ຂຶ້ນແຜນ, ຄຸ້ມຄອງ, ນໍາໃຊ້ງົບປະມານ, ພາຫະນະ ແລະ ອຸປະກອນຮັບໃຊ້ ໃນການເຄື່ອນໄຫວວຽກງານພາຍໃນກອງວິທະຍຸກະຈາຍສຽງ.
3.15. ຄົ້ນຄວ້າຮ່ວມມືແລກປ່ຽນບົດຮຽນ, ຍາດແຍ່ງເອົາການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ; ບົນພື້ນຖານການຕົກລົງເຫັນດີຈາກຂັ້ນເທິງ.
3.16. ປັບປຸງກໍ່ສ້າງກົມກອງທຸກດ້ານ ໃຫ້ເຕີບໃຫຍ່ເຂັ້ມແຂງ, ນໍາພາແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ ຊອກຫາແຫຼ່ງລາຍຮັບດ້ວຍທ່າແຮງບົ່ມຊ້ອນຂອງກົມກອງ.
3.17. ສະຫຼຸບສັງລວມ, ລາຍງານສະພາບການເຄື່ອນໄຫວຮອບດ້ານໃຫ້ຂັ້ນເທິງເປັນປົກກະຕິ, ນໍາເອົາທິດຊີ້ນໍາມາ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.
3.18. ກຽມພ້ອມເຮັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ.
ມາດຕາ 04: ຂອບເຂດສິດ:
4.1. ຮ່າງຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການຕ່າງໆ ທີ່ພົວພັນເຖິງວຽກງານວິທະຍຸກະຈາຍສຽງກອງທັບເພື່ອນໍາສະເໜີເຖິງຂັ້ນເທິງພິຈາລະນາ.
4.2. ອອກໜັງສືສະເໜີ, ຢັ້ງຢືນເອກະສານ ແລະ ແຈ້ງການຕ່າງໆ ທີ່ພົວພັນເຖິງວຽກງານຂອງຕົນ, ໃຫ້ບັນດາພະແນກ ແລະ ພະນັກງານ-ນັກຮົບ ໃນກອງວິທະຍຸກະຈາຍສຽງກອງທັບ.
4.3. ຄົ້ນຄວ້າ ແລະ ກຳນົດຈັດວາງແຜນຜັງລາຍການ, ເນື້ອໃນ, ຮູບການກະຈາຍສຽງອອກອາກາດປະຈໍາວັນ.
4.4. ລົງເຄື່ອນໄຫວເກັບກໍາຂໍ້ມູນຂ່າວສານຕ່າງໆ ຢູ່ບັນດາອົງການ, ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ແລະ ອົງການຈັດຕັ້ງຕ່າງໆຂອງພັກ-ລັດ ເພື່ອຜະລິດຂ່າວ, ບົດ ແລະ ລາຍການອອກອາກາດບົນພື້ນຖານລະບຽບກົດໝາຍສື່ມວນຊົນ.
4.5. ຊີ້ນໍາເຄືອຂ່າຍສົ່ງຕໍ່ກະຈາຍສຽງ-ໂທລະໂຄ່ງ, ກົມກອງກຳລັງຫຼວງ-ກໍາລັງທ້ອງຖິ່ນ ຈັດຕັ້ງການຖ່າຍຖອດສຽງພາກຂ່າວປະຈໍາວັນ, ຖ່າຍທອດພິທີສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ກອງທັບ ຕາມການຕົກລົງຂອງຂັ້ນເທິງ.
4.6. ຄຸ້ມຄອງ, ບໍລິຫານຢ່າງຮອບດ້ານສະຖານີວິທະຍຸກະຈາຍສຽງ FM 99,7 Mhz ແລະ ເຄືອຂ່າຍສົ່ງຕໍ່ໄປຍັງທົ່ວປະເທດ.
4.7. ເຂົ້າຮ່ວມກອງປະຊຸມ, ສະເໜີ ແລະ ປະກອບຄໍາຄິດຄໍາເຫັນຕ່າງໆ ທີ່ພົວພັນເຖິງວຽກງານວິທະຍຸກະຈາຍສຽງ ຕາມພາລະບົດບາດຂອງຕົນ.
4.8. ສະເໜີການປັບປຸງການຈັດຕັ້ງ, ການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ບຳລຸງ, ກໍ່ສ້າງ, ປະຕິບັດນະໂຍບາຍຕ່າງໆ ແລະ ລົງວິໄນຕໍ່ຜູ້ກະທຳຜິດ ທີ່ຂື້ນກັບການຄຸ້ມຄອງຂອງຕົນ.
4.9. ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອປະຊຸມປຶກສາຫາລື, ແລກປ່ຽນບົດຮຽນກ່ຽວກັບວຽກງານ ວິທະຍຸກະຈາຍສຽງ ຕາມການຕົກລົງຂອງຂັ້ນເທິງ.
4.10. ພົວພັນແລກປ່ຽນບົດຮຽນ, ເຊັນບົດບັນທຶກ, ເຊັນສັນຍາຮ່ວມມືກັບພາຍໃນ ແລະ ຕ່າງປະເທດ, ທີ່ພົວພັນເຖິງວຽກງານວິທະຍຸກະຈາຍສຽງຕາມການຕົກລົງຂອງຂັ້ນເທິງ.
4.11. ຄຸ້ມຄອງ, ນໍາໃຊ້ງົບປະມານ, ພາຫະນະ ແລະ ວັດຖຸອຸປະກອນນໍາໃຊ້ບົນພື້ນຖານການຕົກລົງຂອງຂັ້ນເທິງ.
4.12. ປະຕິບັດສິດອື່ນໆ ຕາມການຕົກລົງຂອງຂັ້ນເທິງ.
ມາດຕາ 05: ການພົວພັນ:
5.1. ພົວພັນປະສານສົມທົບກັບບັນດາອົງການ, ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ແລະ ລັດວິສາຫະກິດໃນທົ່ວກອງທັບ.
5.2. ພົວພັນແລກປ່ຽນບົດຮຽນກັບບັນດາສື່ມວນຊົນວິທະຍຸກະຈາຍສຽງທາງພາກລັດ, ສື່ມວນຊົນປະເທດເພື່ອນມິດເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປັບປຸງອົງການຈັດຕັ້ງຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ.
5.3. ມີໜ້າທີ່ພົວພັນແລກປ່ຽນຄະນະຜູ້ແທນ ແລະ ນັກຂ່າວກັບວິທະຍຸກະຈາຍສຽງກອງທັບ ບັນດາປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດໃກ້ຄຽງ ເພື່ອສົ່ງເສີມການພົວພັນ, ມິດຕະພາບ ແລະການຮ່ວມມືຕາມແນວທາງນະໂຍບາຍ ການພົວພັນຕ່າງປະເທດຂອງພັກ.