ພະແນກຂ່າວ-ບົດ ກອງວິທະຍຸກະຈາຍສຽງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2025



ວັນທີ 18 ມິຖຸນາ 2025, ພະແນກຂ່າວ-ບົດ ກອງວິທະຍຸກະຈາຍສຽງກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໜູມາດ ອຸ່ນໃຈດີ ຫົວໜ້າການທະຫານກອງວິທະຍຸກະຈາຍສຽງກອງທັບ, ມີບັນດາພະແນກການ, ພະນັກງານ-ນັກຮົບ ພາຍໃນພະແນກເຂົ້າຮ່ວມ.
ສະຫາຍ ພັນໂທ ຕ່າຍທອງ ທອງວັນ ຫົວໜ້າພະແນກຂ່າວ-ບົດ ກອງວິທະຍຸກະຈາຍສຽງກອງທັບ ໄດ້ສະຫຼຸບຕີລາຄາການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ເຊິ່ງໄລຍະ 6 ເດືອນ ຜ່ານມາ ຄະນະພະແນກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ- ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງ ຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ມູນເຊື້ອ, ຂໍ້ກຳນົດກົດລະບຽບ ຂອງກອງທັບ, ມະຕິຄໍາສັ່ງຕ່າງໆ ກໍຄືໜ້າທີ່ການເມືອງຂອງກົມກອງ ໃນແຕ່ລະໄລຍະຢ່າງຖືກຕ້ອງ, ພ້ອມທັງຈັດຕັ້ງພະນັກງານ- ນັກຮົບ ເຂົ້າຮ່ວມຮໍ່າຮຽນບັນດາເອກະສານສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ ທີ່ກົມກອງກໍຄືກົມໃຫຍ່ການເມືອງກອງທັບຢ່າງຕໍ່ເນື່ອງ, ຂະແໜງການ ແລະ ພະນັກງານວິຊາການທີ່ຂຶ້ນກັບພະແນກໄດ້ພ້ອມກັນສູ້ຊົນເຮັດ ສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ໄດ້ຊຸກຍູ້ພະນັກງານວິຊາການ ເອົາໃຈໃສ່ເປັນສໍາຄັນຕໍ່ວຽກງານວິຊາສະເພາະ ການເກັບກຳຂໍ້ມູນ, ການຂຽນຂ່າວ, ຂຽນບົດ ໃຫ້ມີເນື້ອໃນ, ອຸດົມສົມບູນ, ເລິກເຊິ່ງ ແລະ ມີຄຸນນະພາບ, ອອກອາກາດວ່ອງໄວ, ຖືກຕ້ອງ ແລະ ທັນເຫດການ, ພ້ອມທັງປັບປຸງແບບແຜນວິທີເຮັດວຽກຂອງພະແນກ, ຂະແໜງການໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານວິຊາສະເພາະໃນປັດຈຸບັນ ເຊິ່ງສະແດງອອກບັນນາທິການ ກວດແກ້ຂ່າວ 3.328 ຂ່າວ, ກວດແກ້ບົດ 672 ບົດ, ກວດແກ້ຂ່າວອອນລາຍ 534 ຂ່າວ, ກວດແກ້ບົດອອນລາຍ 261 ບົດ, ກວດແກ້ຂ່າວຕ່າງປະເທດ 480 ຂ່າວ, ຂະແໜງຂ່າວການເມືອງ ລົງເກັບກຳຂໍ້ມູນຂ່າວ-ບົດ ຢູ່ບັນດາກົມກອງທ້ອງຖິ່ນ 257 ຄັ້ງ, ຂຽນຂ່າວ 279 ຂ່າວ, ຂ່າວສໍາພາດ 86 ຂ່າວ, ຂຽນບົດ 71 ບົດ.
ໂອກາດນີ້, ສະຫາຍ ພັນເອກ ໜູມາດ ອຸ່ນໃຈດີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງຄະນະພະແນກ ແລະ ພະນັກງານ-ນັກຮົບ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບພາຍໃນພະເເນກຢ່າງເລິກເຊິ່ງ ແລະ ທົ່ວເຖິງ, ສ້າງໃຫ້ໄດ້ຄວາມສາມັກຄີເປັນເອກະພາບພາຍໃນໃຫ້ແໜ້ນແຟ້ນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ຢ່າງລະອຽດຈະແຈ້ງ ເພື່ອຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ໄດ້ຮັບໝາກຜົນສູງ, ພ້ອມທັງປັບປຸງວິທີການກວດແກ້, ຂຽນບົດ-ຂຽນຂ່າວ ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ສາມາດຮັບປະກັນໃນການໂຄສະນາອອກອາກາດທາງສະຖານີ ແລະ ສື່ອອນລາຍວິທະຍຸກະຈາຍສຽງກອງທັບ ໃຫ້ມີເນື້ອໃນອຸດົມສົມບູນ, ຮັບປະກັນຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວທັນເວລາ ເພື່ອເຮັດສໍາເລັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງ.
ໂດຍ: ຄຳໄຕ ຈັນນະຄອນ.