ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະເໜີກົດໝາຍວ່າດ້ວຍສາມັນສຶກສາ ( ສະບັບສ້າງໃໝ່)

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາເເຫ່ງຊາດ, ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ເເລະ ກິລາ ໄດ້ສະເໜີີກົດໝາຍວ່າດ້ວຍສາມັນສຶກສາ ( ສະບັບສ້າງໃໝ່) ວ່າ: ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງ ກົດໝາຍວ່າດ້ວຍສາມັນສຶກສາ ສະບັບນີ້ ເເມ່ນເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ເພື່ອຫຼຸດຜ່ອນ ອັດຕາການປະລະຂອງຜູ້ຮຽນ, ເພື່ອເຮັດໃຫ້ການຄຸ້ມຄອງ, ບໍລິຫານ ວຽກງານສາມັນສຶກສາ ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ ທັງຮັບປະກັນຄຸນນະພາບການສຶກສາ ສອດຄ່ອງກັບສະພາບການປ່ຽນແປງໃນໄລຍະໃໝ່

ໃນນີ້ ກົດໝາຍວ່າດ້ວຍສາມັນສຶກສາ ປະກອບມີ 14 ພາກ, 15 ໝວດ, 102 ມາດຕາ, ເຊິ່ງພາກທີ 1 ບົດບັນຍັດທົ່ວໄປ (ມີ 7 ມາດຕາ 1-7); ໄດ້ກຳນົດ ຈຸດປະສົງ, ຄວາມໝາຍຂອງສາມັນສຶກສາ, ການອະທິບາຍຄໍາສັບ, ຫຼັກການກ່ຽວກັບວຽກງານສາມັນສຶກສາ, ຂອບເຂດການນໍາໃຊ້ກົດໝາຍ, ການຮ່ວມມື ສາກົນ, ພາກທີ II ລະບົບສາມັນສຶກສາ (ມີ 2 ໝວດ 9 ມາດຕາ 8-16) ໄດ້ກໍານົດ ລະບົບສາມັນສຶກສາ, ສາມັນສຶກສາໃນໂຮງຮຽນ, ໂຄງປະກອບສາມັນສຶກສາ, ຊັ້ນປະຖົມສຶກສາ, ຊັ້ນມັດທະຍົມສຶກສາຕອນຕົ້ນ, ຊັ້ນມັດທະຍົມສຶກສາຕອນປາຍ, ສາມັນສຶກສານອກໂຮງຮຽນ, ການລົບລ້າງຄວາມບໍ່ຮູ້ໜັງສື, ການບຳລຸງຍົກລະດັບ; ພາກທີ III ການສຶກສາ ຂັ້ນພື້ນຖານ ແລະ ພາກບັງຄັບ (ມີ 2 ມາດຕາ 17-18) ໄດ້ກຳນົດ ການສຶກສາ ສາມັນພື້ນຖານ ແລະ ການສຶກສາພາກບັງຄັບ;ພາກທີ IV ສະຖານສາມັນສຶກສາ (ມີ 2 ໝວດ 11 ມາດຕາ 19-29) ໄດ້ກຳນົດ ປະເພດສະຖານສາມັນສຶກສາ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕອນຕົ້ນ, ໂຮງຮຽນມັດທະຍົມຕອນປາຍ, ໂຮງຮຽນມັດທະຍົມສົມບູນ, ໂຮງຮຽນສາມັນວິຊາຊີບ, ການສ້າງຕັ້ງສະຖານສາມັນສຶກສາ, ການອະນຸຍາດສ້າງຕັ້ງສະຖານສາມັນສຶກສາການຂະຫຍາຍ, ໂຮມ, ແຍກ ແລະ/ຫຼື ຍົກລະດັບ ສະຖານສາມັນສຶກສາ ການໂຈະການເຄື່ອນໄຫວຂອງສະຖານ ສາມັນສຶກສາ, ການຍຸບເລີກສະຖານສາມັນສຶກສາ;ພາກທີ V ຫຼັກສູດ ແລະ ການຈັດການຮຽນ ການສອນ (ມີ 4 ໝວດ 22 ມາດຕາ 30-51) ໄດ້ກຳນົດ ຫຼັກສູດ ສາມັນສຶກສາ, ເນື້ອໃນຫຼັກສູດສາມັນສຶກສາ, ການຮັບຮອງເນື້ອໃນຫຼັກສູດ, ການພັດທະນາ ແລະ ປັບປຸງ ຫຼັກສູດ ສາມັນສຶກສາ, ການອະນຸມັດ ແລະ ການຍົກເລີກ ການນໍາໃຊ້ຫຼັກສູດ, ເງື່ອນໄຂການຈັດການຮຽນ ການສອນ, ການ ຮັບເອົານັກຮຽນ, ຮູບແບບການຈັດການຮຽນ ການສອນ, ຕຳລາຮຽນ ແລະ ສື່ການຮຽນ ການສອນ, ພາສາທີ່ໃຊ້ໃນການຮຽນ ການສອນ, ການຄຸ້ມຄອງການຮຽນ ການສອນ, ການວັດ ແລະ ປະເມີນຜົນ, ປະເພດການວັດ ແລະ ປະ ເມີນຜົນ, ການປະເມີນໃນຫ້ອງຮຽນ, ການສອບເສັງພາຍໃນໂຮງຮຽນ, ການສອບເສັງພາຍນອກ, ການປະເມີນຂະໜາດໃຫຍ່, ປະກາສະນີຍະບັດ, ປະເພດປະກາສະນີຍະບັດ, ໃບຢັ້ງຢືນການສຶກສາ, ການອອກປະກາສະນີຍະບັດ ແລະ ການອອກປະກາສະນີຍະບັດ, ພາກທີ VI ການປະກັນຄຸນນະພາບສາມັນສຶກສາ (ມີ 7ໝວດ ມາດຕາ 52-58) ໄດ້ກຳນົດ ການປະກັນຄຸນນະພາບ ສາມັນສຶກສາ, ຈຸດປະສົງການປະກັນຄຸນນະພາບສາມັນສຶກສາ, ຫຼັກການການປະກັນຄຸນນະພາບສາມັນສຶກສາ, ກົນໄກການປະກັນຄຸນນະພາບສາມັນສຶກສາ, ມາດຕະການ ການປະກັນຄຸນນະພາບພາຍໃນ, ມາດຕະການ ການ ປະກັນຄຸນນະພາບພາຍນອກ, ຄວາມຮັບຜິດຊອບຂອງສະຖານສາມັນສຶກສາກ່ຽວກັບການປະກັນຄຸນນະພາບ ສາມັນສຶກສາ, ພາກທີ VII ນັກຮຽນ, ຄູ ແລະ ບຸກຄະລາກອນ ສາມັນສຶກສາ (ມີ 3 ໝວດ 14 ມາດຕາ 59-72) ໄດ້ກໍານົດນັກຮຽນສາມັນສຶກສາ, ສິດ ຂອງນັກຮຽນສາມັນສຶກສາ, ພັນທະ ຂອງນັກຮຽນສາມັນສຶກສາ, ນະໂຍບາຍຕໍ່ນັກຮຽນ ສາມັນສຶກສາ, ຄູສາມັນສຶກສາ, ມາດຕະຖານຂອງຄູສາມັນສຶກສາ, ນາມມະຍົດ ແລະ ຕຳແໜ່ງວິຊາການ ຂອງຄູ ສາມັນສຶກສາ, ສິດ ຂອງຄູສາມັນສຶກສາ, ໜ້າທີ່ ຂອງຄູສາມັນສຶກສາ, ພັນທະ ຂອງຄູສາມັນສຶກສາ,ການສ້າງ ແລະ ພັດທະນາ ຄູສາມັນສຶກສາ ບຸກຄະລາກອນສາມັນສຶກສາ ແລະ ມາດຕະຖານ ຂອງບຸກຄະລາກອນ ສາມັນສຶກສາ; ພາກທີ VIII ການ ອະນາໄມ, ສົ່ງເສີມສຸຂະພາບ ແລະ ໂພຊະນາການ ໃນສະຖານສາມັນສຶກສາ (ມີ 3 ມາດຕາ 73-75) ໄດ້ກຳນົດ ການອະນາໄມ ໃນສະຖານສາມັນສຶກສາ, ການສົ່ງເສີມສຸຂະພາບ ໃນສະຖານສາມັນສຶກສາ ແລະການສົ່ງເສີມໂພຊະນາການ ໃນສະຖານສາມັນສຶກສາ ;ພາກທີ IX ພັນທະ ຕໍ່ວຽກງານສາມັນສຶກສາ (ມີ 4 ມາດຕາ 76-79) ໄດ້ກຳນົດ ພັນທະ ຂອງ ພົນລະເມືອງ, ພັນທະ ຂອງ ພໍ່ ແມ່ ຫຼື ຜູ້ປົກຄອງ ນັກຮຽນ, ພັນທະ ຂອງຊຸມຊົນ ແລະ ສັງຄົມ ແລະ ພັນທະ ຂອງຫົວໜ່ວຍແຮງງານ, ຜູ້ດຳເນີນທຸລະກິດ ແລະ ສື່ມວນຊົນ; ພາກທີ X ການລົງທຶນໃສ່ວຽກງານສາມັນສຶກສາ (ມີ 2 ໝວດ 4 ມາດຕາ 80-83) ໄດ້ກຳນົດ ການລົງທຶນ ພາກລັດ, ທຶນ ຂອງສະຖານສາມັນສຶກສາພາກລັດ, ການລົງທຶນພາກເອກະຊົນ ແລະ ຄ່າບໍລິການ ແລະ ຄ່າຮຽນ,ພາກທີ XI ຂໍ້ຫ້າມ (ມີ 5 ມາດຕາ 84-88) ໄດ້ກໍານົດ ຂໍ້ຫ້າມທົ່ວໄປ, ຂໍ້ຫ້າມ ສຳລັບສະຖານສາມັນສຶກສາ, ຂໍ້ຫ້າມ ສໍາລັບ ຄູສາມັນສຶກສາ, ຂໍ້ຫ້າມ ສໍາລັບບຸກຄະລາກອນສາມັນສຶກສາ ແລະ ຂໍ້ຫ້າມ ສຳລັບນັກຮຽນ;ພາກທີ XII ການຄຸ້ມຄອງ ແລະ ການກວດກາ ວຽກງານສາມັນສຶກສາ (ມີ 2 ໝວດ 10 ມາດຕາ 89-98) ໄດ້ກໍານົດ ອົງການຄຸ້ມຄອງວຽກງານສາມັນສຶກສາ, ສິດ ແລະ ໜ້າທີ່ ຂອງກະຊວງສຶກສາທິການ ແລະ ກິລາ, ສິດ ແລະ ໜ້າທີ່ ຂອງພະແນກສຶກສາທິການ ແລະ ກິລາ ຂັ້ນແຂວງ, ສິດ ແລະ ໜ້າທີ່ ຂອງຫ້ອງການສຶກສາທິການ ແລະ ກິລາ ຂັ້ນເມືອງ, ສິດ ແລະ ໜ້າທີ່ຂອງໜ່ວຍງານວັດທະນະທໍາ-ສັງຄົມຕາແສງ, ສິດ ແລະ ໜ້າທີ່ ຂອງ ສະຖານສາມັນສຶກສາ ແລະ ໜ້າທີ່ ຂອງອົງການ, ຂະແໜງການ, ຄະນະພັດທະນາການສຶກສາ ແລະ ພາກສ່ວນ ອື່ນທີ່ກ່ຽວຂ້ອງ, ອົງການກວດກາວຽກງານສາມັນສຶກສາ, ເນື້ອໃນການກວດກາ ແລະ ຮູບການ ການກວດກາ; ພາກທີ XIII ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ (ມີ 2 ມາດຕາ 99-100) ໄດ້ກຳນົດ ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ; ພາກທີ XIV ບົດບັນຍັດສຸດທ້າຍ (ມີ 2 ມາດຕາ 101-102) ໄດກຳນົດ ການຈັດຕັ້ງປະຕິບັດ ແລະ ຜົນສັກສິດ,

ຕໍ່ກັບກົດໝາຍວ່າດ້ວຍສາມັນ ສຶກສາ ( ສະບັບສ້າງໃໝ່) ບັນດາ ສສຊ ກໍໄດ້ປະກອບຄໍາຄິດຄໍາເຫັນ ແລະ ຄໍາສະເໜີພິຈາລະນາ ຕໍ່ຄະນະຮັບຜິດຊອບປັບປຸງກົດໝາຍ ເພື່ອນໍາໄປປັບປຸງເນື້ອໃນບັນດາມາດຕາຂອງກົດໝາຍທີສ້າງໃໝ່, ເຊິ່ງກົດໝາຍວ່າສາມັນສຶກສາ ( ສະບັບສ້າງໃໝ່) ສະບັບນີ້ ຈະໄດ້ຮັບການພິຈາລະນາ ແລະ ຮັບຮອງເອົາ ໃນວາລະຕອນທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕື່ມອີກ.

ໂດຍ: ສຸກສາຄອນ-ໄພນາລິນ.