ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ບົດມູນເຊື້ອ

ເສີມຂະຫຍາຍມູນເຊື້ອອັນດີງາມຂອງນັກຮົບເກົ່າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່

ໃນພາລະກິດຂອງການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ການຕໍ່ສູ້ອັນຍຶດເຍື້ອຍາວນານມີຫຼາຍສະຫາຍໃນກຳລັງປະກອບອາວຸດໄດ້ເສຍສະຫຼະຊີວິດ, ຫຼາຍສະຫາຍຖືກບາດເຈັບເສຍອົງຄະ ເພື່ອແລກເອົາຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນລາວບັນດາເຜົ່າ. ພ້ອມກັນນັ້ນກໍມີຫຼາຍສະຫາຍໄດ້ກາຍເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ກາຍເປັນພະນັກງານການນຳຢູ່ຕາມກະຊວງ, ອົງການ, ກົມກອງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະເທດ, ສ່ວນຫຼວງຫຼາຍມີອາຍຸສູງ, ໄດ້ອອກພັກຜ່ອນຮັບບຳນານ, ບຳເນັດ ຢູ່ຕາມທ້ອງຖິ່ນຕ່າງໆ, ແຕ່ບັນດາສະຫາຍເຫຼົ່ານັ້ນຍາມໃດກໍຍົກສູງທາດແທ້ມູນເຊື້ອນັກຮົບປະຕິວັດ ແລະ ພ້ອມແລ້ວທີ່ຈະສືບຕໍ່ທຸ່ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ບັນດາສະຫາຍເຫຼົ່ານັ້ນມີຄວາມມຸ້ງມາດປາຖະໜາຢາກໃຫ້ມີການຈັດຕັ້ງເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ເຕົ້າໂຮມຄວາມຄິດເຫັນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ດີຂຶ້ນເລື້ອຍໆ. ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ (9 ກັນຍາ 2002-9 ກັນຍາ 2025) ສະຫາຍ ພົນໂທ…

ສົກຮຽນ 2025-2026 ວປກ ໄດ້ປັບປຸງໂຄງການຫຼັກສູດການຮຽນ-ການສອນ ໃຫ້ມີຄຸນະພາບກວ່າເກົ່າ

ນັບແຕ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ທັນວາ 1996 ຜ່ານມາ ຄະນະພັກ-ຄະນະອໍານວຍການແຕ່ລະຮຸ້ນ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ໃນການປັບປຸງກໍ່ສ້າງຖັນແຖວພະນັກງານ-ຄູອາຈານ ຢູ່ ວປກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໜັກແໜ້ນ ທາງດ້ານປະລິມານ ແລະ ຄຸນະພາບ, ເວົ້າລວມ ເວົ້າສະເພາະ ກໍແມ່ນການກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ທາງດ້ານທິດສະດີຫຼັກການ, ບົດຮຽນ ແລະ ປະສົບການ ໃນນໍາພາ-ບັນຊາແຕ່ລະຂັ້ນ ເພື່ອປະກອບໃຫ້ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນ ມາຮອດປັດຈຸບັນ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ກໍ່ສ້າງ ແລະ ບໍາລຸງນັກຮຽນ-ນັກສຶກສາ ແຕ່ລະ ລະບົບໄດ້ 6000 ກວ່າສະຫາຍ, ເຊິ່ງບັນດາສະຫາຍດັ່ງກ່າວ ທີ່ຈົບໄປແລ້ວນັ້ນ ລ້ວນແລ້ວແຕ່ໄດ້ເປັນການນໍາພັກ-ລັດ,…

80 ປີ ຫວຽດນາມ ເຮັດສຳເລັດພາລະກິດປ່ຽນແປງໃໝ່ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກອງທັບ ວ່າ: ກະຊວງປ້ອງກັນປະເທດ ແລະ ພະນັກງານ-ນັກຮົບ ທົ່ວກອງທັບ ມີຄວາມຮູ້ສຶກເບີກບານມ່ວນຊື່ນເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຮ່ວມໃຈສະເຫຼີມສະຫຼອງວັນນຊາດ ສສ ຫວຽດນາມ ຄົບຮອບ 80 ປິ, ເຊິ່ງນອນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນຂອງສອງຊາດ ພວມຍາດໄດ້ຜົນງານ ແລະ…

ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບເພື່ອສ້າງໃຫ້ກອງທັບປະຊາຊົນລາວ ກາຍເປັນກໍາລັງ, ເປັນພາຫະນະອັນແຫຼມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວຢຶດໝັ້ນບົດບາດການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ.

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໃນລະຫວ່າງວັນທີ 07-08 ສິງຫາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ປະທານຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ຕໍ່ກອງທັບກອງທັບປະຊາຊົນລາວຄື: ໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກໍາລັງ ແລະ ພາຫະນະອັນແຫຼມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວຢຶດໝັ້ນບົດບາດການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ; ບົນພື້ນຖານຄວາມເປັນຈິງທີ່ໄດ້ຢັ້ງຢືນແລ້ວ ວ່າ: ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ, ກອງທັບເຮົາຍາມໃດກໍມີຄວາມບໍລິສຸດຕໍ່ພັກ, ຈົງຮັກພັກດີຕໍ່ປະຊາຊົນ ຕໍ່ຊາດ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ…

ແມ່ຍິງລາວ ຮັກສາໄດ້ມູນເຊື້ອອັນດີງາມຂອງຕົນ ບໍ່ວ່າຈະຢູ່ໃນຍາມສົງຄາມ ກໍຄືຍາມສັນຕິພາບກໍຢືນຄຽງບ່າຄຽງໄຫຼ່ກັບເພດຊາຍຕະຫຼອດມາ.

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ( 20/7/1955 – 20/7/2025 ), ສະຫາຍ ພັນໂທ ນາງ ອຳມະລາ ຄຳບຸນເຮືອງ ຫົວໜ້າພະແນກສະຫະພັນແມ່ຍິງ, ຫ້ອງວ່າການກະຊວງປ້ອງກັນປະເທດ, ໄດ້ສະແດງຄວາມຮູ້ສຶກ ແລະ ໃຫ້ທັດສະນະຕໍ່ວັນດັ່ງກ່າວວ່າ: ສະຫະພັນແມ່ຍິງລາວ, ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນ ພັກປະຊາຊົນປະຕິວັດລາວ ກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ, ໃນເມື່ອກ່ອນ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າພວກເຮົາໄດ້ມີຜົນງານອັນໃຫຍ່ຫຼວງໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເວົ້າສະເພາະເອື້ອຍນ້ອງແມ່ຍິງກະຊວງປ້ອງກັນປະເທດ ກໍແມ່ນພາກສ່ວນໜຶ່ງທີ່ໄດ້ປະກອບສ່ວນໃນການເຮັດໜ້າທີ່ປະຈັນບານ ແລະ ຢູ່ແນວຫຼັງ ຂອງບັນດາການນໍາ, ນັກຮົບປະຕິວັດ, ປະຊາຊົນລາວບັນດາເຜົ່າຄ່ຽງບ່າຄຽງໄຫຼ່ກັບເພດຊາຍຕໍ່ສູ້ຜ່ານຜ່າລູກປືນ, ລູກລະເບີດຂອງພວກຈັກກະພັດ ໃນສະໜາມຮົບຢ່າງພິລະອາດຫານ,…

43 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ເຮັດໜ້າທີ່ພິຈາລະນາຕັດສິນ ແລະ ພິພາກສາຄະດີ ຂອງສານທະຫານຂັ້ນສູງ, ໂດຍຢືດໝັ້ນຄວາມຖືກຕ້ອງເປັນທໍາທັງ 2 ຝ່າຍ

ເນື່ອງໃນໂອກາດວັນສ້າງຕັ້ງສານທະຫານຂັ້ນສູງ ( 13 ກໍລະກົດ 1982-13 ກໍລະກົດ 2025 ຄົບຮອບ 43 ປີ ) ສະຫາຍ ພັນເອກ ວັນ ສີເຟືອງ ຮອງປະທານສານທະຫານຂັ້ນສູງ ໄດ້ສໍາພາດວ່າ: ເມື່ອຫວນຄືນໄປ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນວັນທີ 02 ທັນວາ 1975 ໃນເບື່ອງຕົ້ນບໍ່ມີການຈັດຕັ້ງຂອງສານທະຫານ ການເຄື່ອນໄຫວດໍາເນີນຕັດສິນຄະດີໃນກອງທັບ ແມ່ນຂຶ້ນກັບກະຊວງປ້ອງກັນປະເທດ ໂດຍກົງ ໂດຍອີງໃສ່ ຄໍາສັ່ງເລກທີ 53/ນຍ, ລົງວັນທີ 15 ຕຸລາ 1976 ກ່ຽວກັບການຈັບຕົວ; ການສືບສວນ ແລະ ການຕັດສິນຜູ້ກະທໍາຜິດເປັນບ່ອນອີງ. ຕໍ່ມາ ອີງໃສ່ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ…

ກົມເສນາຮັກ ເປັນເຈົ້າການຍົກສູງບົດບາດ, ເປັນເສນາທິການຮັບປະກັນວຽກງານເສນາຮັກໃຫ້ແກ່ກອງທັບ ດ້ວຍຜົນສໍາເລັດອັນຈົບງາມ

ກົມເສນາຮັກແມ່ນຫົວໜ່ວຍການຈັດຕັ້ງ ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ, ເປັນອົງການວິຊາສະເພາະສູງສຸດ ໃນການຮັບປະກັນເສນາຮັກໃຫ້ແກ່ກອງທັບ ພາຍໃຕ້ການຊີ້ນຳ-ບັນຊາໂດຍກົງຮອບດ້ານຂອງກົມໃຫຍ່ພະລາທິການກອງທັບ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມໃຫຍ່ພະລິການກອງທັບ ແລະ ກະຊວງປ້ອງກັນປະເທດໃນການວາງແຜນຍຸດທະສາດ, ຊີ້ນຳ, ຄຸ້ມຄອງວຽກງານຮັບປະກັນເສນາຮັກໃນທົ່ວກອງທັບ ໃນຍາມສັນຕິພາບກໍຄືຍາມສູ້ຮົບ. ສະຫາຍ ພັນເອກ ດຣ ພູວິໄລ ພູນສະຫວັດ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ໃຫ້ສຳພາດວ່າ: ໃນໄລຍະຜ່ານມາ ກົມເສນາຮັກ ຮັກສາໄດ້ ພາລະບົດບາດ ໃນການເປັນເສນາທິການ ໃຫ້ແກ່ກົມໃຫຍ່ພະລາທິການກອງທັບ, ໃຫ້ແກ່ກະຊວງປ້ອງກັນປະເທດ ໃນການວາງແຜນຍຸດທະສາດ, ໃນການຊີ້ນໍາ, ຄຸ້ມຄອງ ວຽກງານເສນາຮັກ ໃນທົ່ວກອງທັບໃນທຸກສະຖານະການ, ຮັບປະກັນອັດຕາສ່ວນແຂງແຮງ 95-98% ກໍາລັງສູ້ຮົບໃນທົ່ວກອງທັບ, ໂດຍຖືເອົາວຽກງານກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບເປັນສິ່ງສໍາຄັນຕົ້ນຕໍ ໃນການຮັບປະກັນສຸຂະພາບ, ຮັບປະກັນອັດຕາສ່ວນແຂງແຮງ,…

ປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງພັນໃຫຍ່ 641 ຄົບຮອບ 42 ປີ.

ວັນທີ 24 ມິຖຸນາ 2025, ກອງພັນໃຫຍ່ 641 ໄດ້ຈັດຕັ້ງພິທີ ປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງພັນໃຫຍ່ 641 ຄົບຮອບ 42 ປີ ( 24 ມິຖຸນາ 1983- 24 ມິຖຸນາ 2025), ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາຫອມ ແສງບົວລົມ ວິລະຊົນແຫ່ງຊາດ, ຮອງປະທານສະຫະພັນ ນັກຮົບເກົ່າແຫ່ງຊາດລາວ, ອະດີດ ຫົວໜ້າກົມປ້ອງກັນອາກາດກົມໃຫຍ່ເສນາທິການກອງທັບ ແລະ ອະດີດຫົວໜ້າການເມືອງກອງພັນໃຫຍ່ 641, ມີສະຫາຍ ພັນຕີ ບຸນຖິ່ນ ແສງສະຫວ່າງ ນັກຮົບແຂ່ງຂັນ ອະດີດຫົວໜ້າການເມືອງ ກອງພັນໃຫຍ່…

42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

ກ່ອນໜ້ານີ້ 42 ປີ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງເຫຼົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983 ໂດຍການປະກາດສ້າງຕັ້ງຂອງ ສະຫາຍ ພົນຈັດຕະວາ ຈັນກໍ ພິມມະສອນ ອາດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ການສ້າງຕັ້ງກອງພັນໃຫຍ່ 641 ເປັນການສືບທອດພາລະກິດປະຕິວັດ ແລະ ມູນເຊື້ອການຕໍ່ສູ້ ຂອງກອງພັນນ້ອຍ 601 ວິລະຊົນ, ກອງພັນນ້ອຍ 602 ແລະ ກອງພັນນ້ອຍ 456 ທີ່ໄດ້ມີຜົນງານອັນໃຫຍ່ຫຼວງໃນພາລະກິດ ປົດປ່ອຍຊາດໃນເມື່ອກ່ອນ,…

ເປັນເຈົ້າການເຄື່ອນໄຫວຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕາມຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ100%.

ກອງບັນຊາການທະຫານແຂວງຄໍາມ່ວນ ແມ່ນກົມກອງໜຶ່ງມີພາລະບົດບາດ ແລະ ໜ້າທີ່ ເປັນເສນາທິການ ດ້ານວຽກງານປ້ອງກັນຊາດ ໃຫ້ແກ່ຄະນະພັກ-ຄະນະປົກຄອງ ແຂວງຄໍາມ່ວນ ແລະ ກະຊວງປ້ອງກັນປະເທດ, ເປັນກຳລັງຫຼັກແຫຼ່ງແຖວໜ້າ ໃນການກຽມພ້ອມສູ້ຮົບ-ແກ້ໄຂ ຄວາມບໍ່ສະຫງົບ, ປົກປັກຮັກສາເຂດນໍ້າແດນດິນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ ຢູ່ພາຍໃນແຂວງຄໍາມ່ວນ ໂດຍຕິດພັນກັບການປັບປຸງກໍ່ສ້າງກໍາລັງ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີແບບແຜນ ແລະ ທັນສະໄໝ ຂຶ້ນເປັນກ້າວໆ. ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ນໍາພາ ຊີ້ນໍາຈັດຕັ້ງປະຕິບັດວຽກງານຮອບດ້ານ ໂດຍປິ່ນອ້ອມ…

ໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມເເປງລົດ-ເຮືອກອງທັບ ສ້າງໄດ້ຜົນງານທີ່ພົ້ນເດັ່ນໃນການປະຕິບັດໜ້າທີ່ການເມືອງຂອງຕົນ.

ໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມເເປງລົດ-ເຮຶອກອງທັບ ເເມ່ນໜ່ວຍເອກະລາດໜຶ່ງ ມີໜ້າທີ່ເຕົ້າໂຮມຄວາມສາມັກຄີ ແລະ ຊ່ວຍຄະນະພັກ – ຄະນະອໍານວຍການຊຸກຍູ້ຂະບວນການຕ່າງໆ ໃນກົມກອງ, ເຮັດສຳເລັດໜ້າທີ່ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິ, ຄໍາສັ່ງຂອງຄະນະພັກ-ຄະນະອຳນວຍການ ແລະ ພະເເນກສະຫະພັນເເມ່ຍິງກົມໃຫຍ່ເຕັກນິກກອງທັບ ກໍຄື ຫ້ອງການສະຫະພັນແມ່ຍິງກອງທັບ, ແຜນພັດທະນາແມ່ຍິງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ, ສຶກສາອົບຮົມໃຫ້ສະມາຊິກສະຫະພັນແມ່ຍິງມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ເຊື່ອໝັ້ນຕໍ່ການນໍາຂອງພັກ-ລັດ ອອກແຮງປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ເຮັດສຳເລັດໜ້າທີ່ວຽກງານ ຕາມການມອບໝາຍຂອງຂັ້ນເທິງໄດ້ເປັນຢ່າງດີ. ສະຫາຍ ພັນຕີ ນາງ ຄຳຫຼ້າ ສາລິວົງ ຫົວຫນ້າໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມແປງລົດ-ເຮຶອກອງທັບ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ…

22 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ.

ກົມວິທະຍາສາດ-ປະຫວັດສາດ ການທະຫານ ມີຕົ້ນກຳເນີດ ມາຈາກ ການໂຮມເຂົ້າກັນຂອງ 2 ກົມນ້ອຍເອກະລາດຄື: ກົມວິທະຍາສາດ ການທະຫານ ຂຶ້ນກັບກົມ ໃຫຍ່ເສນາທິການກອງທັບ ແລະ ກົມປະຫວັດສາດ ການທະຫານ ຂຶ້ນກັບກົມໃຫຍ່ການເມືອງກອງທັບ, ໂດຍອີງຕາມການເຕີບໃຫຍ່ຂະຫຍາຍຕົວຂອງທຸກກໍາລັງໃນກອງທັບປະຊາຊົນລາວ ກໍຄືຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ 2 ກົມນ້ອຍດັ່ງກ່າວ ຈິ່ງໄດ້ໂຮມເຂົ້າກັນ, ຈັດຕັ້ງເປັນ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ໂດຍແມ່ນກະຊວງປ້ອງກັນປະເທດຕົກລົງ ອະນຸມັດ ຕາມຂໍ້ຕົກລົງສະບັບເລກທີ 813/ກປທ, ລົງວັນທີ 10 ມິຖຸນາ 2003. ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ເລຂາຄະນະພັກ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ…

ໂຮງຮຽນທິດສະດີການເມືອງກອງທັບ ເປັນເບົ້າຫຼ່ໍທາງດ້ານການເມືອງ-ແນວຄິດ ໃຫ້ແກ່ນາຍທະຫານ ຂອງກອງທັບປະຊາຊົນລາວ ໃຫ້ກາຍເປັນອາວຸດອັນແຫຼມຄົມຂອງກອງທັບ.

ໂຮງຮຽນທິດສະດີການເມືອງກອງທັບ ເປັນຫົວໜ່ວຍກົມກອງເອກະລາດໜຶ່ງ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 2303, ລົງວັນທີ 22 ພຶດສະພາ 2019 ແມ່ນສະຖາບັນການສຶກສາໜຶ່ງທີ່ເປັນເສນາທິການກ່ຽວກັບການກໍ່ສ້າງ ແລະ ບຳລຸງນາຍທະຫານການເມືອງທົ່ວກອງທັບເປັນເບົ້າຫຼໍ່ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ນາຍທະຫານຂອງກອງທັບປະຊາຊົນລາວ ໃຫ້ກາຍເປັນອາວຸດອັນແຫຼມຄົມຂອງກອງທັບ, ມີຄວາມເຊື່ອໝັ້ນຢ່າງຕາຍໃຈຕໍ່ອຸດົມການສັງຄົມນິຍົມຢ່າງໜັກແໜ້ນມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ລະບອບປະຊາທິປະໄຕ ປະຊາຊົນລາວ ໜ້າທີ່ການເມືອງ ແລະ ໜ້າທີ່ວິຊາສະເພາະແມ່ນກໍ່ສ້າງນາຍທະຫານການເມືອງຂັ້ນກອງຮ້ອຍ, ກອງພັນນ້ອຍ, ກອງພັນໃຫຍ່, ປະລິນຍາຕີ, ປະລິນຍາໂທ ແລະ ບຳລຸງນາຍທະຫານການເມືອງຂັ້ນຫົວໜ້າ ຫຼື ຮອງກອງພົນ, ຂັ້ນຫົວໜ້າ ຫຼື ຮອງກອງບັນຊາການທະຫານແຂວງ, ນະຄອນຫຼວງ, ຫົວໜ້າ ຫຼື ຮອງອົງການ-ກົມ ຂອງບັນດາກົມໃຫ່ຍ,…

ຖືເອົາບັ້ນແຂ່ງຂັນ ສ້າງຜົນງານ ແລະ ຂະບວນດ້ານຕ່າງໆ ຂໍ່ານັບຮັບຕ້ອນບັນດາວັນປະຫວັດສາດ ໃນປີ 2025 ເປັນການປັບປຸງກໍ່ສ້າງກຳລັງ, ກໍ່ສ້າງກົມກອງ ໃຫ້ກາຍເປັນກອງຈຸດສຸມຕົວແບບຂອງກອງທັບ.

ກອງພັນໃຫຍ່ 11 ແມ່ນກົມກອງໜຶ່ງ ທີ່ໄດ້ສຸມໃສ່ສ້າງຜົນງານ ແລະ ຂະບວນດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃນປີ 2025 ເປັນຕົ້ນແມ່ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ເວົ້າສະເພາະແມ່ນວັນສ້າງຕັ້ງ ກອງພັນໃຫຍ່ 11 ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນແຂງແຮງ ແລະ ຕໍ່ເນື່ອງ, ພ້ອມກັນນັ້ນ, ກໍເພື່ອເປັນການເສີມຂະຫຍາຍທາດແທ້ມູນເຊື້ອບັນດາວັນປະຫວັດສາດສຳຄັນດັ່ງກ່າວ…

40 ປີ ແຫ່ງການປະຕິບັດຄໍາຂວັນທີ່ວ່າ “ບ່ອນໃດມີການນໍາພາ ບ່ອນນັ້ນຕ້ອງມີການກວດກາ, ຖ້າບໍ່ມີການກວດກາ ກໍໝາຍຄວາມວ່າບ່ອນນັ້ນບໍ່ມີການນໍາພາ”

ເນື່ອງໃນໂອກາດວັນສ້າງຕັ້ງກົມກວດກາກະຊວງປ້ອງກັນປະເທດ ຄົບຮອບ 40 ປີ ( 25 ພຶດສະພາ 1985 – 25 ພຶດສະພາ 2025 ), ສະຫາຍ ພັນເອກ ແພງສີ ເສັງວິໄຊ ກໍາມະການຄະນະພັກກົມໃຫຍ່ ເລຂາໜ່ວຍພັກກວດກາ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ, ໄດ້ຕາງໜ້າໃຫ້ຄະນະນໍາກົມກວດກາ, ກໍຄືພະນັກງານ – ນັກຮົບທີ່ເຮັດວຽກງານກວດກາໃນທົ່ວກອງທັບ ຫວນຄືນເສັ້ນທາງແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວອັນລະອິດລະອ້ຽວຂອງກົມກວດກາກະຊວງປ້ອງກັນປະເທດ, ເພື່ອໃຫ້ພະນັກງານຮຸ້ນສືບທອດເຫັນໄດ້ມູນເຊື້ອອັນດີງາມ, ທີ່ໜ້າເອກອ້າງທະນົງໃຈຂອງພະນັກງານ-ນັກຮົບ, ທີ່ໄດ້ກໍ່ສ້າງ ແລະ ພັດທະນາກົມກວດກາກະຊວງປ້ອງກັນປະເທດໃຫ້ເຕີບໃຫຍ່ເຂັ້ມແຂງຕະຫຼອດໄລຍະ 40 ປີຜ່ານມາວ່າ: ວຽກງານກວດກາໃນກອງທັບປະຊາຊົນລາວ ແມ່ນປັດໃຈໜຶ່ງທີ່ມີບົດບາດສຳຄັນ, ຮັບປະກັນໃຫ້ແກ່ວຽກງານການເຄື່ອນໄຫວສູ້ຮົບ ແລະ ສູ້ຮົບມີໄຊຂອງກອງທັບ, ເພື່ອເຮັດສໍາເລັດໜ້າທີ່ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,…