ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຄະນະຜູ້ແທນຊາວໜຸ່ມກອງທັບ ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

ໃນວັນທີ 17 ມິຖຸນາ 2025, ຄະນະຜູ້ແທນຊາວໜຸ່ມກອງທັບ ນໍາໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກອງທັບ ຄັ້ງທີ IX.

ການວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງນັກຮົບປະຕິວັດ, ພະນັກງານ-ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອໃນຂະບວນການຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ດັ່ງນັ້ນ ຄະນະນໍາທຸກຂັ້ນ ຂໍຈົດຈໍາເອົາທຸກຄໍາສອນ ແລະ ສືບຕໍ່ຄົ້ນຄວ້າ ຊອກຮູ້ຮໍ່າຮຽນເອົາທິດຊີ້ນໍາ ຂອງປະທານ ໄກສອນ ພົມວິຫານ ໃນແນວທາງຂອງພັກ, ໃຫ້ຖືກຕ້ອງ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ ຂອງພັກ-ລັດ ຢ່າງໜັກແໜ້ນ.

ຂ່າວ: ພິດສະໄໝ ແກ້ວມະຫາວົງ