ຜົນສໍາເລັດກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ເປັນການຕີລາຄາຜົນງານຂະບວນການວຽກງານພົ້ນເດັ່ນຂອງຊາວໜຸ່ມໃນທົ່ວກອງທັບ.







ໃນໂອກາດສຳເລັດການດຳເນີນກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ໃຫ້ສຳພາດວ່າ: ເພື່ອປະຕິບັດຕາມກົດໝາຍ ແລະ ກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກໍຄືບົດແນະນໍາຂອງສູນກາງ ຊປປລ ແລະ ຄໍາສັ່ງແນະນໍາຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ແລະ ກອງປະຊຸມຜູ້ແທນຊາວໜຸ່ມແຕ່ລະຂັ້ນ, ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ, ທົ່ວປວງຊົນລາວບັນດາເຜົ່າທັງຊາດເວົ້າລວມ, ເວົ້າສະເພາະພະນັກງານ, ສະມາຊິກຊາວໜຸ່ມທົ່ວກອງທັບ ອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ. ກໍຄືກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນຄ້າຍ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ IX ທີ່ຈະມາເຖິງຢ່າງເປັນຂະບວນຟົດຟື້ນ-ກວ້າງຂວາງ, ເວົ້າສະເພາະໃນຖັນແຖວຂອງຊາວໜຸ່ມກອງທັບ ສຸດທີ່ມີຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ຜ່ານມາ ແລະ ພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດກອງປະຊຸມ, ກໍຄືທິດທາງແຜນການ, ມະຕິກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວກອງທັບ ຄັ້ງທີ IX ວາງອອກ 2025-20230 ໃຫ້ປະກົດຜົນເປັນຈິງ.
ສໍາລັບເນື້ອໃນກອງປະຊຸມຄັ້ງນີ້, ໄດ້ສະຫຼຸບສັງລວມຄືນການຈັດຕັ້ງປະຕິບັດມະຕິກກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ໃນ 5 ປີຜ່ານມາ, ພ້ອມທັງຍົກໃຫ້ເຫັນຜົນສໍາເລັດ, ຜົນງານຂະບວນການວຽກງານຊາວໜຸ່ມທີ່ພົ້ນເດັ່ນ ໃນການຈັດຕັ້ງ ແລະ ສະມາຊິກຊາວໜຸ່ມທົ່ວກອງທັບທີ່ສູ້ຊົນບຸກບືນສ້າງມາໄດ້; ຍົກໃຫ້ເຫັນຂໍ້ຄົງຄ້າງບາງດ້ານ, ສາເຫດທີ່ພາໃຫ້ມີດ້ານດີ, ວິທີແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງແກ້ໄຂ, ຈາກນັ້ນ, ກອງປະຊຸມ ຍັງໄດ້ວາງທິດທາງ ແຜນການ ແລະ ວຽກງານຈຸດສຸມຂະບວນການວຽກງານຊາວໜຸ່ມໃນຊຸມປີຕໍ່ໜ້າ 2025-2030 ໂດຍເລັ່ງໃສ່ 6 ໜ້າວຽກສໍາຄັນພື້ນຖານຄື: ວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານປັບປຸງການຈັດຕັ້ງ, ວຽກງານຂະບວນການ ກໍຄືຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃນກອງທັບ, ວຽກງານກວດກາ, ວຽກງານພົວພັນຕ່າງປະເທດ ແລະ ວຽກງານ ປະສານສົມທົບ ຂໍທິດຊີ້ນໍາຈາກຂັ້ນເທິງ ແລະ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ.
ຕໍ່ຜົນສຳເລັດຂອງກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໃນຄັ້ງນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ໃນນາມຕາງໜ້າພະນັກງານ, ສະມາຊິກຊາວໜຸ່ມໃນທົ່ວກອງທັບປະຊາຊົນລາວ, ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງສູງມາຍັງການນໍາພັກ-ລັດ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ການຈັດຕັ້ງທຸກຂັ້ນ ທີ່ຍາມໃດກໍເປັນຫ່ວງເປັນໃຍ ໃຫ້ທິດເຍືອງທາງຢ່າງໄກ້ຊິດ ຕໍ່ຊາວໜຸ່ມກອງທັບປະຊາຊົນລາວ, ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານ ຈົ່ງມີສຸຂະພາບແຮງແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດ ແລະ ສືບຕໍ່ນໍາພາ – ຊີ້ນໍາ ວຽກງານຊາວໜຸ່ມໃນທົ່ວປະເທດ ແລະ ທົ່ວກອງທັບ ໃຫ້ພັດທະນາເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ອວຍພອນພະນັກງານ, ລັດຖະກອນ, ປະຊາຊົນລາວບັນດາເຜົ່າ, ຊາວໜຸ່ມລາວໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະຊາວໜຸ່ມໃນທົ່ວກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ເປັນເຈົ້າການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ ແລະ ເຮັດສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຢ່າງສົມກຽດ ” ຊາວໜຸ່ມກອງທັບເດັດດ່ຽວ, ອາດຫານ, ນຳໜ້າ, ສາມັກຄີ, ມີວິໃນ ແລະ ປະດິດສ້າງ ” ” ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ, ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ “
ຂຽນໂດຍ: ຄໍາອ້າຍ ທອງວັນ.