50 ປີແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ

ເມື່ອຫວນຄືນວັນຊາດທີ 2 ທັນວາ 1975 ເຊິ່ງເປັນວັນໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນຂອງຊາດລາວເຮົາ ກໍຄືຂອງປະຊາຊົນລາວບັນດາເຜົ່າ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ ແລະ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ. ສະນັ້ນ, ເນື່ຶອງໃນໂອກາດ ວັນຊາດທີ 2 ທັນວາ ທີ່ຈະມາເຖິງນີ້, ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຮອງເລຂາຄະນະພັກ, ຮັກສາການຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ທັດສະນະວ່າ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດຂອງຊາດລາວເຮົາ, ເຊິ່ງກ່ອນໜ້ານີ້ 50…













