ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ
Admin

Admin

ວິລະກຳອັນມະຫັດສະຈັນຂອງວັນຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ

ເນື່ອງໃນໂອກາດວັນຜູ້ນໍາແນວລາວຮັກຊາດ ຈຳນວນ 16 ທ່ານ ໂຕນອອກຈາກຄຸກໂພນເຄັງຄົບຮອບ 65 ປີ (23 ພຶດສະພາ 1960 – 23 ພຶດສະພາ 2025), ສະຫາຍ ພັນໂທ ສີສຸມັງ ມີໄຊຜົນ ຫົວໜ້າອຳນວຍການ ຫໍພິພິທະພັນປະຫວັດສາດກອງທັບ ໄດ້ຍົກໃຫ້ເຫັນມູນເຊື້ອວິລະກຳອັນມະຫັດສະຈັນຂອງວັນຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ ເພື່ອປະຕິບັດຕາມສັນຍາເຊີແນວທີ່ໄດ້ເຊັນກັນ ໃນວັນທີ 20 ກໍລະກົດ 1954 ແລະ ສັນຍາວຽງຈັນ ວັນທີ 22 ຕຸລາ 1957, ບັນດາຜູ້ນໍາຂອງພັກ, ແນວລາວຮັດຊາດ ພ້ອມທັງກໍາລັງຝ່າຍປະເທດລາວ ທີ່ໄດ້ເຕົ້າໂຮມຢູ່ສອງແຂວງ(ຫົວພັນ ແລະ ຜົ້ງສາລີ) ທັງໝົດເກືອບ…

ເຄີຍສັງເກດໂຕເອງບໍ່ວ່າມື້ໃດທີ່ນອນໜ້ອຍ ສະໝອງຈະລືມນັ້ນ ລືມນີ້ຕະຫລອດ, ມີອາການຊຶມໆ ມຶນງົງ ເຊິ່ງນັ້ນອາດມາຈາກການນອນບໍ່ພໍ ເພາະການນອນເປັນສ່ວນໜຶ່ງຂອງຊີວິດສະໝອງ ແລະ ຮ່າງກາຍ ເຊິ່ງຈະໃຊ້ເວລາໃນການນອນເພື່ອບໍາລຸງຮັກສາສ່ວນຕ່າງໆໃຫ້ດີຂຶ້ນ ເພື່ອໃຫ້ຮ່າງກາຍມີປະສິດທິພາບໃນການເຮັດວຽກ

ແນວໃດກໍຕາມການນອນບໍ່ເປັນເວລາ ອາດສ່ຽງເປັນອັລໄຊເມີ   ຍິ່ງສະໝອງບໍ່ໄດ້ພັກ ບໍ່ໄດ້ຮັບການພັກຜ່ອນຢ່າງເຕັມທີ່ ຈະຍິ່ງສົ່ງຜົນໃຫ້ມີບັນຫາກ່ຽວກັບຄວາມຈື່ຈໍາ ແລະ ເສື່ອມໄວກວ່າປົກກະຕິ ລວມທັງການໃຊ້ຊີວິດປະຈໍາວັນ, ລະບົບຄວາມຈໍາອາດມີການຫລົງລືມຕະຫລອດ   ລະວັງຈະສົ່ງຜົນໃນໄລຍະຍາວເດີ້ ມາປັບປ່ຽນພຶດຕິກໍາການນອນເຫລົ່ານີ້ ເພື່ອສຸຂະພາບຂອງສະໝອງທີ່ດີຂຶ້ນ!

ປ່ຽນຈາກການດື່ມກາເຟມາດື່ມຊາຂຽວໃນຕອນເຊົ້າ ຈະຊ່ວຍໃຫ້ຮ່າງກາຍຮູ້ສຶກສົດຊື່ນຍາວນານຫລາຍຊົ່ວໂມງ ເຖິງແມ່ນວ່າຈະມີຄາເຟອີນໜ້ອຍກວ່າກາເຟກໍຕາມ

.ເຊື່ອວ່າຫລາຍຄົນເຄີຍເປັນ ເມື່ອຕື່ນມາຕອນເຊົ້າແລ້ວຍັງຮູ້ສຶກມຶນງົງ ບໍ່ສົດຊື່ນ, ສິ່ງແນະນໍາເພີ່ມເຕີມໃນກິດຈະວັດປະຈໍາວັນ ນອກຈາກຈະຢຽດຕົນຕົວແລ້ວ, ເຄື່ອນໄຫວເຮັດສິ່ງຕ່າງໆ ແລະ ສໍາລັບໃຜທີ່ເຄີຍຊິນກັບການດື່ມກາເຟ, ລອງປ່ຽນມາດື່ມຊາຂຽວແທນ ກໍຈະຊ່ວຍໃຫ້ຮ່າງກາຍດູດຊຶມຄາເຟອີນໄດ້ຫລາຍຂຶ້ນ ໃນປະລິມານທີ່ເທົ່າກັບກາເຟ (ປະລິມານ 8 ອອນ) ແລະ ຈະຊ່ວຍເພີມຄວາມກະຕືລືລົ້ນ ເພີ່ມຄວາມສົດຊື່ນໃຫ້ຢູ່ໄດ້ດົນອີກດ້ວຍ ຢາກຮູ້ສຶກກະປີ້ກະເປົ່າຕອນເຊົ້າກ່ອນໄປເຮັດວຽກ ບໍ່ຈໍາເປັນຕ້ອງດື່ມແຕ່ກາເຟ ລອງປ່ຽນມາດື່ມຊາຂຽວ ກໍມີຟາໂວນອຍທີ່ມີສານຕ້ນາອະນຸມູນອິດສະຫລະ ເຊິ່ງຫລ້າດື່ມປະລິມານ 8 ອອນ ຈະມີຄາເຟອີນປະມານ 25 ມິລິກຣາມ ທີ່ໃຊ້ເວລາດູດຊຶມເທື່ອລະໜ້ອຍ ເປັນເວລາ 3-6 ຊົ່ວໂມງ ເຊິ່ງຫລາຍກວ່າກາເຟທີ່ມີຄາເຟອີນສູງກວ່າ ແຕ່ດູດຊຶມໃນໄລຍະສັ້ນກວ່າປະມານ 30 ນາທີເທົ່ານັ້ນ #ຊາຂຽວ #ກາເຟ #ສຸຂະພາບ #

ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວໃນການເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ໂດຍອີງຕາມທິດຊີ້ນໍາຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ ເວົ້າລວມ ເວົ້າສະເພາະ ກໍຄືຂັ້ນເທິງໄດ້ມອບໝາຍໜ້າທີ່ໃຫ້ໃຫ້ກອງພັນໃຫຍ່ 11 ເຂົ້າຮ່ວມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ, ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫຼາຍດ້ານ ເປັນຕົ້ນແມ່ນ: ການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເຫັນໄດ້ຄວາມໝາຍຄວາມສຳຄັນທີ່ເປັນມູນເຊື້ອລະຫວ່າງສອງກອງທັບລາວ-ຫວຽດນາມໃນຕະຫຼອດໄລຍະຜ່ານມາ, ເປັນການປັບປຸງແບບແຜນຂອງກອງທັບໃຫ້ເຂັ້ມແຂງເປັນຕົ້ນລະບຽບບຸກຄົນ, ລວມໝູ່, ອົບຮົມຫັດແອບໃຫ້ມີຄວາມຊໍານິຊໍານານ ເພື່ອກຽມພ້ອມປະຕິບັດໜ້າທີ່ການເມືອງຂອງກົມກອງໃຫ້ມີປະສິດທິພາບສູງ, ພ້ອມທັງເປັນການສືບຕໍ່ຮັດແໜ້ນສາຍພົວພັນທີ່ເປັນປະຫວັດສາດມູນເຊື້ອລະຫວ່າງສອງກອງທັບລາວ-ຫວຽດນາມ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ສະຫາຍ ພັນໂທ ໂພທະເລ ທໍາມະວົງສາ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 11 ທັງເປັນຄະນະຮັບຜິດຊອບຊີ້ນຳກ້ອນກຳລັງກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ໃຫ້ສຳພາດໃນວັນທີ 21 ພຶດສະພາ ຜ່ານມາວ່າ: ພາຍຫຼັງທີ່ສຳເລັດໃນການເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ…

ບົດບາດຂອງສື່ມວນຊົນກອງທັບໃນການເປັນກະບອກສຽງອັນແຫຼມຄົມ ໃຫ້ແກ່ກະຊວງປ້ອງກັນປະເທດ

ສື່ມວນຊົນ ແມ່ນເວທີຖະແຫຼງຂ່າວ ທີ່ປະກອບດ້ວຍສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ, ສື່ມວນຊົນມີພາລະບົດບາດ ເປັນກະບອກສຽງຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ໃນການໂຄສະນາ, ສຶກສາອົບຮົມແນວທາງ ຂອງພັກ, ກົດໝາຍ ແລະ ລະບຽບຂອງລັດ, ປຸກລະດົມຈິດໃຈຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ໃນນີ້ ເວົ້າສະເພາະສື່ມວນຊົນກອງທັບປະຊາຊົນລາວ ມີພາລະບົດບາດເປັນເສນາທິການ ໃຫ້ກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ກໍຄືກົມໂຄສະນາອົບຮົມ ໃນການຄົ້ນຄວ້າ, ວາງແຜນການ, ກຳແໜ້ນສະພາບການ, ຄຸ້ມຄອງ, ຕິດຕາມ, ກວດກາການໂຄສະນາປຸກລະດົມຂະບວນການດ້ານຕ່າງໆ ດ້ວຍພາຫະນະສື່ມວນຊົນ ເປັນກະບອກສຽງໃຫ້ກະຊວງປ້ອງກັນປະເທດ,…

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ

ວັນທີ 21 ພຶດສະພາ 2025, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ແລະ ມອບບັດສະມາຊິກພັກ ຊຸດທີ VI, ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະບັນຊາ, ຕາງໜ້າຫົວໜ່ວຍກົມກອງ ທີ່ຂຶ້ນກັບ ວປກ ຕະຫຼອດຮອດພະນັກງານ-ສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນເອກ ປອ ສອນທະນູ…

ກົມໃຫຍ່ການເມືອງກອງທັບສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024

ວັນທີ 21 ພຶດສະພາ 2025, ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024. ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ອໍາພອນ ສຸກວິໄຊ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບລາຍງານ ແລະ ຕີລາຄາຄືນການນໍາພາປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024…

ໂລກເບົາຫວານປ້ອງກັນໄດ້ຫາກເບິ່ງແຍງ ເອົາໃຈໃສ່ 5 ວິທີດັ່ງນີ້:.1 ຄວບຄຸມນໍ້າໜັກໃນຕົວທ່ານໃຫ້ຢູ່ເກນເໝາະສົມ2 ກິນອາຫານໃຫ້ຄົບ 5 ໝູ່ ເນັ້ນຜັກ ແລະ ໝາກໄມ້ ທີ່ມີນໍ້າຕານບໍ່ຫລາຍ, ຫລຸດປະລິມານເຂົ້າ-ແປ້ງ ເນັ້ນກິນເຂົ້າກ້ອງ ຫລີກລ່ຽງເຄື່ອງດື່ມທີ່ມີນໍ້າຕານສູງເຊັ່ນ ນໍ້າຫວານ, ນໍ້າອັດລົມ3 ອອກກໍາລັງກາຍຢ່າງຖືກວິທີ ແລະ ສະໝໍ່າສະເໝີເໝາະສົມກັບເພດ ແລະ ໄວ ຢ່າງໜ້ອຍ 5 ມື້ລະ 30 ນາທີ4 ເຮັດຕົວໃຫ້ແຈ່ມໃສ ຜ່ອນຄາຍຄວາມຄຽດ5 ກວດສຸຂະພາບເປັນປະຈໍາ ທຸກປີ

ພ້ອມກັນຮ່ວມແຮງ, ຮ່ວມໃຈ ເພື່ອສົ່ງກໍາລັງໃຈ ໃຫ້ນາຍ ແລະ ພົນທະຫານ ທີ່ກໍາລັງປະຕິບັດໜ້າທີ່ຢູ່ຂອບເຂດຊາຍແດນ.

ວັນທີ 16 ພຶດສະພາ 2025 ຫ້ອງການສະຫະພັນແມ່ຍິງກອງທັບ ຮ່ວມກັບ ສະມາຄົມຄຸນຄ່າລາວ ສ້າງຂະບວນການ ຮ່ວມແຮງ, ຮ່ວມໃຈ ພ້ອມກັນສົ່ງກໍາລັງໃຈໃຫ້ນາຍ ແລະ ພົນທະຫານທີ່ກໍາລັງປະຕິບັດໜ້າທີ່ຢູ່ຂອບເຂດຊາຍແດນ ນໍາພາໂດຍ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ແລະ ທ່ານ ນາງ ແກ້ວມະນີວອນ ຜາລີຂັນ ຮອງປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ, ປະທານສະມາຄົມຄຸນຄ່າລາວ ພ້ອມດ້ວຍເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງກອງທັບ ແລະ ສະມາຊິກແມ່ຍິງສະມາຄົມຄຸນຄ່າລາວເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໃຫ້ຮູ້ວ່າ ຈຸດປະສົງຂອງການສ້າງຂະບວນການໃນຄັ້ງນີ້ ກໍເພື່ອເປັນການປຸກລະດົມຊຸກຍູ້ນໍ້າໃຈເສຍສະຫຼະນໍ້າໃຈພິລະອາດຫານ ແລະ…

ລະວັງເຫັດເບື່ອຈາກທຳມະຊາດ ຢ່າປະໝາດເພື່ອບໍ່ໃຫ້ເກີດການສູນເສຍໂດຍ: ຜາຕຸງ

ປະຊາຊົນລາວບັນດາເຜົ່າ ມີຊີວິດຕິດພັນກັບທຳມະຊາດມາແຕ່ໃດໆແລ້ວ ໂດຍອາໄສປ່າເປັນແຫຼ່ງສະໜອງອາຫານ, ແຫຼ່ງສະໜອງຢາປົວພະຍາດ ມັນອຸດົມສົມບູນໃນການດຳລົງຊີວິດ ເນື່ອງຈາກອາຫານທຳມະຊາດຈາກປ່າມີໃຫ້ກິນຕະຫຼອດປີຕາມລະດູການ ທັງແລ້ງແລະຝົນ, ອາຫານປ່ານານາຊະນິດເລີ່ມແຕກໜໍ່ຈໍ່ຈີຂຶ້ນມາ ທຳມະຊາດກັບມາມີຊີວິດຊີວາອີກເທື່ອໃໝ່ ພາຍຫຼັງປະເຊີນກັບຄວາມແຫ້ງແລ້ງ ຮ້ອນອົບເອົ້າມາເປັນເວລາເຄິ່ງປີ. ເຫດເປັນທີ່ຕ້ອງການ ແລະ ນິຍົມໃນການບໍລິໂພກຫຼາຍກໍ ເຊິ່ງມີຫຼາຍຊະນິດແຕກຕ່າງກັນທັງລົດຊາດ ແລະ ຄ່ານິຍົມເຊັ່ນ ເຫັດປວກ, ເຫັດລະໂງກ, ເຫັດເຜາະ, ເຫັດຕັ່ນ, ເຫັດຟານ, ເຫັດນ້ຳໝາກ ແລະ ອື່ນໆ ນອກຈາກເປັນສິ່ງທີ່ຈູນເຈືອຄົນໃຄອບຄົວແລ້ວຍັງເປັນທີ່ຕ້ອງການຂອງສັງຄົມຫຼາຍຂຶ້ນ ແລະ ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ພໍສົມຄວນ. ແຕ່ໃນຂະນະດຽວກັນ ຜ່ານມາແຕ່ລະປີ ມັກມີຂ່າວກ່ຽວກັບຄົນເສຍຊີວິດ ຍ້ອນເບື່ອເຫັດໃຫ້ເຫັນເປັນປະຈຳ ແລະ ປີນີ້ກໍເຊັ່ນດຽວກັນ ແຕ່ຕົ້ນປີນີ້ມາ ກໍມີຂ່າວ ຄົນເບື່ອເຫັດຢູ່ທາງແຂວງໄຊຍະບູລີ ເຖິງ 8 ກໍລະນີ…

5 ປີຜ່ານມາຊາວໜຸ່ມກະຊວງປ້ອງກັນ ຄວາມສະຫງົບ ເຄື່ອນຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຜົນສໍາເລັດອັນຈົບງາມ.

ເຖິງແມ່ນວ່າໃນຕະຫຼອດໄລຍະ 5 ປີຜ່ານມາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ສະໄໝ V ເຊິ່ງດໍາເນີນໃນສະພາບແວດລ້ອມພາກພື້ນ ແລະ ສາກົນທີ່ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ມີສິ່ງທ້າທາຍຫຼາຍດ້ານ, ໂດຍສະເພາະແມ່ນ ພວກອິດທິກຳລັງປໍລະປັກຍັງສືບຕໍ່ໃຊ້ເລ້ລຽມກົນອຸບາຍ ຫັນປ່ຽນໂດຍສັນຕິຂອງຄົນບໍ່ດີ ທີ່ສ້າງຄວາມປັນປ່ວນແບ່ງແຍກພາຍໃນ. ນອກຈາກນີ້, ຍັງມີບັນຫາປະກົດການຫຍໍ້ທໍ້ໃນຖັນ ແຖວຊາວໜຸ່ມ-ເຍົາວະຊົນ ເຊິ່ງເປັນການກົດໜ່ວງຖ່ວງດຶງ ແລະ ທ້າທາຍໃຫ້ແກ່ ຄະນະຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ. ແຕ່ເຖີງຢາງໃດກໍຕາມ ຄະນະຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບການນໍາພາ-ຊີ້ນໍາ ຈາກອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ບັນດາອົງຄະນະພັກແຕ່ລະຮາກຖານກະຊວງ ແລະ ທ້ອງຖິ່ນຢ່າງໃກ້ຊິດຕິດແທດ, ເຮັດໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຕາມໜ້າທີ່ພາລະບົດບາດ ໃນການເປັນເສນາທິການໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບ, ໃຫ້ແກ່ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໃນການກຳນົດແຜນຍຸດທະສາດ, ແຜນການ, ແຜນງານ, ໂຄງການ, ການຊີ້ນໍາ, ບັນຊາ, ຄຸ້ມຄອງ,…

ສະມາຄົມມິດຕະພາບ ລາວ-ສ. ເກົາຫຼີ (LKFA) ມອບຢາປົວພະຍາດໃຫ້ສະພາແຫ່ງຊາດ

ໃນວັນທີ 14 ພຶດສະພາ 2025 ທີ່ຫ້ອງຮັບແຂກ ສະພາແຫ່ງຊາດ (ສພຊ), ສະມາຄົມມິດຕະພາບ ລາວ-ສ. ເກົາຫຼີ (LKFA) ນຳໂດຍ ທ່ານ ຄຳສວຍ ແກ້ວດາລາວົງ ປະທານ LKFA ພ້ອມດ້ວຍຄະນະ ໄດ້ນຳເອົາຢາປົວພະຍາດຈຳນວນໜຶ່ງ ມູນຄ່າ 6,000 ໂດລາສະຫະລັດ ທີ່ໄດ້ມາຈາກການຊ່ວຍເຫຼືອ ຂອງສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ (KLFA) ມອບໃຫ້ແກ່ ສະພາແຫ່ງຊາດ ແລະ ກ່າວຮັບໂດຍທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ, ກໍາມະການຄະນະປະຈໍາ ສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ.…