ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ລັດຖະມົນຕີກະຊວງການເງິນຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕອນບ່າຍວັນທີ 10 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈ້ງຕໍ່ຫຼາຍບັນຫາທີ່ສະມາຊິກສະພາແຫ່ງຊາດຊັກຖາມ ຫຼາຍຄໍາຖາມຕໍ່ກັບບັນຫາການຮັບປະກັນແຫຼ່ງທຶນ ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 6 ເດືອນທ້າຍປີ 2025 ນີ້ໃຫ້ບັນລຸຕາມເປົ້າໝາຍ ທ່ານໄດ້ຊີ້ແຈງວ່າ: ດັ່ງທີ່ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ຮັບຊາບຂໍ້ມູນເບື້ອງຕົ້ນແລ້ວວ່າ ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວປະມານ 4.5% ໃນໄຕມາດ 1, 2025 ນີ້ ສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຮອດວັນທີ 6 ມິຖຸນາ 2025 ປະຕິບັດໄດ້ 33,565 ຕື້ ກີບ ເທົ່າກັບ 49% ຂອງແຜນການປີ. ໃນນັ້ນ: ລາຍຮັບພາຍໃນ ປະຕິບັດໄດ້ 31,892 ຕື້ກີບ ເທົ່າກັບ 51% ຂອງ ແຜນການປີ, ເຊິ່ງເຫັນວ່າ ມີທ່ວງທ່າ ແລະ ແນວໂນ້ມດີຂຶ້ນ ເນື່ອງຈາກອັດຕາແລກປ່ຽນເລີ່ມມີສະຖຽນລະພາບ ແລະ ເງິນເຟີ້ມີແນວໂນ້ມຫຼຸດລົງ ເຮັດໃຫ້ເສດຖະກິດພາຍໃນມີການຂະຫຍາຍຕົວ, ຫຼາຍກິດຈະການຂອງພາກທຸລະກິດໄດ້ຮັບການຟື້ນຟູ ແລະ ຂະຫຍາຍຕົວດີຂຶ້ນ. ສະນັ້ນ, ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນ 06 ເດືອນທ້າຍປີນີ້ ບັນລຸຕາມເປົ້າໝາຍ, ລັດຖະບານ ກໍຄື ກະຊວງການເງິນ ຈະສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງຊຸກຍູ້ໃຫ້ທຸກແຫຼ່ງທຶນທີ່ໄດ້ຜ່ານການຮັບຮອງແລ້ວ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນທີ່ສະພາໄດ້ຮັບຮອງ. ຄຽງຄູ່ກັນນັ້ນ ລັດຖະບານຈະສືບຕໍ່ປະຕິບັດນະໂຍບາຍຕ່າງໆ ເພື່ອຊຸກຍູ້ສົ່ງເສີມ ແລະ ດຶງດູດ ການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ ແລະ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ແຂງແຮງກວ່າເກົ່າ ແລະ ໃຫ້ສາມາດບັນລຸໄດ້ຕາມຄາດໝາຍ ໂດຍການສຸມໃສ່ຊຸກຍູ້, ຕິດຕາມ, ກວດກາ ແລະ ສ້າງເງື່ອນໄຂໃຫ້ບັນດາໂຄງການລົງທຶນເອກະຊົນຂະໜາດໃຫຍ່ທີ່ໄດ້ອະນຸມັດແລ້ວ ສາມາດຈັດຕັ້ງປະຕິບັດໂດຍໄວ. ນອກຈາກນັ້ນ, ສືບຕໍ່ຫັນໂຄງການ ຂຸດຄົ້ນແຮ່ທາດແບບທົດລອງ (ເປັນຕົ້ນ: ແຮ່ເຫຼັກ, ແຮ່ຄໍາ ແລະ ແຮ່ຫາຍາກ) ເຂົ້າສູ່ການປະຕິບັດໃນຮູບບແບບປົກກະຕິຕາມກົດໝາຍຢ່າງເຂັ້ມງວດ, ນໍາເອົາໂຄງການທີ່ລັດຖະບານໄດ້ໂຈະ ແລະ ຖອນຄືນແລ້ວ ມາປະມູນເພື່ອ ຄັດເລືອກເອົາບໍລິສັດຜູ້ລົງທຶນໃໝ່ທີ່ມີມາດຖານເງື່ອນໄຂຄົບຖ້ວນໂດຍສະເພາະ ດ້ານເຕັກນິກວິທີການ, ທຶນຮອນ ແລະ ປະສົບການຕົວຈິງ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ສາມາດສືບຕໍ່ຈັດຕັ້ງປະຕິບັດ ສຳເລັດຕາມແຜນ ແລະ ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ຄຽງຄູ່ກັບການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນ, ສືບຕໍ່ປັບປຸງຖານຂໍ້ມູນ ແລະ ໂຄສະນາດຶງດູດເອົາການລົງທຶນໃໝ່ເຂົ້າໃນຂະແໜງການບູລິມະສິດຕ່າງໆ. ສໍາລັບການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຈະໄດ້ສົມທົບກັບບັນດາກະຊວງ, ອົງການ, ນະຄອນຫຼວງ ແລະ ບັນດາແຂວງ ເປັນເຈົ້າການຮີບຮ້ອນຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການທີ່ໄດ້ຮັບການອະນຸມັດແລ້ວ ໃຫ້ສໍາເລັດໂດຍໄວ ໂດຍສະເພາະແມ່ນການຍົກສູງຄວາມເປັນເຈົ້າການປະຕິບັດໜ້າວຽກ ແລະ ການຂໍອະນຸມັດເບີກຈ່າຍຢູ່ຂັ້ນທ້ອງຖິ່ນໃຫ້ໄວກວ່າເກົ່າ ແລະ ມີໝາກຜົນສູງ ເພື່ອສ້າງເງື່ອນໄຂທີ່ດີໃນການ ລະດົມທຶນໃໝ່ຈາກບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາໃຫ້ໄດ້ຫຼາຍກວ່າເກົ່າ.

ທ່ານ ສັນຕິພາບ ພົມວິຫານ ຊີ້ແຈງຕໍ່ກັບຄວາມຄືບໜ້າຂອງການປະຕິບັດແຜນການລົງທຶນ ເປັນຕົ້ນ ການຈັດສັນງົບປະມານ ບ້ວງກອງທຶນທາງ ແລະ ບ້ວງໜີ້ສ່ວນຫຼຸດ ທີ່ຍັງຄົງຄ້າງວ່າ: ປະຕິບັດຕາມມະຕິສະພາແຫ່ງຊາດທີ່ໄດ້ຮັບຮອງແຜນການລົງທຶນລວມທັງໝົດມີ 24,550 ຕື້ກີບ (ໃນນີ້, ລົງທຶນຈາກຕ່າງປະເທດ 18,300 ຕື້ກີບ ແລະ ລົງທຶນພາຍໃນ 6,250 ຕື້ກີບ), ກະຊວງການເງິນ ກໍໄດ້ຮີບຮ້ອນແຈ້ງ ແຜນການລົງທຶນ ແລະ ບັນຊີໂຄງການລະອຽດໃຫ້ບັນດາກະຊວງ, ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນເດືອນ ພະຈິກ 2024 (ບໍ່ລວມກອງທຶນທາງ 800 ຕື້ກີບ) ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດ. ມາຮອດປັດຈຸບັນ ປະຕິບັດໄດ້ 25% ຂອງແຜນການປີ, ເປັນເງິນ 6,094 ຕື້ກີບ. ໃນນັ້ນ, ລົງທຶນຕ່າງປະເທດປະຕິບັດໄດ້ 22% ເປັນເງິນ 4,091 ຕື້ກີບ (ເນື່ອງຈາກເປັນການສະຫຼຸບການປະຕິບັດງວດ I) ແລະ ລົງທຶນພາຍໃນປະຕິບັດໄດ້ 32% ເປັນເງິນ 2,003 ຕື້ກີບ. ການຈັດຕັ້ງປະຕິບັດໜ້າວຽກຕົວຈິງແມ່ນມີຄວາມຄືບໜ້າຫຼາຍ ແຕ່ອັດຕາສ່ວນການຊຳລະຍັງຕໍ່າ ເນື່ອງຈາກຂະແໜງການທີ່ກ່ຽວຂ້ອງຕ່າງໆ ຍັງບໍ່ທັນປະກອບເອກະສານເພື່ອຂໍເບີກຈ່າຍຕາມໜ້າວຽກ. ທິດທາງແກ້ໄຂໃນຕໍ່ ໜ້າ ກະຊວງການເງິນຈະໄດ້ສືບຕໍ່ຄົ້ນຄວ້າ, ປັບປຸງຂັ້ນຕອນ ແລະ ກົນໄກ ການຈັດຕັ້ງປະຕິບັດຄືນໃໝ່.

ສໍາລັບບ້ວງກອງທຶນທາງຈໍານວນ 800 ຕື້ກີບ ມາຮອດຕົ້ນເດືອນມິຖຸນາໄດ້ຮັບການສະເໜີ ຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ ລວມມີ 694 ໂຄງການ. ໃນນັ້ນ, ສາມາດສ້າງເປັນແຜນການລົງທຶນ ແລະ ໄດ້ລາຍງານ ລັດຖະບານພິຈາລະນາ 614 ໂຄງການ, ມູນຄ່າ 452.83 ຕື້ກີບ. ສ່ວນທີ່ຍັງເຫຼືອ ຈໍານວນ 80 ໂຄງການ ທີ່ເປັນໂຄງການໃໝ່ ແມ່ນຍັງບໍ່ສາມາດຄົ້ນຄວ້າສ້າງແຜນການລົງທຶນຂອງລັດໄດ້. ໂດຍລວມແລ້ວບັນຫາທີ່ຕິດພັນກັບການຈັດສັນງົບປະມານກອງທຶນທາງ ຍັງມີຄວາມຊັກຊ້າ ເນື່ອງຈາກ ສ່ວນໃຫ່ຍແມ່ນເປັນໂຄງການພື້ນຟູຫຼັງລະດູຝົນຊ່ວງເດືອນ 10-11 ແຕ່ລະປີ ຈຶ່ງສາມາດເກັບກຳຜົນເສຍຫາຍມາ ປະເມີນມູນຄ່າສ້ອມແປງ ແລ້ວຈຶ່ງຄົ້ນຄວ້າກໍານົດເປັນໂຄງການ ເຊິ່ງເກີນໄລຍະເວລາຂອງການສ້າງແຜນລົງທຶນ. ສໍາລັບການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ແບບມີສ່ວນຫຼຸດ, ລັດຖະບານກໍໄດ້ເອົາໃຈໃສ່ ແກ້ໄຂຢ່າງເປັນລະບົບຕາມເງື່ອນໄຂຄວາມສາມາດຕົວຈິງດ້ານແຫຼ່ງທຶນ ໃນງົບປະມານປົກກະຕິປະຈຳປີ ແລະ ໃນປີນີ້ ລັດຖະບານໄດ້ເຫັນດີ ໃນການແກ້ໄຂມູນຄ່າປະມານ 800 ຕື້ກີບ, ເຊິ່ງປັດຈຸບັນກໍາລັງຄົ້ນຄວ້າຫຼັກການ, ເງື່ອນໄຂ ແລະ ຂັ້ນຕອນລະອຽດ ເພື່ອຈະໃຫ້ສາມາດຈັດຕັ້ງປະຕິບັດໄດ້ໃນ 06 ເດືອນທ້າຍປີ.

ຈາກນັ້ນ, ປະທານກອງປະຊຸມ ສະເໜີໃຫ້ບັນດາທ່ານ ສະມາຊິກສະພາແຫ່ງຊາດ ມີຄໍາຊັກຖາມເພີ່ມຕື່ມ ເພື່ອໃຫ້ທ່ານລັດຖະມົນຕີ ຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ.