ອົງຄະນະພັກຫ້ອງວ່າການກະຊວງປ້ອງກັນປະເທດມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳປີ 2024.

ອົງຄະນະພັກ ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດຕັ້ງພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024, ໃນວັນທີ 17 ມິຖຸນາ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພະນັກງານສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025 ໂດຍຍົກໃຫ້ເຫັນ…













