ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຖືເອົາການແກ້ໄຂບັນຫາເຄັ່ງຮ້ອນ ເປັນວຽກບູລິມະສິດໃນວຽກຈຸດສຸມ ແຕ່ນີ້ຮອດໝົດປີ 2025.

ລັດຖະບານ ເຫັນວ່າ ບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ກະທົບຕໍ່ການດຳລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າ ຊຶ່ງແຕ່ນີ້ຮອດໝົດປີ 2025 ລັດຖະບານກໍໄດ້ຖືເອົາການແກ້ໄຂບັນຫາດັ່ງກ່າວ ເປັນວຽກບູລິມະສິດໃນວຽກຈຸດສຸມ ເພື່ອຈະແກ້ໄຂບັນຫາເຄັ່ງຮ້ອນນັ້ນ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຂຶ້ນມີຄໍາເຫັນເພີ່ມຕື່ມ ເພື່ອອະທິບາຍຊີ້ແຈງ ໃນຫຼາຍຄໍາຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ລັດຖະບານຖືເອົາການແກ້ໄຂເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະແກ້ໄຂໜີ້ສິນເປັນວຽກບູລິມະສິດໃນວຽກຈຸດສຸມແຕ່ນີ້ຮອດໝົດປີ 2025, ວຽກຈຸດສຸມ ແລະ ມາດຕະການລະອຽດຄະນະສະເພາະ19/ກມສພ ໄດ້ລາຍງານຕໍ່ກົມການເມືອງສູນກາງພັກຮັບຮອງ ແລະ ຊີ້ນໍາລະອຽດແລ້ວແຕ່ລະເດືອນຄະນະສະເພາະກິດ19/ກມສພ ໄດ້ຈັດປະຊຸມຕີລາຄາການຈັດຕັ້ງປະຕິບັດ ແລະ ລາຍງານຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກເປັນປົກກະຕິ.

ທ່ານ ນາຍົກລັດຖະມົນຕີ ໄດ້ຍົກບາງວຽກຈຸດສຸມ, ບາງມາດຕະການ ແລະ ວິທີການປະຕິບັດຈໍານວນໜຶ່ງກ່ຽວກັບທິດທາງໃນການແກ້ໄຂບັນຫາເຄັ່ງຮ້ອນ ຄືກ່ອນອື່ນແມ່ນຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດໃຫ້ມີຄວາມສະຖຽນລະພາບ ແລະ ສູ້ຊົນໝົດປີ 2025 ໃຫ້ຕົວເລກເງິນເຟີ້ຫຼຸດລົງເປັນ 1 ຕົວເລກ ພ້ອມນີ້ ລັດຖະບານກໍຍູ້ແຮງການຜະລິດພາຍໃນເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ແຂງແຮງເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ ແລະ ການໄຫຼອອກເງິນຕາຕ່າງປະເທດນໍາໃຊ້ມາດຕະການຕ່າງໆເພື່ອເພີ່ມຄັງສໍາຮອງເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນເພື່ອຫຼຸດຜ່ອນຄວາມກົດດັນທາງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ ແລະ ຄັງສະສົມແຫ່ງຊາດໃຫ້ເພີ່ມຂຶ້ນຕື່ມ, ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ຫຼຸດລົງກວ່າເກົ່າ, ຫຼຸດຄວາມແຕກໂຕນທີ່ບໍ່ສົມເຫດສົມຜົນລະຫວ່າງລາຄາຊື້ແລະ ລາຄາຂາຍຂອງພໍ່ຄ້າຄົນກາງ; ພ້ອມກັນນັ້ນ, ຈະໄດ້ທົບທວນຄືນລາຄາໄຟຟ້າສໍາລັບກຸ່ມເປົ້າໝາຍຄົວເຮືອນທີ່ມີລາຍຮັບຕໍ່າແນໃສ່ແກ້ໄຂບັນຫາຄ່າຄອງຊີບຂອງປະຊາຊົນແລະ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດໃຫ້ດີຂຶ້ນ.

ທ່ານ ສອນໄຊ ສີພັນດອນ ຍັງກ່າວຕື່ມວ່າ: ລັດຖະບານຍັງຈະສຸມໃສ່ແກ້ໄຂບັນຫາລົດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຕັດໄມ້ ແລະ ຂຸດຄົ້ນຊັບພະຍາກອນແຮ່ທາດທີ່ບໍ່ຖືກຕ້ອງໂດຍໄດ້ມອບໃຫ້ ທ່ານຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດເປັນຫົວໜ້າຄະນະ (ຄະນະ47/ນຍ)ຊຶ່ງຄະນະດັ່ງກ່າວພວມສຸມໃສ່ແກ້ໄຂເປັນແຕ່ລະກໍລະນີ.

ຂ່າວ-ພາບ:ໄພນາລິນ+ສຸກສາຄອນ.