ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ພາແຫ່ງຊາດ ປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ແກ່ສະມາຊິກພັກທີ່ເປັນການນໍາຂັ້ນສູງຂອງສະພາແຫ່ງຊາດ.

ໃນວັນທີ 12 ມິຖຸນາ 2025 ສະພາແຫ່ງຊາດ ຈັດພິທີປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ແກ່ສະມາຊິກພັກທີ່ເປັນການນໍາຂັ້ນສູງຂອງສະພາແຫ່ງຊາດ, ອະດີດການນໍາຂັ້ນສູງບຳນານຂອງສະພາແຫ່ງຊາດ, ສະມາຊິກພັກ, ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ທີ່ມີຜົນງານດີເດັ່ນ, ມີຄຸນງາມຄວາມດີ, ທຸ່ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານກັບຈັກກະພັດຜູ້ຮຸກຮານ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ.

ໃນໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດຂອງການສ້າງຕັ້ງ ແລະ ການເຄື່ອນໄຫວນໍາພາຂອງພັກ ປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ຊື່ງການກຳເນີດຂອງ ພັກປະຊາຊົນລາວ ໃນເມື່ອກ່ອນ ກໍຄື ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ແມ່ນເຫດການທາງການເມືອງທີ່ສໍາຄັນ, ແມ່ນຄວາມຮຽກຮ້ອງຕ້ອງການຂອງປວງຊົນລາວທັງຊາດ, ແມ່ນຄວາມຈໍາເປັນຕ້ອງມີການນໍາພາຂອງພັກ ຕໍ່ຂະບວນການຕໍ່ສູ້ກູ້ຊາດ, ຕ້ານກັບຈັກກະພັດຜູ້ຮຸກຮານ, ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ສືບຕໍ່ພາລະກິດປະຕິວັດຂອງພັກຄອມມູນິດອິນດູຈີນ ນໍາການປະຕິວັດຊາດປະຊາທິປະໄຕຢູ່ ປະເທດລາວຂອງພວກເຮົາ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍປະການກໍຕາມ ແຕ່ດ້ວຍ ຄວາມປີຊາສາມາດ, ສະຫຼາດສ່ອງໃສຂອງພັກ, ການໝູນໃຊ້ລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ບົດຮຽນປະສົບປະ ການຂອງພັກ ເຂົ້າໃນການນໍາພາຕໍ່ສູ້ ເຮັດໃຫ້ສາມາດປຸກລະດົມ ຂົນ ຂວາຍປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມພາລະກິດຕໍ່ສູ້ກູ້ຊາດ, ຕ້ານກັບຈັກກະພັດຜູ້ຮຸກຮານ ຈົນໄດ້ຮັບໄຊຊະນະ, ສະຖາປະນາສາທາ ລະນະລັດ ປະຊາທິປະໄຕປະຊາຊົນລາວ ແລະ ສືບຕໍ່ນໍາພາການ ຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະຊາດໃນປັດຈຸບັນ.

ໃນພິທີຄັ້ງນີ້ມີສະມາຊິກພັກທີ່ເປັນການນໍາຂັ້ນສູງຂອງສະພາແຫ່ງຊາດ, ອະດີດການນໍາຂັ້ນສູງບຳນານຂອງສະພາແຫ່ງຊາດ, ສະມາຊິກພັກ, ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ໄດ້ຮັບການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ທັງໝົດ 49 ສະຫາຍ ໃນນີ້ມີສະມາຊິກພັກບໍານານ 27 ສະຫາຍ, ສະມາຊິກພັກປະຈໍາການ 22 ສະຫາຍ.

ຂ່າວ – ພາບ: ສຸກສາຄອນ+ໄພນາລິນ.