22 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ.







ກົມວິທະຍາສາດ-ປະຫວັດສາດ ການທະຫານ ມີຕົ້ນກຳເນີດ ມາຈາກ ການໂຮມເຂົ້າກັນຂອງ 2 ກົມນ້ອຍເອກະລາດຄື: ກົມວິທະຍາສາດ ການທະຫານ ຂຶ້ນກັບກົມ ໃຫຍ່ເສນາທິການກອງທັບ ແລະ ກົມປະຫວັດສາດ ການທະຫານ ຂຶ້ນກັບກົມໃຫຍ່ການເມືອງກອງທັບ, ໂດຍອີງຕາມການເຕີບໃຫຍ່ຂະຫຍາຍຕົວຂອງທຸກກໍາລັງໃນກອງທັບປະຊາຊົນລາວ ກໍຄືຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ 2 ກົມນ້ອຍດັ່ງກ່າວ ຈິ່ງໄດ້ໂຮມເຂົ້າກັນ, ຈັດຕັ້ງເປັນ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ໂດຍແມ່ນກະຊວງປ້ອງກັນປະເທດຕົກລົງ ອະນຸມັດ ຕາມຂໍ້ຕົກລົງສະບັບເລກທີ 813/ກປທ, ລົງວັນທີ 10 ມິຖຸນາ 2003.
ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ເລຂາຄະນະພັກ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໃຫ້ຮູ້ວ່າ: ການສ້າງຕັ້ງກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນຂີດໝາຍໜຶ່ງແຫ່ງການເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕໍ່ວຽກງານຄົ້ນຄວ້າວິທະຍາສາດ-ປະຫວັດສາດ ການທະຫານ ເມື່ອໄດ້ຮັບການສ້າງຕັ້ງຂຶ້ນ, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກໍໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ເຊິ່ງເບື້ອງຕົ້ນ, ການກຳນົດພາລະບົດບາດ, ໜ້າທີ່, ສິດ, ລະບົບການຈັດຕັ້ງ ແລະ ໂຄງປະກອບວຽກງານແມ່ນຍັງບໍ່ທັນເປັນລະບົບຄົບຊຸດ, ແຕ່ພາຍຫຼັງກອງປະຊຸມ ວຽກງານວິທະຍາສາດ-ປະຫວັດສາດ ການທະຫານທົ່ວກອງທັບ, ຄັ້ງທີ I ປີ 2004, ການຈັດຕັ້ງໂຄງປະກອບວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ຈິ່ງໄດ້ຮັບການປັບປຸງບູລະນະຄືນໃໝ່ ໃຫ້ເຂົ້າສູ່ລະບຽບການ ແລະ ເປັນລະບົບຄົບຊຸດ ແຕ່ຂັ້ນກະຊວງ ລົງຮອດກົມກອງ-ທ້ອງຖິ່ນ. ຈາກນັ້ນ, ມາຮອດທ້າຍປີ 2021 ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຈິ່ງໄດ້ມີຂໍ້ຕົກລົງວ່າດ້ວຍໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ແລະ ຈໍານວນພົນ. ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຍົກລະດັບຂຶ້ນເປັນກົມກາງ ຂຶ້ນກັບກະຊວງປ້ອງກັນປະເທດ, ໂດຍປະກອບມີຄະນະກົມ 4 ສະຫາຍ, ຫົວໜ້າກົມ 1 ສະຫາຍ, ຮອງກົມ 3 ສະຫາຍ, ມີຈຳນວນພົນທັງໝົດ 191 ສະຫາຍ, ຍົກບັນດາພະແນກຂຶ້ນເປັນຂັ້ນຫ້ອງ ແລະ ຂັ້ນຂະແໜງຂຶ້ນເປັນພະແນກ ມີ 5 ຫ້ອງ 21 ພະແນກຂຶ້ນກັບຫ້ອງ ແລະ 3 ພະແນກເອກະລາດຂຶ້ນກັບກົມໂດຍກົງ. ປັດຈຸບັນກົມກຳລັງພົນ ມີການປັບປຸງພາລະບົດບາດ, ໜ້າທີ່, ສິດ ແລະ ໂຄງປະກອບການຈັດຕັ້ງ ໃຫ້ແທດເໝາະກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວໃນແຕ່ລະໄລຍະ ເພື່ອນໍາສະເໜີຂັ້ນເທິງຕົກລົງອະນຸມັດ.
ກົມວິທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງເປັນອົງການໜຶ່ງທີ່ຂຶ້ນກັບກະຊວງປ້ອງກັນປະເທດ ໂດຍກົງ, ເປັນເສນາທິການ ດ້ານວຽກງານຄົ້ນຄວ້າ ວິທະຍາສາດ-ປະຫວັດສາດ ການທະຫານ ໃຫ້ແກ່ກະຊວງປ້ອງກັນປະເທດ ພາຍຫຼັງໄດ້ຮັບການຈັດຕັ້ງເປັນກົມວິທະຍາສາດ-ປະຫວັດສາດ ການທະຫານ, ຄະນະພັກ, ຄະນະບັນຊາກົມ ກໍໄດ້ຮີບຮ້ອນຄົ້ນຄວ້າເຊື່ອມຊຶມພາລະບົດບາດ, ໜ້າທີ່ ເບື້ອງຕົ້ນ ແລະ ໄດ້ຈັດຕັ້ງຜັນຂະຫຍາຍ, ແບ່ງປັນຂອບເຂດຮັບຜິດຊອບໃຫ້ແຕ່ລະສະຫາຍຄະນະກົມ, ພ້ອມທັງມອບໝາຍໜ້າທີ່ຄົ້ນຄວ້າວິທະຍາສາດ-ປະຫວັດສາດ ຕາມພາລະບົດບາດ, ໜ້າທີ່ຂອງແຕ່ລະຫ້ອງ ແລະ ເຮັດວຽກຮັບປະກັນໃຫ້ແກ່ການເຄື່ອນໄຫວວິຊາສະເພາະຕາມແຕ່ລະຂະແໜງວິຊາການ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ເຖິງຈະມີອາຍຸຍັງອ່ອນນ້ອຍ ຖ້າທຽບໃສ່ກົມກາງອື່ນໆ ແຕ່ກໍໄດ້ຮັບໜ້າທີ່ໃນການຄົ້ນຄວ້າປະຫວັດສາດຂອງກອງທັບ, ບັນດາບັ້ນຮົບໃຫຍ່, ນ້ອຍ ໃນຂອບເຂດທົ່ວປະເທດ, ຄົ້ນຄວ້າທິດສະດີ ແລະ ຄົ້ນຄວ້າບັນດາອຸປະກອນຮັບໃຊ້ເຂົ້າໃນການທະຫານ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄົ້ນຄວ້າປະຫວັດການເຄື່ອນໄຫວ ຕໍ່ສູ້ກູ້ຊາດຂອງບັນດາການນໍາ, ບຸກຄົນສໍາຄັນຂອງຊາດທີ່ມີຜົນງານອັນພົ້ນເດັ່ນທາງການທະຫານ.
ຈາກໜ້າທີ່ດັ່ງກ່າວນັ້ນ ເຖິງວ່າຈະໜັກໜ່ວງ ແຕ່ມີກຽດສະຫງ່າ ໃນຊຸມປີຜ່ານມາ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກໍໄດ້ສ້າງຜົນງານການເຄື່ອນໄຫວຕ່າງໆ ເຊິ່ງມັນໄດ້ສະແດງອອກ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10 ມິຖຸນາ 2003, ມາຮອດປັດຈຸບັນພໍດີໄດ້ 22 ປີ. ຜ່ານການເຄື່ອນໄຫວໄດ້ມີຜົນງານອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນ ວຽກງານຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ, ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດ, ສາກົນ ແລະ ລະດັບກະຊວງສໍາເລັດ 18 ກອງປະຊຸມ. ວຽກງານປະຫວັດສາດການທະຫານ ສະຫຼຸບບັ້ນຮົບໃຫຍ່ທີ່ເກີດຂຶ້ນໃນທົ່ວປະເທດໄດ້ 15 ບັ້ນຮົບ, ບັ້ນຕີໄດ້ 125 ບັ້ນຕີ ( ນັບທັງກຳລັງຫຼວງ ແລະ ທ້ອງຖິ່ນ), ສໍາເລັດການຂຽນປະຫວັດສາດມູນເຊື້ອ ກອງທັບປະຊາຊົນລາວ 60 ປີ, 65 ປີ ແລະ 70 ປີ, ຊ່ວຍຂຽນ ແລະ ຮຽບຮຽງປະຫວັດສາດມູນເຊື້ອຂອງກົມກອງກຳລັງຫຼວງ ແລະ ທ້ອງຖິ່ນ ໄດ້ 54 ບົດ, ຄົ້ນຄວ້າຂຽນປະຫວັດມູນເຊື້ອນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ ແລະ ຜູ້ນຳພັກ-ລັດໄດ້ 23 ບົດ, ວຽກງານຍຸດທະສາດ: ໄດ້ຄົ້ນຄວ້າຂຽນປຶ້ມປົກຂາວ ນະໂຍບາຍປ້ອງກັນຊາດ 4 ຄັ້ງ ແລະ ຂຽນບົດວິທະຍານິພົນໄດ້ 2 ບົດ, ວຽກງານວິທະຍາສາດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຄົ້ນຄວ້າສ້າງເວັບໄຊ້ກະຊວງປ້ອງກັນປະເທດ, ໄດ້ຄົ້ນຄວ້າໂຄງການຂຽນປຶ້ມວັດຈະນານຸກົມຄໍາສັບການທະຫານ, ໄດ້ຂຽນຂໍ້ກໍານົດວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມໃນກອງທັບ, ໄດ້ຄົ້ນຄວ້າ ແລະ ຜະລິດລົດສາມລໍ້ໄຟຟ້າສໍາລັບຄົນພິການຂາ, ໄດ້ຄົ້ນຄວ້າປືນຍິງສົ່ງລະເບີດ 40 ເລົາ, ໄດ້ຄົ້ນຄວ້າປະກອບຫຸ່ນຍົນເກັບກູ້ ແລະ ຍິງທໍາລາຍລະເບີດ, ໄດ້ຄົ້ນຄວ້າປືນແຮງດັນຍິງທໍາລາຍລະເບີດ, ໄດ້ຄົ້ນຄວ້າດັດແປງກະແສໄຟຟ້າເຂົ້າໃສ່ລະບົບຖານຍິງຈະຫຼວດ BM 14 ແລະ BM 21, ໄດ້ຄົ້ນຄວ້າເສື້ອເກາະກັນກະສູນ K 59. ວຽກງານຂໍ້ມູນຂ່າວສານ ໄດ້ຊີ້ນໍາ ແລະ ເຜີຍແຜ່ບັນດາຂ່າວເດັ່ນໆໃນໜ້າເວັບໄຊ້ຂອງກອງທັບ, ໄດ້ຂຽນວາລະສານວິທະຍາສາດ-ປະຫວັດສາດ ການທະຫານເປັນແຕ່ລະໄຕມາດປີລະ 4 ສະບັບ,
ວຽກງານພົວພັນຕ່າງປະເທດ ໂດຍປະຕິບັດຕາມນະໂຍບາຍຕ່າງປະເທດຂອງພັກກໍຄືສັນຍາຮ່ວມມືກັບປະເທດເພື່ອນມິດຂອງກະຊວງປ້ອງກັນປະເທດ, ສຳລັບກົມວິທະຍາສາດ-ປະຫວັດສາດ ແມ່ນໄດ້ພົວພັນກັບ 4 ອົງການຄົ້ນຄວ້າວິທະຍາສາດກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ: ສະຖາບັນປະຫວັດສາດການທະຫານ, ສະຖາບັນຍຸດທະສາດປ້ອງກັນຊາດ, ກົມວິທະຍາສາດການທະຫານ ແລະ ກອງບັນຊາການຂອງກະຊວງປ້ອງກັນປະເທດ ສສ ຫວຽດນາມ, ພົວພັນກັບສະຖາບັນຄົ້ນຄວ້າວິທະຍາສາດ-ປະຫວັດສາດ ການທະຫານ ວິທະຍາຄານ ເສນາທິການກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ແລະ ສະຖາບັນຄົ້ນຄວ້າວຽກງານການເມືອງ ວິທະຍາໄລວິທະຍາສາດການທະຫານ ກອງທັບປົດປ່ອຍປະຊາຊົນຈີນ. ນອກນັ້ນ, ຍັງໄດ້ພົວພັນກັບສະຖາບັນເຄືອຄ່າຍວຽກງານປ້ອງກັນຊາດ ອາຊຽນ. ຜົນງານດ້ານຂະບວນການຕ່າງໆເປັນຕົ້ນແມ່ນ ດ້ານກິລາກາຍະກຳ ກົມຍາດມາໄດ້ລາງວັນຊະນະເລີດບານສົ່ງຍິງ ໃນການຊີງຂັນລັດຖະມົນຕີກະຊວງສຶກສາ ແລະ ກິລາປີ 2016, ໄດ້ລາງວັນຊະນະເລີດບານສົ່ງຍິງ ໃນການຊີງຂັນຫົວໜ້າກົມໃຫຍ່ເສນາທິການກອງທັບ 5 ຄັ້ງ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ, ຄົບຮອບ 65 ປີ, 66 ປີ, 67 ປີ, 68 ປີ ແລະ 69 ປີ, ໄດ້ລາງວັນທີ 2 ບານສົ່ງຍິງ ໃນການຊີງຂັນລັດຖະມົນຕີກະຊວງສຶກສາ ແລະ ກິລາປີ 2017, ໄດ້ລາງວັນຊະນະເລີດບານສົ່ງຍິງ ໃນການຊີງຂັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ປີ 2017.
ຈາກຜົນງານການເຄື່ອນໄຫວໃນຕະຫຼອດໄລຍະຜ່ານມາ ກົມວິທະຍາສາດ-ປະຫວັດສາດ ການທະຫານ ຈິ່ງໄດ້ຮັບການຍ້ອງຍໍປະເພດຕ່າງໆ ຈາກລັດຖະບານ ແລະ ກະຊວງປ້ອງກັນປະເທດ ເຊັ່ນ: ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II 1 ໜ່ວຍ, ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ III 1 ໜ່ວຍ, ໄດ້ຮັບຫຼຽນໄຊພິລະອາດຫານຊັ້ນ II 5 ໜ່ວຍ, ໄດ້ຮັບຫຼຽນໄຊແຮງງານຊັ້ນ II 2 ໜ່ວຍ, ໄດ້ຮັບໃບຍ້ອງຍໍກະຊວງປ້ອງກັນປະເທດ 5 ໃບ.
ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ໃຫ້ຮູ້ຕື່ມວ່າ: ເນື່ອງໃນໂອກາດວັນສ້າງຕັ້ງກົມວິທະຍາສາດ-ປະຫວັດສາດ ການທະຫານ ຄົບຮອບ 22 ປີນີ້, ຂໍສະແດງຄວາມຂອບໃຈມາຍັງການນຳຂັ້ນເທິງ ກໍຄືກະຊວງປ້ອງກັນປະເທດ ແລະ ການຈັດຕັ້ງທຸກພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນ, ຊຸກຍູ້ສົ່ງເສີມໃຫ້ຄວາມສຳຄັນຕໍ່ວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງເຮັດໃຫ້ກົມມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງຈົນເຖິງປັດຈຸບັນ, ອວຍພອນໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄືການຈັດຕັ້ງທຸກພາກສ່ວນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ສືບຕໍ່ຊີ້ນຳ-ນຳພາກົມວິທະຍາສາດ-ປະຫວັດສາດ ການທະຫານ ໃຫ້ກ້າວໜ້າຂຶ້ນເລື້ອຍໆ, ອວຍພອນຄະນະພັກ-ຄະນະບັນຊາ, ພະນັກງານປະຕິວັດອາວຸໂສບຳນານ ຕະຫຼອດຮອດພະນັກງານ-ນັກຮົບ ພາຍໃນກົມ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນສືບຕໍ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ພັກ-ລັດ ແລະ ກະຊວງປ້ອງກັນປະເທດ ມອບໝາຍໃຫ້.
ໂດຍ: ຄຳໄຕ ຈັນນະຄອນ