ຄະນະປະຈໍາສະພາແຫ່ງຊາດສະເໜີ ຫຼາຍບັນຫາສຳຄັນໃນການພັດທະນາພະລັງງານໄຟຟ້າ ໃຫ້ມີປະສິດທິພາບ ແລະ ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ.


ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານພັດທະນາພະລັງງານໄຟຟ້າ ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຕາງໜ້າຄະນະປະຈຳສະພາເເຫ່ງຊາດ, ໄດ້ມີຫຼາຍບັນຫາສະເໜີຕໍ່ລັດຖະບານວ່າ: ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ ທີ່ໄດ້ເຊັນສັນຍາສຳປະທານ ກັບລັດຖະບານ, ໂຄງການທີ່ຢູ່ໃນຂັ້ນຕອນການຂໍອະນຸມັດເຊັນສັນຍາສຳປະທານ ແລະ ເນື້ອໃນສັນຍາສໍາປະທານໂຄງການ ຕ້ອງກຳນົດໃຫ້ລະອຽດຈະແຈ້ງ ເຖິງການແບ່ງຄວາມຮັບຜິດຊອບ ຂອງສູນກາງ ແລະ ທ້ອງຖິ່ນ, ເອົາໃຈໃສ່ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນ ການມອບເງິນພັນທະຕ່າງໆ ຂອງ ຜູ້ພັດທະນາໂຄງການ ໂດຍໃຫ້ສອດຄ່ອງກັບກົດໝາຍ, ສັນຍາສຳປະທານ, ເອກະສານຊ້ອນທ້າຍ ຂອງໂຄງການ (ຜ່ານມາ ແມ່ນ 7% ຕາມກົດໝາຍອາກອນລາຍໄດ້ ທີ່ນໍາໃຊ້ໃນປັດຈຸບັນ) ການພັດທະນາພະລັງງານໄຟຟ້າ ຕ້ອງເລັ່ງໃສ່ຮັບປະກັນການສະໜອງໄຟຟ້າໃຫ້ສອດຄ່ອງກັບ ຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ກໍຄືຮັບປະກັນການຕອບສະໜອງຄວາມຕ້ອງການ ຂອງປະຊາຊົນ ແລະ ການວາງແຜນການພັດທະນາພະລັງງານໄຟຟ້າ ຕ້ອງໃຫ້ສົມຄູ່, ສອດຄ່ອງ ແລະ ໄປ ຄຽງຄູ່ກັບການພັດທະນາຂະແໜງການອື່ນ ແລະ ແນໃສ່ຫຼຸດຜ່ອນການນໍາເຂົ້າໄຟຟ້າຈາກຕ່າງປະເທດ, ການເກັບກຳຂໍ້ມູນ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຕ້ອງ ລະອຽດຊັດເຈນ, ປະຊາຊົນທີ່ຖືກຜົນກະທົບຕ້ອງມີສ່ວນຮ່ວມ ແລະ ມີປະສານສົມທົບກັບພາກສ່ວນທີ່ ກ່ຽວຂ້ອງຢ່າງກົມກຽວ ຕໍ່ເນື່ອງ, ປະເມີນຄືນ, ສ້າງ ແລະ ປັບປຸງ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ປັບປຸງຂອດປະສານ ງານໃຫ້ມີຄວາມກົມກຽວ ພ້ອມທັງ ຄົ້ນຄວ້າ ແລະ ກຳນົດເອົາພະລັງງານທົດແທນອື່ນໆ, ລົງທຶນ ແລະ ລະດົມທຶນ ເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ແຕ່ເໜືອຮອດໃຕ້ ໃຫ້ສາມາດ ຮອງຮັບເອົາກະແສໄຟຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ ແລະ ໃຫ້ພິຈາລະນາລວມເອົາ ສາຍສົ່ງໄຟຟ້າໄປຕ່າງປະເທດເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດໃຫ້ບັນດາໂຄງການລົງທຶນກໍ່ສ້າງສາຍ ສົ່ງໄຟຟ້າເປັນຂອງຕົນເອງ ພ້ອມທັງ ຄົ້ນຄວ້າສ້າງນິຕິກຳ ຄຸ້ມຄອງວຽກງານດັ່ງກ່າວໃຫ້ສຳເລັດ; ປັບປຸງລະບົບພະລັງງານໄຟຟ້າ ໃຫ້ມີຄວາມໝັ້ນຄົງ ມີຄວາມພ້ອມໃນການສະໜອງໄຟຟ້າ ໃຫ້ ພຽງພໍຕໍ່ຄວາມຕ້ອງການ ທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍການພິຈາລະນາພັດທະນາໄຟຟ້າ ພະລັງງານຄວາມຮ້ອນ ຫຼື ພະລັງງານໄຟຟ້າອື່ນ ເພື່ອຮັບປະກັນການພັດທະນາລະບົບພະລັງງານໄຟຟ້າ ໃຫ້ ມີຄວາມສະຖຽນ, ໝັ້ນຄົງ ແລະ ຜູ້ຊົມໃຊ້ສາມາດເຂົ້າເຖິງດ້ວຍລາຄາ ທີ່ເໝາະສົມ, ເປັນທຳ, ໃຫ້ສືບຕໍ່ຄົ້ນຄວ້າປັບປຸງຍຸດທະສາດການພັດທະນາພະລັງງານໄຟຟ້ານໍ້າຕົກ ຈະຄວນສຸມໃສ່ທິດ ທາງໃດ ເປັນຕົ້ນຕໍ ເພື່ອໃຫ້ມີການປະສານສົມທົບກັນຢ່າງກົມກຽວ ລະຫວ່າງ ເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ; ຢຸດຕິການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນໍ້າຂະໜາດນ້ອຍ, ຫຼຸດຜ່ອນການພັດທະນາ ພະລັງງານໄຟຟ້າຈາກເຂື່ອນໄຟຟ້ານໍ້າຕົກ ແລະ ຫັນໄປສູ່ພະລັງງານໄຟຟ້າ, ພະລັງງານທົດແທນໃນຮູບແບບ ອຶ່ນ, ຄົ້ນຄວ້າ ປັບປຸງໂຄງສ້າງລາຄາໄຟຟ້າ ຕ້ອງໃຫ້ສ່ອງຄອດ ກັບສະພາບການດໍາລົງຊີວິດ ຂອງປະຊາຊົນ ແລະ ການດໍາເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າລາວ;ມີການແບ່ງຂັ້ນຄຸ້ມຄອງ ຢ່າງຈະແຈ້ງ ຄື ກະຊວງອົງການຂັ້ນສູນກາງ ດໍາເນີນໜ້າທີ່ຄຸ້ມຄອງມະຫາພາກ ມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການໃຫ້ຄະນະພັກອົງການປົກຄອງທ້ອງຖິ່ນ, ສະພາປະຊາຊົນແຂວງ ແລະ ພະແນກການທີ່ກ່ຽວຂ້ອງ, ສ້າງ ແລະ ຍົກລະດັບບຸກຄະລາກອນ ໃນຂະແໜງການໄຟຟ້າ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຊຳນານງານ ເພື່ອກະກຽມຄວາມພ້ອມ ໃນການຄຸ້ມຄອງ ແລະ ບໍລິຫານຈັດການ ບັນດາໂຄງການ ພະລັງງານໄຟຟ້ານໍ້າຕົກ ທີ່ຈະສົ່ງມອບຄືນໃຫ້ລັດຖະບານ ພາຍຫຼັງສິ້ນສຸດອາຍຸສັນຍາສຳປະທານໂຄງການ.
ໂດຍ: ສຸກສາຄອນ-ໄພນາລີນ.