Unitel Logistics ຄົບຮອບ 1 ປີ: ເຊື່ອມໂຍງການຄ້າ ກ້າວໄກທົ່ວທຸກພາກສ່ວນ

ນັບຕັ້ງແຕ່ກ້າວທຳອິດ ໃນທ້າຍປີ 2025, Unitel Logistics ໄດ້ຄ່ອຍໆສ້າງ ແລະ ພັດທະນາເຄືອຂ່າຍຂົນສົ່ງໃຫ້ກວ້າງຂວາງຂຶ້ນ, ປະກອບສ່ວນເຊື່ອມໂຍງປະຊາຊົນ, ທຸລະກິດ ແລະ ຊຸກຍູ້ການຄ້າ ລວມເຖິງເສດຖະກິດດິຈິຕອນໃນ ສປປ ລາວ.ພາຍຫຼັງດຳເນີນງານຄົບ 1 ປີ, Unitel Logistics ຊຶ່ງເປັນບໍລິການຂົນສົ່ງ ແລະ ຈັດສົ່ງພັດສະດຸພາຍໃຕ້ລະບົບນິເວດ Unitel ໄດ້ບັນລຸຜົນງານໃນທາງບວກ ທັງດ້ານການພັດທະນາເຄືອຂ່າຍ, ການເຕີບໂຕຂອງລາຍຮັບ ແລະ ການຂະຫຍາຍບໍລິການ.ພາຍຫຼັງໄລຍະເວລາດຳເນີນງານບໍ່ດົນ, Unitel Logistics ໄດ້ຂະຫຍາຍເຄືອຂ່າຍໃຫ້ຄອບຄຸມທັງ 18 ແຂວງ ແລະ ນະຄອນ ດ້ວຍຈຸດບໍລິການເກືອບ 1.000 ແຫ່ງ, ລວມທັງຮ້ານບໍລິການ Unitel…













