ກະຊວງອຸດສາຫະກໍາ ແລະ ການຄ້າ ສຸມໃສ່ສ້າງການຫັນປ່ຽນໃຫ້ປະເທດເຮົາເປັນ“ເສດຖະກິດທີ່ມີອຸດສາຫະກຳເຂັ້ມແຂງດ້ວຍພະລັງງານຕົນເອງ”



ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕອນບ່າຍວັນທີ 12 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຜ່ານບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້າ ໃນນີ້ການພັດທະນາແຫຼ່ງພະລັງງານໄຟຟ້າ ໄດ້ສ້າງລາຍຮັບທີ່ສໍາຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມໃນໄລຍະຜ່ານມາ, ສະເພາະປີ 2024, ລາຍຮັບຈາກການສົ່ງອອກໄຟຟ້າ ມີ ມູນຄ່າເຖິງ 2,655 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 12% ຈາກປີ 2023); ການລົງທຶນພັດທະນາແຫຼ່ງໄຟຟ້າຕ່າງໆ ໄດ້ນໍາເອົາຜົນປະໂຫຍດປິ່ນອ້ອມມາສູ່ປະເທດເຮົາ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ລະບົບສາຍສົ່ງ, ນໍ້າສະອາດ, ໂຮງງານ, ສຸກສາລາ, ຕະຫຼາດ, ຄິວລົດ ແລະ ອື່ນໆ ເຊິ່ງໄດ້ປະກອບສ່ວນສໍາຄັນ ຕໍ່ການປ່ຽນແປງວິຖີຊີວິດ ແລະ ຍົກລະດັບຊີວິດການເປັນຢູ່ ຕໍ່ປະຊາຊົນລາວ ທັງພາຍໃນຕົວເມືອງ ແລະ ຊົນນະບົດ, ສປປ ລາວ ໄດ້ຖືກຮັບຮູ້ຢ່າງກວ້າງຂວາງ ໃນພາກພື້ນ ວ່າເປັນປະເທດທີ່ຜະລິດພະລັງງານສະອາດ ແລະ ດຶງດູດການລົງທຶນເຂົ້າໃນການພັດທະນາອຸດສາຫະກຳ ແລະ ການບໍລິການ. ໃນນີ້, ອັນພົ້ນເດັ່ນ ແມ່ນການພັດທະນາເຂດເສດຖະກິດພິເສດ ທີ່ມີນັກລົງທຶນມາຕັ້ງໂຮງຈັກ-ໂຮງງານ ຍ້ອນມີພະລັງງານ ເພື່ອເຮັດການຜະລິດສົ່ງອອກ ເຖິງແມ່ນວ່າພະລັງງານເລີ່ມບໍ່ພຽງພໍ ຍ້ອນຄວາມຕ້ອງການຊົມໃຊ້ໄຟຟ້າສູງຂຶ້ນ, ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂຂໍ້ຄົງຄ້າງ ທີ່ຜ່ານມາ ແລະ ພັດທະນາຂະແໜງພະລັງງານໃຫ້ເຂັ້ມແຂງ, ຍືນຍົງ ແລະ ໃຫ້ປະເທດຊາດ-ປະຊາຊົນໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະປະຕິບັດທິດທາງ ແລະ ມາດຕະການ ໃນການຄົ້ນຄວ້າ ແລະ ເຈລະຈາສັນຍາກັບຜູ້ພັດທະນາ ທີ່ປະເທດເຮົາເສຍປຽບຫຼາຍ ໃນໄລຍະ ຜ່ານມາ ໂດຍສະເພາະສະເໜີປັບໂຄງສ້າງໜີ້, ຍືດໄລຍະຊຳລະໜີ້ ແລະ ຫຼຸດດອກເບ້ຍ; ສະເໜີປັບປຸງສັນຍາ ເພື່ອໃຫ້ລັດຖະບານສາມາດແບ່ງປັນລາຍໄດ້ຈາກການຂາຍໄຟຟ້າ ເພີ່ມຂຶ້ນ.ໃຫ້ບູລິມະສິດແກ່ການສະໜອງພະລັງງານ ເພື່ອການຊົມໃຊ້ ແລະ ພັດທະນາອຸດສາຫະກຳ ພາຍໃນປະເທດເພີ່ມສັດສ່ວນການສະຫງວນພະລັງງານ ທີ່ໃນໂຄງການສ້າງໃໝ່ ໃຫ້ໄດ້ 20-30% ໃນລາຄາຫຼຸດການສົ່ງອອກ ເພື່ອກະຕຸ້ນການລົງທຶນພັດທະນາອຸດສາຫະກຳ; ສ້າງນິຄົມອຸດສາຫະກຳ ບໍ່ໄກໂຮງງານຜະລິດໄຟຟ້າ ເພື່ອຫຼຸດຜ່ອນຕົ້ນທຶນການສ້າງສາຍສົ່ງ; ຈຳກັດການສົ່ງອອກວັດຖຸດິບ ເພື່ອສົ່ງເສີມການພັດທະນາອຸດສາຫະກຳປຸງແຕ່ງ ແຮ່ທາດ ແລະ ກະສິກຳ, ພັດທະນາພະລັງງານທາງເລືອກ ເພື່ອຫຼຸດຜ່ອນການເພິ່ງພະລັງງານນໍ້າຫຼາຍເກີນໄປ
ສົ່ງເສີມການພັດທະນາພະລັງງານແສງຕາເວັນ ແລະ ພະລັງງານລົມໃຫ້ຫຼາຍຂຶ້ນ ໂດຍນໍາໃຊ້ພື້ນທີ່ເປົ່າຫວ່າງ ທີ່ມີທາງແຮງດ້ານແດດ ແລະ ລົມ. ເຊັ່ນ: ເຂດໜ້າອ່າງເກັບນໍ້າ, ເຂດພູເຂົາ-ມີລົມ; ດຶງດູດ ແລະ ຄັດເລືອກນັກລົງທຶນທີ່ດີ ເພື່ອຮ່ວມມືກັບລັດຖະບານ ພັດທະນາໂຄງການ ພະລັງງານສົ່ງເສີມການຮ່ວມລົງທຶນ ໂຄງການພັດທະນາພະລັງງານ ໂດຍລັດວິສາຫະກິດ ຫຼື ເອກະຊົນພາຍໃນຖືຮຸ້ນ ຢ່າງໜ້ອຍ 30%; ສ້າງນະໂຍບາຍພິເສດ ເພື່ອສົ່ງເສີມການລົງທຶນຜະລິດພະລັງງານສະໜອງໃຫ້ອຸດສາຫະກຳ ພາຍໃນ ໂດຍສະເພາະອຸດສາຫະກຳປຸງແຕ່ງແບບເປັນລະບົບຕ່ອງໂສ້ການຜະລິດ.
– ອໍານວຍຄວາມສະດວກ, ຊຸກຍູ້ ແລະ ຊ່ວຍເຫຼືອ ເພື່ອເລັ່ງພັດທະນາໂຄງການພະລັງງານ ທີ່ໄດ້ສຶກສາ ຫຼື ສໍາປະທານແລ້ວ;
– ປະຕິຮູບລະບົບການເງິນ ແລະ ການບໍລິຫານ ສ້າງລະບົບທັນສະໄໝ ເພື່ອຕິດຕາມ ແລະ ຄວບຄຸມການເກັບລາຍຮັບ ຈາກການຂາຍ ພະລັງງານໃນຕະຫຼາດພາຍໃນ ແລະ ສົ່ງອອກ;
– ປະຕິຮູບລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດລູກ ໃຫ້ມີຄວາມຄືບໜ້າໄວຂຶ້ນ ຜ່ານມາລັດຖະບານ ໄດ້ແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດ ເພື່ອຄົ້ນຄວ້າ ແລະ ຊີ້ນໍາ ການປະຕິຮູບດັ່ງກ່າວແລ້ວ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະເລັ່ງດໍາເນີນການຕາມແຜນປະຕິຮູບ ທີ່ລັດຖະບານໄດ້ຮັບຮອງ ເປັນຕົ້ນ: ແຜນປັບປຸງພາຍໃນ ໂດຍສະເພາະການຫຼຸດລາຍຈ່າຍ, ຫຼຸດການສູນເສຍພະລັງງານ, ຫຼຸດພະນັກງານ, ປັບປຸງລະບົບບັນຊີ-ການເງິນ, ແກ້ໄຂບັນຫາຄວາມໂປ່ງໃສ; ປັບປຸງໂຄງສ້າງລາຄາພາກຂາຍ ໂດຍຄ່ອຍຂຶ້ນລາຄາໄຟຟ້າ ເພື່ອໃຫ້ສ່ອງແສງເຖິງຕົ້ນທຶນ ຕົວຈິງ; ເລັ່ງຈັດຕັ້ງປະຕິບັດໂຄງການລົງທຶນທີ່ມີປະສິດທິຜົນສູງ ທາງດ້ານເສດຖະກິດ ເພື່ອສ້າງແຫຼ່ງລາຍຮັບໃໝ່ໃຫ້ແກ່ບໍລິສັດ ແລະ ອື່ນໆ
ທ່ານ ມະໄລທອງ ກົມມະສິດ ກ່າວຕື່ມວ່າ: ທິດທາງໃນຕໍ່ໜ້າ ແມ່ນຕ້ອງສ້າງການຫັນປ່ຽນປະເທດເຮົາ ຈາກການເປັນ “ໝໍ້ໄຟໃຫ້ແກ່ກຳໄລຂອງຕ່າງປະເທດ” ມາເປັນ “ເສດຖະກິດທີ່ມີອຸດສາຫະກຳເຂັ້ມແຂງດ້ວຍ ພະລັງງານຕົນເອງ” ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍການເຈລະຈາໜີ້ສິນ, ໃຫ້ບູລິມະສິດແກ່ການສ້າງອຸດສາຫະກຳພາຍໃນ, ສ້າງຄວາມຫຼາກຫຼາຍທາງດ້ານການຜະລິດ ພະລັງງານ ແລະ ສ້າງໂຄງການລົງທຶນແບ່ງປັນຜົນປະໂຫຍດ ທີ່ຄຸ້ມຄ່າ-ເປັນທຳ. ເຮັດແນວນີ້ໄດ້ ສປປ ລາວ ກໍມີຄວາມສາມາດທີ່ຈະສ້າງເສດຖະກິດທີ່ເຂັ້ມແຂງ ບົນພື້ນຖານການມີຂະແໜງພະລັງງານເປັນແຮງຂັບເຄື່ອນໃນອະນາຄົດ.
ຂ່າວ: ໄພນາລິນ-ສຸກສາຄອນ