ຄົ້ນຄວ້າປຶກສາຫາລືກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ

ກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ ເພື່ອຂໍ່າຮັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ຈັດຂຶ້ນໃນວັນທີ 25 ເມສາ 2025 , ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນກະຊວງປ້ອງກັນປະເທດ, ມີບັນດາອະນຸກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ບັນດາອະນຸກໍາມະການຮັບຜິດຊອບແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ ແລະ ຜ່ານແຜນການ ແຕ່ງເພງມູນເຊື້ອແມ່ຍິງກອງທັບ…













