ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ
Admin

Admin

ສຳເລັດກອງປະຊຸມໃຫຍ່ ຄັ້ງທິ VI ຂອງກຳມະບານຮາກຖານໂຮງພິມກອງທັບ

ກອງປະຊຸມໃຫຍ່ ຄັ້ງທິ VI ຂອງກຳມະບານຮາກຖານໂຮງພິມກອງທັບ ໄດ້ໄຂຂຶ້ນ ແລະ ສຳເລັດດ້ວຍໝາກຜົນອັນຈົບງາມ, ໃນວັນທີ 8 ພຶດສະພາ 2025, ໂດຍການປະທານຂອງສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຫົວໜ້າຫ້ອງການກຳມະບານກອງທັບ, ມີສະຫາຍ ພັນເອກ ລະຄອນແກ້ວ ແກ້ວກິນນາລີ ເລຂາໜ່ວຍພັກ ອໍານວຍການໂຮງພິມກອງທັບ, ມີບັນດາຄະນະກຳມະບານຮາກຖານ, ພ້ອມດ້ວຍສະມາຊິກກຳມະບານ-ກຳມະກອນໂຮງພິມກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ສົມໝາຍ ພົນທິລາດ ປະທານກໍາມະບານຮາກຖານໂຮງພິມກອງທັບ ໄດ້ຜ່ານບົດລາຍງານການເມືອງແຜນພັດທະນາກໍາມະບານ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ໃນຕໍ່ໜ້າ ໂດຍຄະນະປະທານກໍາມະບານຮາກຖານໂຮງພິມກອງທັບ…

ສະຫຼຸບຖອດຖອນບົດຮຽນ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະດັບຫຼຽນກາລະນຶກ 70 ປີ ແລະ ມອບບັດສະມາຊິກພັກ ທົ່ວອົງຄະນະພັກ ກອງພັນໃຫຍ່ 11.

ວັນທີ 7 ພຶດສະພາ 2025 , ກອງພັນໃຫຍ່ 11 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະດັບຫຼຽນກາລະນຶກ 70 ປີ ແລະ ມອບບັດສະມາຊິກພັກ ທົ່ວອົງຄະນະພັກ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 11, ຄະນະພັກ – ຄະນະບັນຊາ, ມີພະນັກງານ ແລະ ສະມາຊິກພັກຫຼັກແຫຼ່ງ ທົ່ວກົມກອງເຂົ້າຮ່ວມ. ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກ,…

ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ຢ້ຽມຢາມ ພະນັກງານ-ນັກຮົບ ທີ່ກຳລັງປີ່ນປົວເບີ່ງແຍງສຸຂະພາບຢູ່ໂຮງໝໍສູນກາງ 103 ກອງທັບ.

ວັນທີ 7 ພຶດສະພາ 2025, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ນໍາໂດຍສະຫາຍ ພົນຈັດຕະວາ ສີ ທະວີໄຊ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ໃຫ້ກຳລັງໃຈພະນັກງານ-ນັກຮົບທີ່ຖືກບາດເຈັບ ແລະ ເຈັບປ່ວຍ ກຳລັງປີ່ນປົວເບີ່ງແຍງສຸຂະພາບຢູ່ໂຮງໝໍສູນກາງ 103 ກອງທັບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ສະແດງຄວາມເປັນຫ່ວງເປັນໃຍຕໍ່ກັບພະນັກງານ-ນັກຮົບ ທີ່ກຳລັງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເຂດຫ່າງໄກສອກຫຼີ້ກທຸລະກັນດານດ້ວຍຄວາມອົງອາດກ້າຫານ ແລະ ຜ່ານຜ່ານອຸປະສັກຫຍຸ້ງຍາກນນາໆ ປະການ ເພື່ອຄວາມສະຫງົບສຸກຂອງປະເທດຊາດ ກໍຄືຂອງປະຊາຊົນລາວບັນດາເຜົ່າ. ພ້ອມນີ້, ສະຫາຍຍັງໄດ້ຝາກຄວາມຢື່ຢາມຖາມຂ່າວເຖີງພະນັກງານ-ນັກຮົບ ທຸກສະຫາຍທີ່ກຳລັງປະຕິບັດໜ້າທີ່ ເພື່ອປົກປັກຮັກສາເຂດນໍ້າແດນດິນຂອງປະເທດຊາດ…

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຊຸດອົບຮົມ ວຽກງານການເມືອງ-ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2025.

ວັນທີ 8 ພຶດສະພາ 2025, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ເປີດຊຸດອົບຮົມວຽກງານການເມືອງ-ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2025 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງການ, 2 ກອງພັນ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຜ່ານແຜນການອົບຮົມ, ໂດຍປະຕິບັດຕາມຄໍາສັ່ງ ຂອງກົມໃຫຍ່ເສນາທິການກອງທັບ, ຄໍາສັ່ງ ຂອງກົມອົບຮົມໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບ ສະນັ້ນ, ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ຈຶ່ງໄດ້ສ້າງແຜນການອົບຮົມ-ຫັດແອບ…

ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານ ຕິດພັນກັບການພັດທະນາສີມືແຮງງານໃຫ້ນັບມື້ດີຂຶ້ນ.

ໜ່ວຍຮາກຖານກໍາມະບານໂຮງງານສ້ອມແປງລົດ-ເຮືອເປັນໜ່ວຍເອກະລາດເຮັດວຽກລັດບໍລິຫານ ເຊິ່ງຕະຫຼອດໄລຍະຜ່ານມາຄະນະກຳມະບານ ໄດ້ເອົາໃຈໃສ່ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ ສ້ອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເພື່ອແລກປ່ຽນບົດຮຽນກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອປັບປຸງທັດສະນະຄະຕິ ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບຕົວຈິງ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ກົດໝາຍກໍາມະບານ ເເລະ ເອກະສານຕ່າງໆທີ່ສະເເດງເຖິງມູນເຊື້ອຂອງກອງທັບ ມາສຶກສາອົບຮົມໃຫ້ສະມາຊິກກໍາມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານ ເຮັດສຳເລັດໜ້າທີ່ຕາມການມອບໝາຍ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ສະຫາຍ ພັນໂທ ວົງເເສງ ເເພງມະນີ ຮອງອໍານວຍການໂຮງງານ, ຫົວໜ້າພະແນກສ້ອມເເປງ ປະທານກໍາມະບານໂຮງງານສ້ອມເເປງລົດ-ເຮືອກອງທັບ ໄດ້ໃຫ້ຮູ້ວ່າ: ຄະນະໜ່ວຍຮາກຖານກໍາມະບານໂຮງງານສ້ອມແປງລົດ-ເຮືອ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານໂດຍ ຕິດພັນກັບການພັດທະນາສີມືແຮງງານໃຫ້ນັບມື້ດີຂຶ້ນ, ເອົາໃຈໃສ່ນໍາພາ-ຊີ້ນໍາຂະບວນການປະຕິບັດແຜນການຄາດໝາຍສູ້ຊົນຂອງບັນດາກົມກອງສໍາເລັດຕາມແຜນການໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ, ການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ…

ກໍາມະບານກອງທັບຖືສໍາຄັນໃນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຕິດພັນກັບໜ້າທີ່ການເມືອງຂອງກົມກອງ.

ຫ້ອງການກໍາມະບານກອງທັບ ແມ່ນອົງການຈັດຕັ້ງມະຫາຊົນ ທີ່ເຮັດວຽກພາຄີເປັນເສນາທິການໃຫ້ແກ່ຄະນະພັກ ກະຊວງປ້ອງກັນປະເທດກໍຄືກົມໃຫຍ່ການເມືອງກອງທັບ, ຊຶ່ງມີຖານະທຽບເທົ່າກັບບັນດາກົມນ້ອຍທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ, ໄດ້ປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ ຂອງຕົນຕາມການມອບໝາຍ ຂອງຄະນະພັກກະຊວງປ້ອງກັນປະເທດ. ປັດຈຸບັນກຳມະບານກອງທັບມີກຳມະບານ ຮາກຖານທັງໝົດ 12 ສະຫະພັນກໍາມະບານ, ມີ 20 ກໍາມະບານຮາກຖານເອກະລາດ ແລະ 58 ກໍາມະບານຮາກຖານທີ່ຂຶ້ນກັບສະຫະພັນກໍາມະບານຮາກຖານໃນກອງທັບ, ມີ ກຳມະກອນທັງໝົດ 4.519 ສະຫາຍ, ຍິງ 1.529 ສະຫາຍ, ມີສະມາຊິກກຳມະບານທັງໝົດ 3.372 ສະຫາຍ, ຍິງ 1.529 ສະຫາຍ, ຂະຫຍາຍໃໝ່ 567 ສະຫາຍ, ຍິງ 258 ສະຫາຍ,…

ຖືເອົາເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບວຽກງານການຜະລິດ.

ໜ່ວຍຊາວໜຸ່ມບໍລິສັດຮ່ວມທຸລະກິດຕ່ຳແຜ່ນ ແລະ ຍ້ອມສີລາວ-ຫວຽດນາມ ແມ່ນໜ່ວຍຊາວໜຸ່ມຮາກຖານໜື່ງທີ່ຢູ່ພາຍໃຕ້ການນຳພາຊີ້ນຳຂອງພະແນກຊາວໜຸ່ມ ຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ແລະ ນໍາພາ-ບັນຊາໂດຍກົງຢ່າງຮອບດ້ານ ຂອງຄະນະພັກ-ຄະນະບັນຊາ ບໍລິສັດຮ່ວມທຸລະກິດຕ່ຳແຜ່ນ ແລະ ຍ້ອມສີ ລາວ- ຫວຽດນາມ ເປັນອົງການຈັດຕັ້ງມະຫາຊົນໜຶ່ງທີ່ເປັນກໍາລັງແຮງສໍາຄັນ ໃຫ້ແກ່ຄະນະພັກ-ຄະນະບັນຊາກົມກອງ ໃນການເຄື່ອນໄຫວຕາມສິດ ແລະ ໜ້າທີ່ທຽບເທົ່າກັບອົງການຈັດຕັ້ງມະຫາຊົນອື່ນໆ, ເຊີ່ງໃນໄລຍະຜ່ານມາ ໜ່ວຍຊາວໜຸ່ມ ບໍລິສັດຕໍ່າແຜ່ນ ແລະ ຍ້ອມສີ ລາວ-ຫວຽດນາມ ໄດ້ເອົາໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ ເຂົ້າໃນການເຄື່ອນໄຫວວຽກງານການຈັດຕັ້ງຂອງກົມກອງ ກໍຄື ຂອງບໍລິສັດ ໂດຍສະເພາະແມ່ນວຽກງານການຜະລິດແຜ່ນແພ ສະໜອງໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຕາມແຜນການຢ່າງມີຜົນສຳເລັດ. ສະຫາຍ ຮ້ອຍເອກ ພອນໄຊ ພຸດທະວົງ…

ກອງບັນຊາການທະຫານແຂວງຜົ້ງສາລີ ຖືສຳຄັນວຽກງານ ປ້ອງກັນຊາດທົ່ວປວງຊົນຮອບດ້ານຂອງພັກ.

ແຂວງຜົ້ງສາລີ ແມ່ນແຂວງໜຶ່ງທີ່ຢູ່ເໜືອສຸດຂອງປະເທດລາວ ມີເນື້ອທີ່ປະມານ 16.270 ກິໂລຕາແມັດ, ມີຊາຍແດນຕິດກັບ 2 ປະເທດຄື: ທິດຕາເວັນອອກຕິດກັບແຂວງດຽນບຽນຟູ ແຫ່ງ ສສ ຫວຽນນາມ ມີເສັ້ນຊາຍແດນຮ່ວມກັນປະມານ 352 ກິໂລແມັດ, ມີຫຼັກໝາຍຊາຍແດນຮ່ວມກັນ 119 ຫຼັກໝາຍ, ທິດຕາເວັນຕົກຕິດກັບມົນທົນຢູນນານ ແຫ່ງ ສປ ຈີນ ມີເສັ້ນຊາຍແດນຮ່ວມກັນຍາວ 323 ກິໂລແມັດ, ມີຫຼັກໝາຍຊາຍແດນ 64 ຫຼັກໝາຍ, ມີຊາຍແດນຕິດກັບແຂວງພາຍໃນຄື: ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ. ແຂວງຜົ້ງສາລີ ແມ່ນແຂວງພູດອຍກວມເຖິງ 99%, ມີພູຜາປ່າດົງທີ່ສະຫຼັບຊັບຊ້ອນ, ພູສູງເຫວເລິກ, ມີຫ້ວຍຮ່ອງ, ແມ່ນໍ້າລໍາເຊຫຼາຍສາຍ, ໃນນີ້…

ຊົນຊັ້ນກຳມະກອນ ເປັນຊົນຊັ້ນທີ່ມີນໍ້າໃຈກ້າຫານຕໍ່ສູ້ຢ່າງເດັດດ່ຽວໜ່ຽວແໜ້ນກວ່າໝູ່ ແລະ ມີມານະຈິດປະຕິວັດສູງສົ່ງສຸດກົກສຸດປາຍ.

ຄືດັ່ງທີ່ຮູ້ນໍາກັນແລ້ວວ່າ: ວັນທີ 1 ພຶດສະພາ ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນໜຶ່ງສໍາລັບຊົນຊັ້ນກຳມະກອນ-ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນລຸກຮື້ຂຶ້ນຕໍ່ຕ້ານການກົດຂີ່ຂູດຮີດເພື່ອທວງເອົາສິດທິພື້ນຖານຂອງຕົນ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນ ແລະ ໃນສະຖານະການໃໝ່ ບັນດາປະເທດພັດທະນາໃນໂລກຍັງໄດ້ໃຫ້ຄວາມສໍາຄັນຕໍ່ກັບຊົນຊັ້ນກຳມະກອນ, ເພາະຊົນຊັ້ນກຳມະກອນໄດ້ກາຍເປັນກຳລັງແຮງໃນການສ້າງ ແລະ ນໍາໃຊ້ຜົນສຳເລັດເຕັກໂນໂລຊີທັນສະໄໝເຂົ້າສູ່ການຜະລິດ ແລະ ຊົນຊັ້ນກຳມະກອນຍັງເປັນຊົນຊັ້ນທີ່ມີສະຕິຕໍ່ການຈັດຕັ້ງສູງ, ຮູ້ປະສານກົມກ່ຽວລະຫວ່າງຜົນປະໂຫຍດສ່ວນບຸກຄົນ, ລວມໝູ່ ແລະ ຂອງຊາດ. ສະຫາຍ ພັນໂທ ພອນສະຫວັນ ຫຼວງອາໄພ ຮອງອຳນວຍການໂຮງງານເກີບທັນວາ ໄດ້ໃຫ້ສຳພາດ ວ່າ: ສໍາລັບໂຮງງານເກີບທັນວາກອງທັບ ຕະຫຼອດໄລຍະຜ່ານມາ ຄະນະພັກ-ຄະນະອຳນວຍການໂຮງງານເກີບທັນວາ ໄດ້ຍົກສູງພາລະບົດບາດໜ້າທີ່ການເຄື່ອນໄຫວ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ-ຊາວຜູ້ອອກແຮງງານ, ນໍາໃຊ້ຄວາມຮູ້ສະຕິປັນຍາ ແລະ ເຫື່ອແຮງຂອງມະຫາຊົນ ປະກອບສ່ວນເຂົ້າໃນການພາລະກິດພັດທະນາເສດຖະກິດ ສັງຄົມຂອງຊາດ ແລະ ໂຮງງານຢ່າງຕັ້ງໜ້າ…

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບກົດລັບ ຄົບຮອບ 70 ປີ.

ພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບກົດລັບ ຄົບຮອບ 70 ປີ (12 ເມສາ 1955-12 ເມສາ 2025) ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ມີພະນັກງານປະຕິວັດອາວຸໂສບຳນານ, ບັນດາກົມກອງເຫຼົ່າຮົບ, ແຂກຖືກເຊີນ ຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຄຳເຫຼັກ ວົງດອນໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງເຫຼົ່າຮົບກົດລັບ…

ວັນທີ 1 ພຶດສະພາ ເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ

ວັນທີ 1 ພຶດສະພາ ເປັນວັນກຳມະກອນສາກົນ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ເປັນວັນທີ່ກຳມະກອນໃນທົ່ວໂລກໄດ້ລຸກຮື້ຂຶ້ນ ໃນທ່າມກາງສະພາບແວດລ້ອມທີ່ຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂື້ນໃນທ້າຍສັດຕະວັດ ທີ XVIII ຫາຕົ້ນສັດຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາໄດ້ສຳເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຕອບສະໜອງວັດຖຸ ແລະ ສິ່ງຂອງຕ່າງໆ ເຂົ້າໃນການຮັບໃຊ້ຊີວິດປະຈຳວັນນັບມື້ສູງຂຶ້ນ ແລະ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ ຈຳນວນກຳມະກອນກໍມີການເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆກັບການຂະຫຍາຍຕົວຂອງການຜະລິດ. ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກແຕ່ໄດ້ຮັບຄ່າແຮງງານໜ້ອຍ, ບໍ່ມີການປ້ອງກັນສຸຂະພາບ ແລະ…

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າວາງພວງມາລາ ຢູ່ສຸສານ ສະຫາຍ ພົນເອກ ຫວໍ້ຫງວຽນຢາບ

ໃນຕອນເຊົ້າວັນທີ 28 ເມສາ 2025, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ສຸສານ ສະຫາຍ ພົນເອກ ຫວໍ້ຫງວຽນຢາບ ທີ່ເມືອງກວາງແຈັກ ແຂວງກວາງບິງ ສສ ຫວຽດນາມ ເນື່ອງໃນໂອກາດເດີນທາງເຂົ້າຮ່ວມພິທີເປີດນໍາໃຊ້ທ່າເຮືອ ເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ແລະ ຈະສືບຕໍ່ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ. ການເຂົ້າວາງພວງມາລາ ຢູ່ສຸສານ ສະຫາຍ…

ເປີດນໍາໃຊ້ ທ່າເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດນາມ.

ພິທີເປີດການນໍາໃຊ້ ທ່າເຮືອ ເລກ 3 ທ່າເຮືອສາກົນ ລາວ-ຫວຽດນາມ ຫວຸ້ງອາງ ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 28 ເມສາ 2025, ເຊິ່ງຕັ້ງຢູ່ ເມືອງກິແອັງ ແຂວງຮາຕິງ ສສ ຫວຽດນາມ, ເປັນກຽດຢ່າງສູງເຂົ້າຮ່ວມພິທີ ທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຄັ້ງນີ້ ຝ່າຍລາວ ໂດຍແມ່ນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຝ່າຍ ຫວຽດນາມ ໂດຍແມ່ນ ສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ…

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວກວດກາຄວາມພ້ອມພິທີເປີດການນໍາໃຊ້ທ່າເຮືອສາກົນ ລາວ-ຫວຽດນາມ.

ໃນວັນທີ 27 ເມສາ 2025, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ແລະ ຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ຂອງ ສປປ ລາວ ໄດ້ເຄື່ອນໄຫວຊີ້ນໍາ ກວດກາ-ຊຸກຍູ້ວຽກງານການກະກຽມຄວາມພ້ອມໃຫ້ແກ່ພິທີເປີດນໍາໃຊ້ທ່າເຮືອ ເລກ 3 ທ່າເຮືອສາກົນ ລາວ-ຫວຽດນາມ ຫວຸ້ງອາງ ເຊິ່ງຕັ້ງຢູ່ເມືອງກິແອັງ ແຂວງຮ່າຕິ້ງ ສສ ຫວຽດນາມ. ໂອກາດນີ້, ຄະນະອໍານວຍການບໍລິສັດຮຸ້ນສ່ວນ ທ່າເຮືອສາກົນ ລາວ-ຫວຽດນາມ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກການກະກຽມ ເຫັນວ່າມີຄວາມພ້ອມຮອບດ້ານ ແລະ ຮັບປະກັນໃຫ້ແກ່ພິທີເປີດນໍາໃຊ້ທ່າເຮືອ ເລກ 3 ທ່າເຮືອສາກົນ…

ຮອງຫົວຫນ້າກົມໃຫ່ຍເສນາທິການກອງທັບປະຊາຊົນຫວຽດນາມ ເຄື່ອນໄຫວຢ້ຽມຢາມ ບັນດາກ້ອນກຳລັງສວນສະໜາມທີ່ເຂົ້າຮ່ວມວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ.

ສະຫາຍ ພົນໂທ ຫງວຽນ ວັນ ເງ້ຍ ຮອງຫົວຫນ້າກົມໃຫ່ຍເສນາທິການກອງທັບ ປະຊາຊົນຫວຽດນາມ ເຄື່ອນໄຫວຢ້ຽມຢາມພົບປະ ບັນດາກ້ອນກຳລັງສວນສະໜາມທີ່ ເຂົ້າຮ່ວມເດີນສວນສະໜາມໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 50 ປີ ທີ່ນະຄອນ ໂຮ່ຈິມີນ ສສ ຫວຽດນາມ ໃນວັນທີ 26 ເມສາ 2025, ໃນນີ້ປະກອບ ມີກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ, ສປ ຈີນ ແລະ ຣາຊາອານາຈັກກຳປູເຈຍ. ໂອກາດນີ້, ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ກໍ່ໄດ້ຕາງໜ້າພັກ-ລັດກໍ່ຄືປະຊາຊົນຫວຽດນາມ ສະເເດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕີລາຄາສູງຕໍ່ການເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 50 ປີ ເຕົ້າໂຮມປະເທດຊາດເປັນເອກະພາບ ຂອງບັນດາກ້ອນກຳລັງກອງທັບປະຊາຊົນລາວ, ສປ ຈີນ ແລະ ຣາຊາອານາຈັກກຳປູເຈຍ ໃນຄັ້ງນີ້…