ພຶດຕິກຳກັດເລັບ ຫລື ແຫ້ນເລັບ

ເປັນພຶດຕິກຳທີ່ນອກຈາກຈະເຮັດໃຫ້ເສຍບຸກຄະລິກກະພາບແລ້ວ ຍັງອາດສົ່ງຜົນເສຍຕໍ່ສຸຂະພາບນຳອີກ ເຊິ່ງພຶດຕິກຳນີ້ສາມາດພົບໄດ້ໃນຄົນທຸກໄວ, ແຕ່ພົບຫລາຍ ແລະ ມັກເລີ່ມຕົ້ນໃນໄວເດັກ ແລະ ມັກເຊົາເອງເມື່ອໃຫຍ່ຂຶ້ນ, ແຕ່ຈະສົ່ງຜົນແນວໃດແດ່ນັ້ນ ພວກເຮົາມີຂໍ້ມູນມາບອກບັນດາທ່ານ
- ເຮັດໃຫ້ສ່ຽງຕໍ່ສຸຂະພາບແຂ້ວທີ່ອ່ອນແອ ເຊັ່ນ : ແຂ້ວຜຸຜ່ອຍ ຫລື ເປັນແຂ້ວແມງ, ແຂ້ວແຕກ ເພາະການໃຊ້ແຂ້ວກັດເລັບ ຫລື ແຫ້ນເລັບທີ່ມີຄວາມແຂງ ແລະ ໃຊ້ແຮງຢ່າງຕໍ່ເນື່ອງສາມາດສ້າງຄວາມເສຍຫາຍແກ່ແຂ້ວໄດ້ ລວມເຖິງເຮັດໃຫ້ແຂ້ວຜຸຜ່ອຍ ເພາະຈະເຮັດໃຫ້ເຊື້ອໄວຣັສ, ເຊື້ອແບັກທີເຣຍເຂົ້າສູ່ປາກ
- ເລັບຜິດຮູບ ແລະ ເສຍຫາຍ : ການກັດເລັບອາດສ້າງຄວາມເສຍຫາຍໃຫ້ແກ່ເລັບ ແລະ ຜິວໜັງອ້ອມໆເລັບໄດ້ ເຮັດໃຫ້ເລັບສັ້ນກຸດຜິດປົກກະຕິ, ບໍ່ງາມ, ເລືອດອອກ, ມີຮູບຮ່າງທີ່ຜິດປົກກະຕິ
- ສ່ຽງຕໍ່ການຕິດເຊື້ອແບັກທີເຣຍກ້ອງເລັບ ເຊັ່ນ : ພາໂຣນີເຄຍ ເຊິ່ງອາດເຮັດໃຫ້ເກີດຮອຍແດງ, ບວມ ແລະ ເຮັດໃຫ້ເລັບເຕັມໄປດ້ວຍນຳ້ໜອງ ອາດຍັງເຮັດໃຫ້ເກີດການຕິດເຊື້ອໃນຜົ້ງປາກໄດ້
- ເສຍບຸກຄະລິກກະພາບ ເພາະການກັດເລັບ ຫລື ແຫ້ນເລັບ ຈະເຮັດໃຫ້ເຮົາກາຍເປັນຄົນທີ່ບຸກຄະລິກບໍ່ດີ. ນອກຈາກນີ້ແລ້ວຍັງເບິ່ງຄືວ່າບໍ່ໝັ້ນໃຈໃນຕົນເອງນຳອີກ
ແນວໃດກໍຕາມ, ຫາກພົບວ່າຕົນເອງມີພຶດຕິກຳການກັດເລັບ ຫລື ແຫ້ນເລັບຈົນກໍ່ໃຫ້ເກີດບັນຫາຕໍ່ສຸຂະພາບທາງກາຍ ກໍຄວນໄປພົບທ່ານໝໍເພື່ອການບົ່ງມະຕິຫາສາເຫດ, ປະເມີນອາການ ແລະ ປິ່ນປົວຢ່າງເໝາະສົມຕໍ່ໄປຈະດີທີ່ສຸດ
ແຫ້ນ #ເລັບ