ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຊີ້ແຈງບັນຫາການປັບຂຶ້ນລາຄາໄຟຟ້າ



ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາ. ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ໂດຍສະເພາະ ການສະໜອງໄຟຟ້າ, ບັນຫາຕັ້ງຂຶ້ນ: ການປັບປຸງ ເເລະ ຂຶ້ນລາຄາໄຟຟ້າ ທີ່ນໍາໃຊ້ໃນປັດຈຸບັນ ມີຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ເມື່ອທຽບໃສ່ລາຍຮັບຕົວຈິງ, ທັງສົ່ງຜົນກະທົບ ຕໍ່ການຜະລິດກະສິກຳ ແລະ ການດໍາເນີນທຸລະກິດຂອງຈຸລະວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (ຈນກ); ການສະໜອງໄຟຟ້າ ບໍ່ມີຄວາມສະຖຽນ, ມີເຫດການໄຟຕົກ, ໄຟມອດ, ໄຟຟ້າລັດວົງຈອນ ສົ່ງຜົນກະທົບ ຕໍ່ອຸປະກອນໄຟຟ້າໃນຄົວເຮືອນ ແລະ ການຜະລິດ.
ທ່ານ ມະໄລທອງ ກົມມະສິດ ຊີ້ແຈງວ່າ: ເຫດຜົນ ແລະ ຄວາມຈໍາເປັນຂອງການຂຶ້ນລາຄາໄຟຟ້າ, ກ່ອນຂຶ້ນລາຄາໄຟຟ້າໃນຮອບນີ້, ຂະເເໜງອຸດສາຫະກໍາ ແລະ ການຄ້າໃນປັດຈຸບັນ ກໍຄືຂະແໜງພະລັງງານ ເເລະ ບໍ່ເເຮ່ ໃນໄລຍະຜ່ານມາ ໄດ້ຄົ້ນຄວ້າບັນຫາການປັບລາຄາໄຟຟ້າຢ່າງເລິກເຊິ່ງ, ຄົ້ນຄວ້າກັບມາຫຼາຍລົບຫຼາຍຕ່າວ, ພ້ອມທັງໄດ້ນໍາໄປຜ່ານກອງປະຊຸມສຳມະນາ, ກອງປະຊຸມລັດຖະບານ ເປີດກວ້າງ, ກອງປະຊຸມກົມການເມືອງສູນກາງພັກ ເຊິ່ງຂະບວນການທັງໝົດໃຊ້ເວລາ ເກືອບ 1 ປີເຕັມ. ເຫດຜົນຕົ້ນຕໍໃນການສະເໜີຂຶ້ນລາຄາໄຟຟ້າແມ່ນ:1) ລາຄາໄຟຟ້າໃນໄລຍະຜ່ານມາ ແລະ ປັດຈຸບັນ ເເມ່ນຂາຍຕໍ່າກວ່າຕົ້ນທຶນຜະລິດ ແລະ ຈໍາໜ່າຍ ພາໃຫ້ເກີດໜີ້ສະສົມ ນັບມື້ນັບຫຼາຍຂຶ້ນ; 2) ລັດວິສາຫະກິດໄຟຟ້າລາວ ມີໜີ້ສະສົມທັງຕົ້ນ ເເລະ ດອກ ທີ່ເກີດຈາກຄວາມຈຳເປັນໃນການພັດທະນາພື້ນຖານໂຄງລ່າງ ເເລະ ໂຄງການປິ່ນອ້ອມ ເພື່ອການຜະລິດ, ການສະໜອງ, ການບຳລຸງຮັກສາ ແລະ ການດໍາເນີນການ; 3) ການປັບຂຶ້ນລາຄາໄຟຟ້າ ເເບບຂຶ້ນເທື່ອລະຂັ້ນ ເປັນແຜນໄລຍະ 4 ປີ ເເຕ່ 2025-2029 ຈະເປັນການສົ່ງສັນຍານ ທີ່ດີໃຫ້ແກ່ການບໍລິຫານ-ຈັດການໜີ້ສິນ, ການສ້າງຄວາມໜ້າເຊື່ອຖື ຕໍ່ຄວາມສາມາດໃນການຊຳລະໜີ້ ແລະ ເປັນເງື່ອນໄຂໃຫ້ແກ່ການເຈລະຈາກັບເຈົ້າໜີ້ໃນຕໍ່ໜ້າ; 4) ການທີ່ບໍ່ສາມາດປັບຂຶ້ນລາຄາໄຟຟ້າ ຈະເປັນການເຮັດໃຫ້ບັນຫາທີ່ທ້ອນໂຮມມາຍາວນານ ຍິ່ງໜັກໜ່ວງໄປໜ້າ. ບັນຫາທີ່ສະມາຊິກສະພາຕັ້ງຂຶ້ນ ເຊັ່ນ: ໄຟຕົກ, ໄຟມອດ, ໄຟລັດວົງຈອນ, ໝໍ້ແປງລະເບີດ… ເເລະ ອື່ນໆ ຍິ່ງຈະເພີ່ມທະວີຄວາມຮຸນເເຮງຂຶ້ນ ເເລະ ອາດຈະກ້າວໄປສູ່ບໍ່ມີໄຟຟ້າໃຊ້ພຽງພໍ ໃນຕໍ່ໜ້າ. ສໍາລັບການຕົກລົງໃຫ້ປັບຂຶ້ນລາຄາໄຟຟ້າຍ້ອນເຫັນໄດ້ຄວາມສໍາຄັນ ຂອງບັນຫາລາຄາໄຟຟ້າ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ເເລະ ການເຄື່ອນໄຫວເສດຖະກິດ, ລັດຖະບານຈຶ່ງໄດ້ນໍາເອົາບັນຫາດັ່ງກ່າວ ຄົ້ນຄວ້າໃນກອງປະຊຸມລັດຖະບານເປີດກວ້າງ ເຖິງ 2 ຄັ້ງ, ຫຼັງຈາກນັ້ນໄດ້ປັບປຸງຕາມຄໍາເຫັນຂອງກອງປະຊຸມ ເເລ້ວລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ໃນເດືອນ ກຸມພາ ຈຶ່ງໄດ້ປັບປຸງ ເເລະ ເລີ່ມປະຕິບັດໃນເດືອນມີນາ 2025.
ລັດຖະບານໄດ້ເນັ້ນໜັກໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າເອົາໃຈໃສ່ຕິດຕາມການປັບຂຶ້ນລາຄາໄຟຟ້າໃນຄັ້ງນີ້ຢ່າງໃກ້ຊິດ ແລະ ພະຍາຍາມໃຫ້ເກີດຜົນກະທົບໜ້ອຍທີ່ສຸດ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ທີ່ມີລາຍໄດ້ຕໍ່າ ເຊິ່ງໃນອາທິດຜ່ານມາ,ກະຊວງ ກໍໄດ້ຈັດປະຊຸມປະເມີນຜົນກະທົບ ເພື່ອກຽມລາຍງານລັດຖະບານ.
ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ຕື່ມວ່າ: ທິດທາງ ແລະ ມາດຕະການແກ້ໄຂ ອີງໃສ່ເຫດຜົນ ເເລະ ຄວາມຈໍາເປັນຂອງການປັບຂຶ້ນລາຄາໄຟຟ້າ ດັ່ງທີ່ໄດ້ກ່າວມາເບື້ອງຕົ້ນ ເເມ່ນເພື່ອແກ້ໄຂ ບັນຫາຄວາມບໍ່ສົມດຸນ ແລະ ຄວາມບໍ່ຍືນຍົງ ຂອງການສະໜອງໄຟຟ້າໃຫ້ເເກ່ປະຊາຊົນ ແລະ ການເຄື່ອນໄຫວເສດຖະກິດ, ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ດັ່ງນັ້ນ, ຖ້າຈະໂຈະການຂຶ້ນລາຄາໄຟຟ້າດັ່ງກ່າວ ກໍບໍ່ເປັນການເເກ້ໄຂບັນຫາ, ແຕ່ການປັບຂຶ້ນລາຄາໄຟຟ້າຕາມແຜນທີ່ກະຊວງ ໄດ້ສະເໜີໃນໄລຍະ 4 ປີຕໍ່ໜ້າ ກໍຈະສືບຕໍ່ສົ່ງຜົນກະທົບຕໍ່ປະຊາຊົນ.ດັ່ງນັ້ນ, ໃນໄລຍະສະເພາະໜ້ານີ້, ກະຊວງອຸດສາຫະກໍາແລະການຄ້າ ຈະເລັ່ງຄົ້ນຄວ້າ ເເລະ ປະເມີນຜົນກະທົບຂອງການຂຶ້ນລາຄາໄຟຟ້າ ເເລ້ວສະເໜີລັດຖະບານພິຈາລະນາມາດຕະການເພີ່ມເຕີມ ໃນການເເກ້ໄຂບັນຫາຜົນກະທົບຕໍ່ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ຜູ້ທີ່ມີລາຍໄດ້ຕໍ່າ, ລວມທັງນະໂຍບາຍຊ່ວຍໜູນການຜະລິດສະບຽງອາຫານ ແລະ ສິນຄ້າ ທີ່ຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.ກະຊວງອຸດສາຫະກຳ ເເລະ ການຄ້າ ໄດ້ຕິດຕາມ ແລະ ຮັບຟັງຄໍາຄິດຄໍາເຫັນຂອງ ສສຊ ຢ່າງເອົາໃຈໃສ່ ເເລະ ຈະຮັບເອົາຄໍາຄິດຄໍາເຫັນ ທີ່ຍົກຂຶ້ນໄປຄົ້ນຄວ້າໃນຂະບວນການປະເມີນທີ່ກໍາລັງ ດໍາເນີນຢູ່ ເພື່ອລາຍງານລັດຖະບານ.
ສະຫຼຸບແລ້ວ: ການເເກ້ໄຂບັນຫາລາຍຮັບ ບໍ່ກຸ້ມລາຍຈ່າຍ ຂອງລັດວິສາຫະກິດໄຟຟ້າລາວ ຊຶ່ງນໍາໄປສູ່ການຂຶ້ນລາຄາໄຟຟ້າ ເປັນບັນຫາທີ່ບໍ່ສາມາດແກ້ໄຂໄດ້ຢ່າງງ່າຍດາຍ. ຂຶ້ນຄ່າໄຟຟ້າກໍບໍ່ດີ, ບໍ່ຂຶ້ນກໍຍັງບໍ່ທັນມີທາງອອກ ແລະ ຂຶ້ນແລ້ວກໍມີຜົນກະທົບແຮງ. ຂ້າພະເຈົ້າຮູ້ສຶກໄດ້ວ່າມາດຕະການທີ່ສະເໜີມານີ້ຍັງບໍ່ທັນສາມາດເເກ້ໄຂຂໍ້ຂ້ອງໃຈ, ຄວາມເປັນຫ່ວງ ເປັນໄຍຂອງບັນດາທ່ານ ສສຊ ທີ່ມີຕໍ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ. ເພີ່ມເຕີມໃສ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຈະຂໍຮັບເອົາທຸກຄຳເຫັນ ເເລະ ຄໍາເເນະນໍາ ໄປຄົ້ນຄວ້າຮ່ວມກັບຄະນະຮັບຜິດຊອບ, ຊ່ຽວຊານ ເເລະ ພະນັກງານທີ່ກ່ຽວຂ້ອງ ເພື່ອຫາວິທີເເກ້ໄຂບັນຫາທີ່ຕັ້ງຂຶ້ນ ເເລະ ເພື່ອຂໍການພິຈາລະນາຈາກລັດຖະບານ.
ຂ່າວ: ສຸກສາຄອນ-ໄພນາລິນ