ຄະນະປະຈໍາສະພາແຫ່ງຊາດສະເໜີໃຫ້ລັດຖະບານເອົາໃຈໃສ່ຊີ້ນໍາການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງ



ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕອນເຊົ້າຂອງວັນທີ 12 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ມ ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ເຊິ່ງຜ່ານການລົງຕິດຕາມກວດກາຂອງກຳມາທິການ ກໍຄືຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ເຫັນວ່າ ສະພາບເສັ້ນທາງໃນປັດຈຸບັນ ມີສະພາບທີ່ຊຸດໂຊມ, ເປ່ເພຫຼາຍສົມຄວນ ທີ່ຈະຕ້ອງໄດ້ສຸມໃສ່ຟື້ນຟູ, ບູລະນະສ້ອມແປງໃຫ້ເຂົ້າສູ່ສະພາບປົກກະຕິ ແຕ່ງົບປະມານທີ່ນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ຍັງມີຈຳກັດ. ເພາະສະນັ້ນ, ລັດຖະບານ ຈຶ່ງໄດ້ຄົ້ນຄວ້າການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນ ໄລຍະໃໝ່.
ຜ່ານການຄົ້ນຄວ້າ, ປະສານສົມທົບ ແລະ ຈັດກອງປະຊຸມຮ່ວມກັບລັດຖະບານ ກໍຄືກະຊວງທີ່ກ່ຽວຂ້ອງ ໂດຍພື້ນຖານ ຄະນະປະຈຳສະພາແຫ່ງຊາດ ແມ່ນເຫັນດີ ແລະ ເປັນເອກະພາບ ທາງດ້ານຫຼັກການ ໃນການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ຕາມການສະເໜີຂອງລັດຖະບານ ໂດຍຫຼຸດຜ່ອນ ອັດຕາພາສີ, ອາກອນ ນໍາເຂົ້າ ວັດສະດຸກໍ່ສ້າງ ແລະ ກົນຈັກ, ຄ່າຊັບພະຍາກອນທໍາມະຊາດ ແລະ ອັດຕາອາກອນມູນຄ່າເພີ່ມຂອງໂຄງການ. ສ່ວນ ພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟ ແມ່ນບໍ່ມີການຫຼຸດຜ່ອນ, ຊຶ່ງຈະເຮັດໃຫ້ມູນຄ່າໂຄງການຫຼຸດລົງປະມານ 17.43%. ພ້ອມທັງຈະສ້າງເງື່ອນໄຂ ແລະ ສາມາດດຶງດູດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃສ່ການພັດທະນາພື້ນຖານໂຄງລ່າງ ຫຼາຍຂຶ້ນ ເພື່ອແບ່ງເບົາການລົງທຶນຂອງລັດ.
ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກ່າວຕື່ມອີກວ່າ: ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ຄະນະປະຈຳສະພາແຫ່ງຊາດ ຂໍສະເໜີບາງຄໍາເຫັນ ດັ່ງນີ້: ໃຫ້ລັດຖະບານ ຊີ້ນໍາ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າອອກນິຕິກຳ ກຳນົດ ຫຼັກການແຕ່ລະໜ້າວຽກ ໃຫ້ມີຄວາມລະອຽດ, ຊັດເຈນ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ທຸກຂະແໜງການ ໃນການຄຸ້ມຄອງ ແລະ ຕິດຕາມກວດກາ ໃນການຈັດຕັ້ງປະຕິບັດແຕ່ລະໂຄງການ; ໃຫ້ລັດຖະບານ ຈັດລຽງບູລິມະສິດຂອງໂຄງການ ທີ່ຈະໄດ້ຮັບນະໂຍບາຍຊຸກຍູ້ສົ່ງເສີມ, ຈຳກັດໂຄງການທີ່ເປັນເປົ້າໝາຍເຮັດທົດລອງ ໂດຍສະເພາະ ທາງຫຼວງແຫ່ງຊາດທີ່ເປ່ເພໜັກໜ່ວງ ແລະ ມີການຂົນສົ່ງໂດຍສານ ແລະ ສິນຄ້າຈໍານວນຫຼາຍ ອີງໃສ່ຄວາມສາມາດຕົວຈິງສະໜອງງົບປະມານຂອງລັດ, ພ້ອມກັນນັ້ນ, ກໍຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດ ເຂົ້າຮ່ວມໃນການຟື້ນຟູ ແລະ ສ້ອມແປງ ເສັ້ນທາງ ໃຫ້ກັບສູ່ສະພາບປົກກະຕິ, ພາຍຫຼັງໄດ້ຟື້ນຟູ ເສັ້ນທາງໃຫ້ການສັນຈອນໂລ່ງລ່ຽນແລ້ວ ຕ້ອງໄດ້ລະດົມໃຫ້ຜູ້ປະກອບການທີ່ນໍາໃຊ້ເສັ້ນທາງເຮັດການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ທີ່ມີນໍ້າໜັກ 12 ໂຕນຂຶ້ນໄປ ປະກອບສ່ວນເສຍຄ່າຜ່ານທາງ ຕາມອັດຕາທີ່ເໝາະສົມ, ສະເໜີໃຫ້ລັດຖະບານຊີ້ນໍາ ກະຊວງໂຍທາທິການ ແລະ ຂົນສົ່ງ ສໍາຫຼວດເສັ້ນທາງສາຍຫຼັກຄືນທັງໝົດ ເພື່ອກຳນົດມາດຕະຖານເຕັກນິກ ປັບປຸງໂຄງສ້າງທາງໃຫ້ຖືກຕ້ອງ ໂດຍເລັ່ງໃສ່ການນໍາໃຊ້ວັດສະດຸກໍ່ສ້າງທີ່ພວກເຮົາ ສາມາດຜະລິດ ແລະ ສະໜອງໄດ້ຢູ່ພາຍໃນໃຫ້ຫຼາຍຂຶ້ນ ເປັນຕົ້ນ ຊີມັງ, ເຫຼັກເສັ້ນ ເພື່ອເປັນການສົ່ງເສີມການຜະລິດພາຍໃນ, ທົດແທນການນໍາເຂົ້າ ແລະ ຫຼຸດຜ່ອນການນໍາເຂົ້າຢາງໝາກຕອຍ ຈໍານວນຫຼາຍ; ການກໍ່ສ້າງຕະຝັ່ງ ເຈື່ອນຕາມແຄມທາງ ແລະ ແຄມແມ່ນໍ້າ ກໍຕ້ອງໄດ້ທົບທວນ ການອອກແບບໃຫ້ເໝາະສົມ ຄົ້ນຄວ້າການນໍາໃຊ້ວັດສະດຸພາຍໃນໃຫ້ຫຼາຍຂຶ້ນ,
ສະເໜີໃຫ້ລັດຖະບານພິຈາລະນາຢ່າງຖີ່ຖ້ວນຕໍ່ບັນດາໂຄງການກໍ່ສ້າງ ແລະ ສ້ອມແປງທົ່ວໄປທີ່ຂັ້ນສູນກາງ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດຕາມການແບ່ງຂັ້ນຄຸ້ມຄອງນັ້ນ ເຫັນວ່າມີຈຳນວນຫຼາຍ ແລະ ແຫຼ່ງທຶນຈາກການນໍາໃຊ້ ງົບປະມານລົງທຶນຂອງລັດໃນແຕ່ລະປີ ຖ້າຈະປະຕິບັດນະໂຍບາຍໃໝ່ຕ້ອງໄດ້ຄົ້ນຄວ້າຢ່າງຖີ່ຖ້ວນ ກຳນົດກົນໄກທີ່ ແນ່ນອນ ເພື່ອບໍ່ໃຫ້ເກີດຊ່ອງຫວ່າງ ແລະ ທັງບໍ່ສ້າງຜົນກະທົບຮ້າຍແຮງຕໍ່ການເກັບລາຍຮັບປະຈຳແຕ່ລະປີຂອງ ລັດຖະບານ ພ້ອມທັງສະເໜີໃຫ້ລັດຖະບານ ຊີ້ນໍາກະຊວງການເງິນ ກຳນົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ການນໍາເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງຫວ່າງ ໃນການນໍາເຂົ້າວັດສະດຸ ແລະ ກົນຈັກ ມານໍາໃຊ້ເຂົ້າບໍ່ຖືກຕ້ອງເປົ້າໝາຍ; ຕ້ອງມີມາດຕະການທີ່ເຂັ້ມງວດ ໃນການຄວບຄຸມ ຄຸນະພາບ, ມາດຕະຖານເຕັກນິກ ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ: ເຂັ້ມງວດການຄຸ້ມຄອງ ແລະ ກວດກາ ເສັ້ນທາງໃນການຂົນສົ່ງ, ປະເພດລົດບັນທຸກ, ນໍ້າໜັກ ລົດບັນທຸກ ແລະ ມີຄວາມພ້ອມຮອບດ້ານໃນການປະຕິບັດມາດຕະການທີ່ເຂັ້ມງວດ ແລະ ເດັດຂາດ ຕໍ່ຜູ້ບັນທຸກນໍ້າໜັກເກີນ.
ຂ່າວ: ໄພນາລິນ-ສຸກສາຄອນ