ກົມກວດກາກອງທັບ ເຜີຍແຜ່ຂໍ້ຕົກລົງສະບັບປັບປຸງໃໝ່



ວັນທີ 10 ມິຖຸນາ 2025 ກົມກວດກາກອງທັບໄດ້ຈັດພິທີເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາກອງທັບ, ໂດຍການເປັນປະທານຂອງສະຫາຍ ພັນເອກ ແພງສີ ເສັງວິໄຊ ຫົວໜ້າກົມກວດກາກອງທັບ, ມີຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ.
ສະຫາຍ ພັນເອກ ແສງອາໄລ ວັນນະພອນ ຮອງຫົວໜ້າກົມກວດກາກອງທັບ ໄດ້ຜ່ານຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາກອງທັບ ອີງຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໝວດທີ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ, ອີງຕາມ ກົດໝາຍ ວ່າດ້ວຍການກວດກາລັດ ສະບັບເລກທີ 25/ສພຊ, ລົງວັນທີ 29 ທັນວາ 2022 ແລະ ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສະບັບເລກທີ 52/ສພຊ, ລົງວັນທີ 28 ມິຖຸນາ 2024, ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 348/ນຍ, ລົງວັນທີ 01 ຕຸລາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງປ້ອງກັນປະເທດ. ຂໍ້ຕົກລົງສະບັບນີ້ ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ແລະ ແບບແຜນ ວິທີເຮັດວຽກ ຂອງກົມກວດກາກອງທັບ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກວດກາໃນກອງທັບໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ໂອກາດນີ້ ສະຫາຍ ພັນເອກ ແພງສີ ເສັງວິໄຊ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ, ຮຽກຮ້ອງໃຫ້ວິຊາການທຸກພາກສ່ວນຕ້ອງ ເພີ່ມທະວີຄວາມຮັບຜິດຊອບ ເຂົ້າໃນໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍ, ພ້ອມກັນເປັນເຈົ້າການເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ ພະນັກງານ-ນັກຮົບ ແລະ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.