ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ພາຍຫຼັງເປີດປີທ່ອງທ່ຽວຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຜົນລື່ນຄາດໝາຍ.

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາເເຫ່ງຊາດ,

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ເເລະ ທ່ອງທ່ຽວ ໄດ້ລາຍງານວ່າ: ພາຍຫຼັງທີ່ເປີດປີທ່ອງທ່ຽວລາວ, ປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ປະກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກເປັນ 2 ລະດັບ ຄື: ກິດຈະກໍາລະດັບຊາດມີ 14 ກິດຈະກໍາ, ສາມາດຈັດຕັ້ງປະຕິບັດສຳເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາ ສາມາດຈັດຕັ້ງປະຕິບັດໄດ້ 98.5% , ນອກຈາກນີ້, ຍັງມີກິດຈະກຳປິ່ນອ້ອມອື່ນໆຢູ່ທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນການໂຄສະນາ, ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວໃຫ້ມີຄວາມຟົດຟື້ນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ຫຼາຍຂຶ້ນ. ສຳລັບຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວ ສປປ ລາວ ແມ່ນໄດ້ລື່ນຄາດໝາຍ ຖ້າທຽບໃສ່ ປີ 2023. ນັກທ່ອງທ່ຽວພາຍໃນມີ 3,904,483 ເທື່ອຄົນ ເພີ່ມຂຶ້ນເຖິງ 102% ສາມາດ ກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632,526,246 ໂດລາສະຫະລັດ. ນັກທ່ອງທ່ຽວສາກົນ ມີ 4,120,832 ເທື່ອຄົນ ເພີ່ມຂຶ້ນ 21% ສາມາດກະຈາຍລາຍຮັບໄດ້ເຖິງ 1,138,003,848 ໂດລາ ສະຫະລັດ; ເຊີ່ງລາຍຮັບດັ່ງກ່າວ ແມ່ນລາຍຮັບທີ່ກະຈາຍໄປຍັງພາກລັດ ແລະ ຜູ້ປະກອບການທຸກຂະໜາດທີ່ຕິດພັນກັບການທ່ອງທ່ຽວ

ສໍາລັບເດືອນມັງກອນ ເຖິງ ເດືອນມີນາ 2025 ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1,262,035 ເທື່ອຄົນ, ເພີ່ມ ຂຶ້ນ 11% ທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມໄດ້ 426,975,454 ໂດລາສະຫະລັດ; ສໍາລັບນັກທ່ອງທ່ຽວພາຍໃນມີ 1,467,886 ເທື່ອຄົນ ເພີ່ມຂຶ້ນ 98,6% ທຽບໃສ່ໄລຍະດຽວກັນຂອງປີ 2024, ລາຍຮັບທີ່ກະຈາຍໃນສັງຄົມ 237,797,532 ເທື່ອຄົນ, ການອອກນະໂຍບາຍຍົກເວັ້ນວິຊາໃຫ້ບາງປະເທດກຸ່ມເປົ້າໝາຍໄລຍະປີທ່ອງທ່ຽວລາວ 2024 (ເລີ່ມແຕ່ວັນທີ 01 ກໍລະກົດ ຫາ ວັນທີ 31 ທັນວາ 2024 ລວມ 06 ເດືອນ) ເຫັນວ່ານັກທ່ອງທ່ຽວຈີນແມ່ນໄດ້ຮັບຜົນເກີນຄາດໝາຍທີ່ວາງໄວ້ມີ 1,048,034 ເທື່ອຄົນ ເພີ່ມຂຶ້ນ 63%; ບັນດາວາລະສານ ແລະ ສື່ຕ່າງໆ ທັງພາຍໃນ ແລະ ຕ່າງປະເທດຈາກຫຼາຍພາກສ່ວນກໍໄດ້ຈັດລະດັບການທ່ອງທ່ຽວທີ່ ສປປ ລາວ ເປັນລະດັບຕົ້ນໆ ຕະຫຼອດໄລຍະປີທ່ອງທ່ຽວລາວ 2024 ຜ່ານມາເຮັດໃຫ້ຊາວໂລກໄດ້ຮັບຮູ້ຫຼາຍຂຶ້ນໂດຍຜ່ານການໂຄສະນາສະຖານທີ່ທ່ອງທ່ຽວອັນງົດງາມຂອງລາວເຮົາ,

ສໍາລັບມາດຕະການຈັດຕັ້ງປະຕິບັດຕ້ອງໄດ້ສືບຕໍ່ເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງປີ 2024 ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຜ່ານຊ່ອງທາງຕ່າງໆ ໃນຂອບເຂດທົ່ວປະເທດ, ເລັ່ງສ້າງແຜນການສື່ສານ, ການປະສານງານ ແລະ ວິທີການຮັບມືກັບວິກິດການຕ່າງໆ ທີ່ອາດເກີດຂຶ້ນໃນຂະແໜງການທ່ອງທ່ຽວ ເພື່ອຮັບປະກັນໃຫ້ໄດ້ຮັບການແກ້ໄຂ ແລະ ໂຕ້ຕອບຢ່າງທວງທັນ; ຊຸກຍູ້ບັນດາຜູ້ພັດທະນາ ໃຫ້ປັບປຸງສະຖານທີ່ທ່ອງທ່ຽວ ແລະ ກິດຈະກຳການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ, ສົ່ງເສີມການຜະລິດເຄື່ອງຕ້ອນຂອງຝາກຈາກທ້ອງຖິ່ນໃຫ້ມີຄວາມຫຼາກຫຼາຍ ແລະ ໄດ້ມາດຕະຖານ ສາມາດສົ່ງ ອອກໄດ້, ສືບຕໍ່ປັບປຸງການບໍລິການທີ່ດີຂອງບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນຜູ້ທີ່ມີບົດຮຽນ ແລະ ປະສົບການ; ທຸກພາກສ່ວນເປັນເຈົ້າການໂຄສະນາປະຊາສໍາພັນ ການຮັກສາຄວາມສະອາດຕາມເສັ້ນທາງສາຍຫຼັກ, ເສັ້ນທາງ ເຂົ້າເຖິງສະຖານທີ່ທ່ອງທ່ຽວ, ເຂດສາທາລະນະ ແລະ ໃນຕົວເມືອງທ່ອງທ່ຽວ ໃຫ້ມີຄວາມສະອາດ, ສວຍງາມ, ປະທັບໃຈ ແລະ ປອດໄພ, ໂຄສະນາການທ່ອງທ່ຽວຈາກທຸກພາກສ່ວນ ຢູ່ພາຍໃນ ແລະ ຕ່າງປະເທດໃຫ້ມີປະສິດທິພາບ ແລະ ນໍາໃຊ້ບຸກຄົນ ຜູ້ທີ່ມີຊື່ສຽງດ້ານການທ່ອງທ່ຽວໃນສັງຄົມອອນລາຍ (Influencers) ຊ່ວຍໂຄສະນາໃຫ້ເຂົ້າເຖິງຕະຫຼາດກຸ່ມເປົ້າ ໝາຍ;ເພີ່ມງົບປະມານ ສຸມໃສ່ວຽກພັດທະນາໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກ, ໂຄສະນາສົ່ງເສີມ, ຄຸ້ມຄອງ ແລະ ຍົກລະດັບທັກສະຂອງພະນັກງານບໍລິການຢູ່ບັນດາຕົວເມືອງທ່ອງທ່ຽວ ໃຫ້ມີຄຸນະພາບ ແລະ ໄດ້ມາດຕະຖານດີຂື້ນ ຢ່າງເປັນຮູບປະທຳ.

ໂດຍ: ສຸກສາຄອນ-ໄພນາລີນ