ກອງປະຊຸມເຜີຍແຜ່ແຜນການເຄື່ອນໄຫວວຽກງານການເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກຳລັງ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກອງປະຊຸມເຜີຍແຜ່ແຜນການເຄື່ອນໄຫວວຽກງານການເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກຳລັງ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນວັນທີ 07 ກໍລະກົດ 2025, ໂດຍການເປັນປະທານຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານແຜນການເຄື່ອນໄຫວວຽກງານການເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກຳລັງ ເຂົ້າຮ່ວມເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ໂດຍອີງຕາມແຜນການ ຂອງກົມອົບຮົມ…













