ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ລັດຖະບານ ສຸມໃສ່ໂຄສະນາເຜີຍເເຜ່ກົດໝາຍ ໃນທົ່ວປະເທດ ໃຫ້ເປັນມາດຕະການອັນລະອຽດ ໃນທຸກຂົງເຂດວຽກງານ

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາເເຫ່ງຊາດ,

ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ລາຍງານວ່າ: ພາຍຫຼັງທີ່ຄະນະປະຈຳສະພາແຫ່ງຊາດໄດ້ອອກ ຄໍາແນະນໍາ ວ່າດ້ວຍການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ ກົດໝາຍ ສະບັບເລກທີ 01/ຄປຈ, ລົງວັນທີ 03/01/2024; ຜ່ານການສັງລວມຕີລາຄາການ ໂຄສະນາເຜີຍແຜ່ກົດໝາຍຂອງແຕ່ລະຂະແໜງການ ພາຍຫຼັງປັບປຸງລັດຖະທຳມະນູນ ປີ 2015 ເປັນຕົ້ນມາ ເຫັນວ່າແຕ່ສູນກາງຮອດທ້ອງຖິ່ນ ໄດ້ຖືເອົາການໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ, ລະບຽບການ ແລະ ມາດຕະການອັນລະອຽດ ໃນທຸກຂົງເຂດວຽກງານ, ເຊິ່ງປັດຈຸບັນກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ມີ 147 ສະບັບ, ໂຄສະນາເເລ້ວ 143 ກົດໝາຍ, ຍັງມີ 4 ສະບັບ ຄື ກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ, ພິພິທະພັນ, ວິຈິດສິນ, ການພັດທະນາສີມືແຮງງານ (ກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ແມ່ນສ້າງໃໝ່ ຊຶ່ງໄດ້ປະກາດໃຊ້ໃນວັນທີ 23 ມັງກອນ 2025 ຕາມ ລັດຖະດຳລັດຂອງປະທານປະເທດ, ສໍາລັບການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ເອົາໃຈໃສ່ຄົ້ນຄວ້າສ້າງແຜນການ, ແຜນງານ ແລະ ໂຄງການໂຄສະນາເຜີຍແຜ່ກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຜ່ານຮູບການຕ່າງໆ ຊຶ່ງມີຜົນສໍາເລັດຫຼາຍດ້ານເປັນຕົ້ນ ໄດ້ຈັດພິມປຶ້ມກົດໝາຍ 4 ຂົງເຂດ, ປື້ມສັງລວມກົດໝາຍສ້າງໃໝ່ ແລະ ປັບປຸງ ແຈກຢາຍໃຫ້ສໍານັກງານ, ອົງການ ພ້ອມທັງສະໜອງເຂົ້າຕູ້ປື້ມກົດໝາຍປະຈໍາບ້ານ ໄດ້ທັງໝົດ 356,489 ຫົວ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນລາວບັນດາເຜົ່າໄດ້ນໍາໃຊ້; ໂຄສະນາເຜີຍແຜ່ເຊື່ອມຊຶມກົດໝາຍຢູ່ບ້ານ, ກຸ່ມບ້ານ, ສໍານັກງານອົງການລັດ ແລະ ເອກະຊົນ, ສະຖານການສຶກສາ ເພື່ອເຊື່ອມຊຶມໃຫ້ພະນັກງານ-ລັດຖະກອນ, ກໍາລັງປະກອບອາວຸດ, ນັກທຸລະກິດ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຈໍານວນ 106,568 ຄັ້ງ ຊຶ່ງມີຜູ້ເຂົ້າ ຮ່ວມ 20,550,014 ເທື່ອຄົນ (ຍິງ 5,754,583 ເທື່ອຄົນ); ໂຄສະນາເຜີຍແຜ່ຜ່ານສື່ມວນຊົນ ດ້ວຍການຜະລິດລາຍການຄວາມຮູ້ທາງດ້ານກົດໝາຍ, ລະຄອນ ສິ້ນ, ສາລະຄະດີ, ສະປອດໂຄສະນາ, ແຜ່ນພັບ, ໂພດສເຕີ ເປັນພາສາລາວ, ພາສາມົ້ງ ແລະ ພາສາກຶມມຸ ເຜີຍແຜ່ ຜ່ານວິທະຍຸ, ໂທລະພາບ, ໂທລະໂຄ່ງ, ເຟດສບຸກ (Facebook), ຢູທູບ (YouTube), ວາລະສານ ແລະ ໜັງສືພິມ; ໂຄສະນາເຜີຍແຜ່ ຜ່ານເວັບໄຊ້ຈົດໝາຍເຫດທາງລັດຖະການຂອງລັດຖະບານ, ແອັບກົດໝາຍລາວ ຂອງກະຊວງຍຸຕິທໍາ ແລະ ເວັບໄຊ້ຂອງບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ. ໃນນີ້, ມີຜູ້ເຂົ້າຊົມໃຊ້ຈົດໝາຍເຫດທາງລັດຖະການ 249,000 ເທື່ອຄົນ, ຜູ້ເຂົ້າຊົມໃຊ້ແອັບກົດໝາຍລາວ 136,732 ຄັ້ງ;ຄົ້ນຄວ້າຫັນເອົາກົດໝາຍເຂົ້າໃນຫຼັກສູດການສຶກສາ ທັງພາກລັດ ແລະ ເອກະຊົນ ພ້ອມທັງເປີດການ ຮຽນ-ການສອນກົດໝາຍຊັ້ນຕົ້ນ ໃຫ້ພະນັກງານຫຼັກແຫຼ່ງຂອງແຂວງ, ນະຄອນຫຼວງ, ເມືອງ, ນະຄອນ ແລະ ອົງ ການຈັດຕັ້ງຂຶ້ນບ້ານໄດ້ 1,507 ຄົນ (ຍິງ 447 ຄົນ).

ທ່ານ ໄພວີ ສີບົວພາ ຍັງໃຫ້ຮູ້ຕື່ມອີກວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າທຸກພາກສວນຕ້ອງເອົາໃຈໃສ່ ຍົກລະດັບ ດຳລັດຂອງລັດຖະບານວ່າດ້ວຍການໂຄສະນາເຜີຍແຜ່ນິຕິກຳ ຂຶ້ນເປັນກົດໝາຍ; ເພີ່ມທະວີບົດບາດຄຸ້ມຄອງມະຫາພາກວຽກງານໂຄສະນາເຜີຍແຜ່ກົດໝາຍ ໂດຍການສ້າງແຜນການ ພັດທະນາການໂຄສະນາເຜີຍແຜ່ກົດໝາຍ ແຕ່ປີ 2026-2030 ເພື່ອຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງໂຄສະນາ ເຜີຍແຜ່ກົດໝາຍຂອງຂະແໜງການຕ່າງໆ ໃຫ້ເປັນລະບົບ; ສ້າງພະນັກງານໂຄສະນາເຜີຍແຜ່ນິຕິກຳຂອງຂະແໜງການຕ່າງໆ ດ້ວຍການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ມີຄຸນະພາບສູງຂຶ້ນກວ່າເກົ່າ; ດໍາເນີນການປະເມີນ ແລະ ເກັບກຳສະຖິຕິການໂຄສະນາເຜີຍແຜ່ກົດໝາຍ ແນໃສ່ປັບປຸງກົນໄກ, ຮູບ ການ, ວິທີການໂຄສະນາເຜີຍແຜ່ນິຕິກຳໃຫ້ມີຄວາມດຶງດູດ, ແທດເໝາະກັບລະດັບຄວາມຮັບຮູ້, ຄວາມສົນໃຈຂອງ ເປົ້າໝາຍ ແລະ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງສູນກາງ ແລະ ທ້ອງຖິ່ນ;ປັບປຸງກົນໄກປະສານສົມທົບ ລະຫວ່າງບັນດາກະຊວງ, ອົງການທີ່ຂຶ້ນກັບລັດຖະບານ ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ໃຫ້ມີຄວາມໂລ່ງລ່ຽນກວ່າເກົ່າ;ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການໂຄສະນາເຜີຍແຜ່ກົດໝາຍ ເປັນຕົ້ນ ດ້ານງົບປະມານ, ພາຫະນະ ແລະ ອຸປະກອນຮັບໃຊ້ຕ່າງໆ ໃຫ້ພຽງພໍ.

ໂດຍ: ສຸກສາຄອນ-ໄພນາລິນ.