ກອງພົນທີ 5 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນນາຍທະຫານ.

ໃນວັນທີ 13 ພຶດສະພາ 2025 ກອງພົນທີ 5 ໄດ້ຈັດຕັ້ງພິທີປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳກົດ ອິນສີນາ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 5 ມີຄະນະພັກ – ຄະນະບັນຊາ ຈາກອົງການ, ກົມກອງ ພ້ອມດ້ວຍພະແນກການ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ. ສະຫາຍ ພັນໂທ ຄຳໄພ ຈັນທະອາສາ ຮອງຫົວໜ້າພະແນກພະນັກງານ ກອງພົນທີ 5 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 243/ກປທ ລົງວັນທີ 17 ເມສາ 2025. ອີງຕາມກົດໝາຍ ນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ…













